ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ ສ​ປ​ຊ ເຕືອນວ່າ ເຂດກາຊາ ອາດປະເຊີນກັບການພັງລົງ ໃນຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ


ຊາວປາເລັສໄຕນ໌ ຮັບອາຫານ ຢູ່ຈຸດບໍລິຈາກ ທີ່ສະໜອງໃຫ້ໂດຍກຸ່ມການກຸສົນ ໃນເມືອງຣາຟາ ທາງພາກໃຕ້ຂອງເຂດກາຊາ ໃນວັນທີ 6 ທັນວາ 2023.
ຊາວປາເລັສໄຕນ໌ ຮັບອາຫານ ຢູ່ຈຸດບໍລິຈາກ ທີ່ສະໜອງໃຫ້ໂດຍກຸ່ມການກຸສົນ ໃນເມືອງຣາຟາ ທາງພາກໃຕ້ຂອງເຂດກາຊາ ໃນວັນທີ 6 ທັນວາ 2023.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານແອນໂຕນີໂອ ກູເຕເຣັສ ໄດ້ຮຽກຮ້ອງອີກຄັ້ງນຶ່ງ ໃນວັນອັງຄານທີ່ຜ່ານມາ ໃຫ້ຢຸດຍິງດ້ານມະນຸດສະທໍາໃນເຂດ ກາຊາ, ໂດຍເຕືອນວ່າຄວາມສະຫງົບຮຽບຮ້ອຍຂອງສັງຄົມ ອາດພັງລົງ ໃນໄວໆນີ້, ແລະລະບົບມະນຸດສະທໍາກໍຕົກຢູ່ໃນ "ຄວາມສ່ຽງຮ້າຍແຮງ" ທີ່ຈະຫຼົ້ມສະຫຼາຍ.

"ທ່າມກາງການໂຈມຕີຢ່າງຕໍ່ເນື່ອງໂດຍກອງກໍາລັງປ້ອງກັນປະເທດອິສຣາແອລ, ແລະໂດຍບໍ່ມີບ່ອນພັກອາໄສ ຫຼືສິ່ງຈໍາເປັນເພື່ອຄວາມຢູ່ລອດ, ຂ້າພະເຈົ້າຄາດການວ່າຄວາມສະຫງົບຮຽບຮ້ອຍຂອງສັງຄົມ ຈະພັງລົງຢ່າງສິ້ນເຊີງ ໃນໄວໆນີ້ ເນື່ອງຈາກສະພາບການ ທີ່ບໍ່ມີຄວາມຫວັງ, ແມ່ນແຕ່ການຊ່ວຍເຫຼືອດ້ານມະນຸດສະທໍາທີ່ຈໍາກັດກໍເປັນໄປໄດ້ຍາກ," ທ່ານກູເຕເຣັສ ກ່າວເຕືອນໃນຈົດຫມາຍເຖິງ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.

ທ່ານກ່າວຕື່ມວ່າ "ສະຖານະການທີ່ຮ້າຍແຮງກວ່ານັ້ນອາດເກີດຂຶ້ນໄດ້, ລວມທັງພະຍາດລະບາດ ແລະຄວາມກົດດັນທີ່ເພີ່ມຂື້ນສໍາລັບການຍົກຍ້າຍປະຊາຊົນຈຳນວນຫຼາຍເຂົ້າໄປໃນປະເທດເພື່ອນບ້ານ".

ທ່ານຍັງ​ກ່າວ​ວ່າ ສະພາບ​ການ​ປັດຈຸ​ບັນ​ ໃນ​ພາກ​ພື້ນ​ນີ້ ​ເຮັດ​ໃຫ້​ເປັນໄປບໍ່ໄດ້ທີ່​ການ​ເຄື່ອນ​ໄຫວ​ດ້ານ​ມະນຸດສະທຳ​ທີ່​ສຳຄັນ ຈະດຳເນີນການ​ໄດ້.

ທ່ານ​ກ່າວ​ເຕືອນ​ວ່າ “ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຮ້າຍ​ແຮງ ຕໍ່ການຫຼົ້ມສະຫຼາຍຂອງລະບົບມະນຸດສະທຳ". "ສະຖານະການກຳລັງຊຸດໂຊມລົງ ຢ່າງວ່ອງໄວ ຈົນກາຍເປັນໄພພິບັດ ໂດຍມີຜົນສະທ້ອນທີ່ອາດຈະແກ້ໄຂບໍ່ໄດ້ ຕໍ່ຊາວປາແລັສໄຕນ໌ໂດຍລວມ ແລະຕໍ່ສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ."

ທ່ານກູເຕເຣັສ ກ່າວວ່າຈະຕ້ອງຫຼີກລ້ຽງຜົນໄດ້ຮັບດັ່ງກ່າວ ບໍ່ວ່າຈະດ້ວຍວິທິໃດກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG