ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການໃຫຍ່ ສປຊ ເຕືອນກ່ຽວກັບ ອັນຕະລາຍ ຈາກວິກິດການ ໃນຊີເຣຍ (ວີດີໂອກັບສະໄລດ໌)


ທ່ານ ພັນ ກີ ມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ
ທ່ານ ພັນ ກີ ມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ
ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ ພັນ ກີ ມູນ ໄດ້ເຕືອນ
ເຖິງໄພອັນ ຕະລາຍ​ ຈາກ​ການຂັດ​ແຍ້​ງ​ທີ່​ພວມທ​ະວີຄວາມ​ຮຸນ​
ແຮງ​ຂຶ້ນ​ ຢູ່​ໃນ​ເຂດຊາຍ​ແດນ ຊີ​ເຣຍ-ເທີ​ກີ ຕະຫລອດ​ທັງ​ຜົນ​ກະ
ທົບ​ຈາກວິ​ກິດ​ການຂອງຊີ​ເຣຍຕໍ່ປະ​ເທດ​ເພື່ອ​ນບ້ານ ​ເລ​ບາ​ນອນ.

​ເທີ​ກີ ​ໄດ້​ຍິງ​ປືນ​ໃຫຍ່​ຕອບ​ໂຕ້​ຄືນໃສ່ ຊີ​ເຣຍ ​ເປັນ​ເວລາ​ຫ້າ​ມື້​ແລ້ວ
ຫລັງ​ຈາກ​ລູກປືນຄົກຈາກຊີ​ເຣຍ​ ​ໄດ້ສັງຫານພົນລະ​ເຮືອນ​ເທີ​ກີ
ຫ້າ​ຄົນ ທີ່ໝູ່​ບ້ານຊາຍ​ແດນ Akcakale​ ​ໃນພາກ​ຕາ​ເວັນ​ອອກ
ສຽງ​ໃຕ້ ຂອງ​ເທີ​ກີ.

​ໃນ​ວັນ​ຈັນນີ້ ທ່ານ ພັນ ກີ ມູນ ​ໄດ້ກ່າວເຖິງສະ​ຖານະ​ການ ຢູ່​ຕາມ​ຊາຍ​ແດນ ດັ່ງກ່າວ ​ແລະຜົນ​ກະທົບ​ຕໍ່ເລ​ບາ​ນອນ ວ່າ “​ເປັນ​ອັນ
ຕະລາຍ​ທີ່​ສຸດ.”

ເບິ່ງພາບຫລ້າສຸດຈາກຊີເຣຍ:


ທ່ານຍັງ​ກ່າວອີກ​ວ່າ ທ່ານ “ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ” ກ່ຽວ​ກັບ​ການ​ສືບ​ຕໍ່ຫລັ່ງ​ໄຫລ​ຂອງ​ອາວຸດ​ ​ໄປ​ຍັງລັດຖະບານຊີ​ເຣຍ ​ແລະ​ກໍາລັງ​ຝ່າຍຄ້ານນັ້ນ. ທ່ານ ກ່າວ​ຍໍ້າຄໍາຮຽກຮ້ອງ
ຂອງ​ທ່ານ​ອີກ ທີ່ໃຫ້ມີ​ການແກ້​ໄຂບັນຫາ​ກັນ​ທາງ​ການ​ເມືອງ ຊຶ່ງ​ທ່ານ​ກ່າວວ່າ “​ເປັນ​ທາງ​ອອກ​ທາງ​ດຽວ” ທີ່​ຈະ​ແກ້ໄຂ​ວິ​ກິດ​ການນີ້ ທີ່ໄດ້​ເລີ້​ມ ເກີດ​ຂື້ນ​ ​ເມື່ອ​ເດືອນ​ມີນາ ປີ​ຜ່ານ​ມາ.
ຄວາມ​ຮຸນ​ແຮງ​ຍັງ​ດໍາ​ເນີນ​ຕໍ່​ມາໃນ​ວັນ​ຈັນມື້​ນີ້ ຊຶ່ງອົງການ​ຂ່າວ SANA ຂອງ​ລັດຊີ​ເຣຍ ລາຍ​ງານ​ວ່າ ກໍາ​ລັງຂອງລັດຖະບານ ​ໄດ້​ສັງຫານ “ພວກ​ກໍ່​ການ​ຮ້າຍ​ ຫລາຍສິບ​ຄົນ” ​ຢູ່ໃນ​ເມືອງ Aleppo.

ລັດຖະບານຊີ​ເຣຍ ​ເອີ້ນ​ພວກ​ກະບົດ ທີ່ຕໍ່ສູ້ຕ້ານຢັນ​ກັບປະທານາທິບໍດີ Bashar al-Assad ນັ້ນວ່າ​ ເປັນ “ພວກ​ກໍ່​ການ​ຮ້າຍ.”

ເບິ່ງວີດີໂອພາສາອັງກິດ ກ່ຽວກັບອົບພະຍົບພາຍໃນປະເທດ
ຂອງຊີເຣຍ ທີ່ມີຈໍານວນຫລາຍຂຶ້ນນັບມື້:

Syria's Internally Displaced On the Rise
please wait

No media source currently available

0:00 0:02:20 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG