ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າ ສປຊ ເຕືອນລັດຖະບານຕ່າງໆ ໃຫ້ຄຳນຶງເຖິງ ເລື້ອງສິດທິມະນຸດ ໃນການຮັບມືກັບໄວຣັສ ໂຄໂຣນາ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ກ່າວວ່າ
ການລະບາດຂອງໄວຣັສໂຄໂຣນາແມ່ນ “ໄດ້ກາຍເປັນວິກິດການດ້ານສິດທິມະນຸດ
ຢ່າງວ່ອງໄວ.”

ໃນຖະແຫຼງການທີ່ອອກໃນວັນພະຫັດມື້ນີ້, ທ່ານໄດ້ຮຽກຮ້ອງລັດຖະບານຕ່າງໆ ໃຫ້ຮັບ
ປະກັນວ່າ ມີການຮັກສາສຸຂະພາບ ແລະ ສາມາດເຂົ້າຫາໄດ້ສຳລັບໝົດທຸກຄົນ, ມີໂຄງການຊ່ວຍເຫຼືອດ້ານເສດຖະກິດ ເພື່ອຊ່ວຍຜູ້ທີ່ໄດ້ຮັບຜົນກະທົບໜັກສຸດ ແລະ ວ່າທຸກຄົນມີຄວາມສາມາດທີ່ຈະໄດ້ຮັບອາຫານ, ນໍ້າ ແລະ ທີ່ຢູ່ອາໄສ.

ທ່ານ ກູເຕເຣສ ໄດ້ກ່າວວ່າ “ພວກເຮົາໄດ້ເຫັນວ່າ ໄວຣັສບໍ່ໄດ້ແບ່ງແຍກເຊື້ອຊາດຊົນຊັ້ນ, ແຕ່ຜົນກະທົບຂອງມັນ ໄດ້ສະແດງໃຫ້ເຫັນຄວາມອ່ອນແອຢ່າງ ເລິກເຊິ່ງ ໃນການໃຫ້ການບໍລິການຕໍ່ສາທາລະນະ ແລະ ຄວາມສຳຄັນບໍ່ທີ່ເທົ່າ ທຽມກັນ ທີ່ຂັດຂວາງການເຂົ້າເຖິງມັນ. ພວກເຮົາຕ້ອງຮັບປະກັນວ່າ ມັນໄດ້ຮັບ ການແກ້ໄຂຢ່າງເໝາະສົມໃນການຕອບສະໜອງ.”

ທ່ານໄດ້ກ່າວຕື່ມວ່າ “ແລະ ຈົ່ງຢ່າງລືມວ່າ: ໄພຂົ່ມຂູ່ແມ່ນໄວຣັສ, ບໍ່ແມ່ນປະ ຊາຊົນ.”

ຂໍ້ຄວາມຂອງຫົວໜ້າອົງການສະຫະປະຊາຊາດໄດ້ມີອອກມາ ໃນຂະນະທີ່ບັນດາເຈົ້າໜ້າທີ່ອົງການອະນາໄມໂລກໄດ້ເຕືອນວ່າ ໃນເມື່ອບາງປະເທດໄດ້ທຳຄວາມ ກ້າວໜ້າຢ່າງຫຼວງຫຼາຍ ແລະ ເລີ່ມທີ່ຈະຫຼຸດຜ່ອນມາດຕະການກັກບໍລິເວນນັ້ນ, ການຕໍ່ສູ້ກັບໄວຣັສແມ່ນຍັງບໍ່ໄດ້ຈົບລົງງ່າຍໆ.

ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ ໄດ້ກ່າວວ່າ “ຫ້າມທຳຄວາຜິດພາດ ພວກ
ເຮົາຍັງຕ້ອງໄດ້ເຮັດຫຼາຍຢ່າງຢູ່. ໄວຣັສຈະຢູ່ກັບເຮົາເປັນເວລາດົນ ນານ. ປະເທດສ່ວນຫຼາຍແມ່ນຍັງຢູ່ໃນຂັ້ນຕົ້ນຂອງການລະບາດຂອງເຂົາເຈົ້າ. ແລະບາງປະເທດທີ່ຖືກກະທົບກ່ອນໝູ່ໃນໂຣກລະບາດຕອນນີ້ ແມ່ນກຳລັງເລີ່ມ ເຫັນການເພີ່ມຂຶ້ນໃນກໍລະນີຕ່າງໆ.”

ບັນດາເຈົ້າໜ້າທີ່ສາທາລະນະສຸກ ສະຫະລັດ ກໍໄດ້ຮຽກຮ້ອງໃຫ້ສາທາລະນະ ວາງແຜນສຳລັບລະດູໄຂ້ຫວັດຕໍ່ໄປ ແລະ ໄປສັກຢາກັນໄຂ້ຫວັດເພື່ອທີ່ຈະຊ່ວຍ ຫຼຸດຜ່ອນຄວາມເປັນໄປໄດ້ໃນການໃຊ້ແຫຼ່ງຊັບພະຍາກອນ ດ້ານສຸຂະພາບຢ່າງ ຫຼວງຫຼາຍ ຖ້າມີຕົວເລກຄົນເປັນໄຂ້ຫວັດ ແລະໄວຣັສໂຄໂຣນາຈຳນວນຫຼາຍໃນເວລາດຽວກັນ. ດ້ວຍພະຍາດທີ່ມີອາການທີ່ຄ້າຍຄືກັນນັ້ນ, ຜູ້ອຳນວຍການສູນກາງເພື່ອການຄວບຄຸມ ແລະ ປ້ອງກັນພະຍາດ ທ່ານ ໂຣເບີດ ເຣດຟີລ ໄດ້ກ່າວຕໍ່ບັນດານັກ ຂ່າວວ່າ “ພວກເຮົາຕ້ອງຈຳແນກລະຫວ່າງ ອັນໃດແມ່ນໄຂ້ຫວັດ ແລະ ອັນໃດ ແມ່ນ ໄວຣັສໂຄໂຣນາໃຫ້ໄດ້.”

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຢາກໃຫ້ເຂົາເຈົ້າຊ່ອຍໃນຕອນນີ້ເພື່ອໃຫ້ພວກເຮົາມີຄວາມພ້ອມຫຼາທີ່ສຸດ ດ້ວຍການນຳເອົາຢາວັກຊິນໄຂ້ຫວັດ ແລະໄຂ້ຫວັດອອກມາຈາກສະຖານະການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG