ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າ ສປຊ ເຕືອນຈີນ ແລະ ສຫລ ໃຫ້ຫລີກລ້ຽງ ສົງຄາມເຢັນ ຢູ່ໃນການສໍາພາດກັບອົງການຂ່າວເອພີ


ທ່ານ Antonio Guterres, ຫົວໜ້າອົງການສະຫະປະຊາຊາດ ກ່າວຕໍ່ບັນດານັກຂ່າວຢູ່ນະຄອນ Brussels ຂອງແບລຈ້ຽມ. (ພາບຖ່າຍໃນວັນທີ 24 ມິຖຸນາ, 2021 ໂດຍ JOHN THYS / POOL / AFP)
ທ່ານ Antonio Guterres, ຫົວໜ້າອົງການສະຫະປະຊາຊາດ ກ່າວຕໍ່ບັນດານັກຂ່າວຢູ່ນະຄອນ Brussels ຂອງແບລຈ້ຽມ. (ພາບຖ່າຍໃນວັນທີ 24 ມິຖຸນາ, 2021 ໂດຍ JOHN THYS / POOL / AFP)

ໃນການເຕືອນວ່າອາດຈະມີສົງຄາມເຢັນຄັ້ງໃໝ່ເກີດຂຶ້ນໄດ້ນັ້ນ, ຫົວໜ້າອົງການສະຫະປະຊາຊາດ ໄດ້ຂໍຮ້ອງໃຫ້ຈີນ ແລະສະຫະລັດ ແກ້ໄຂສາຍພົວພັນທີ່ “ມີຄວາມບົກຜ່ອງ” ທັງໝົດຂອງເຂົາເຈົ້າ ກ່ອນທີ່ບັນຫາລະຫວ່າງສອງປະເທດໃຫຍ່ ແລະມີອິດທິພົນຢ່າງເລິກເຊິ່ງ ຈະແຜ່ລາມອອກໄປສູ່ແຫ່ງອື່ນໆຂອງໂລກ, ອີງຕາມລາຍງານຂອງອົງການຂ່າວເອພີິ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ທ່ານແອນໂຕນີໂອ ກູແຕເຣສ (Antonio Guterres) ໄດ້ໂອ້ລົມກັບອົງການຂ່າວ AP ໃນທ້າຍອາທິດແລ້ວ ນີ້ກ່ອນໜ້າກອງປະຊຸມປະຈຳປີຂອງອົງການສະຫະປະຊາຊາດຂອງບັນດາຜູ້ນໍາ ໂລກທີ່ຈະໄຂຂຶ້ນໃນອາທິດນີ້ - ຊຶ່ງເປັນການປະຊຸມ ທີ່ໄດ້ຮັບຜົນກະທົບໂດຍ ພະຍາດໂຄວິດ, ຄວາມກັງວົນກ່ຽວກັບສະພາບອາກາດ ແລະຄວາມເຄັ່ງຕຶງໃນ ທົ່ວໂລກ.

ທ່ານກູແຕເຣສ (Guterres) ກ່າວວ່າ ສອງປະເທດມະຫາອຳນາດທາງດ້ານເສດຖະກິດຂອງໂລກ ຄວນຈະຮ່ວມມືກັນກ່ຽວກັບສະພາບດິນຟ້າອາກາດ ແລະມີການເຈລະຈາທີ່ເຂັ້ມແຂງກວ່າເກົ່າ ກ່ຽວກັບການຄ້າ ແລະເທັກໂນໂລຈີ ເຖິງແມ່ນວ່າ ຈະມີຄວາມແຕກແຍກກັນທາງດ້ານການເມືອງ ກ່ຽວກັບສິດທິມະນຸດ, ເສດຖະກິດ, ຄວາມປອດໄພທາງອິນເຕີແນັດ ແລະອະທິປະໄຕຢູ່ໃນເຂດທະເລຈີນໃຕ້ກໍຕາມ.

"ໜ້າເສຍດາຍ, ໃນທຸກມື້ນີ້ພວກເຮົາມີແຕ່ການປະເຊີນໜ້າກັນ," ນັ້ນຄືຄໍາເວົ້າ ຂອງທ່ານກູແຕເຣສ (Guterres) ທີ່ກ່າວໃນວັນເສົາຜ່ານມາໃນການສຳພາດກັບອົງການຂ່າວ AP.

"ພວກເຮົາຈໍາເປັນຕ້ອງສ້າງສາຍພົວພັນທີ່ເປັນປະໂຫຍດຄືນໃໝ່ລະຫວ່າງສອງມະຫາອໍານາດ," ນັ້ນຄືຄໍາເວົ້າຂອງທ່ານ ໂດຍຮຽກຮ້ອງວ່າ "ມັນມີຄວາມຈໍາເປັນໃນການແກ້ໄຂບັນຫາການສັກຢາກັນພະຍາດ, ບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະບັນຫາທ້າທາຍອື່ນໆຂອງໂລກທີ່ບໍ່ສາມາດແກ້ໄຂໄດ້ ຖ້າບໍ່ມີສາຍພົວພັນແບບສ້າງສັນ ພາຍໃນປະຊາຄົມສາກົນ ແລະຕົ້ນຕໍແລ້ວແມ່ນລະ ຫວ່າງບັນດາປະເທດມະຫາອຳນາດ.”

ເມື່ອສອງປີກ່ອນ ທ່ານກູແຕເຣສ ໄດ້ເຕືອນຜູ້ນຳທົ່ວໂລກ ກ່ຽວກັບຄວາມສ່ຽງຂອງໂລກ ທີ່ຈະແບ່ງອອກເປັນສອງຝ່າຍ, ໂດຍທີ່ສະຫະລັດແລະຈີນສ້າງການເປັນຄູ່ແຂ່ງກັນທາງອິນເຕີແນັດ, ເງິນຕາ, ການຄ້າ, ກົດລະບຽບທາງດ້ານການເງິນ “ ແລະຍຸດທະສາດແບບເອົາແພ້-ເອົາຊະນະກັນ ທາງດ້ານພູມສາດການເມືອງ ແລະຍຸດທະສາາດດ້ານການທະຫານຂອງຕົນເອງ.”

ທ່ານໄດ້ກ່າວຢໍ້າຄໍາເຕືອນດັ່ງກ່າວ ໃນການໃຫ້ສຳພາດກັບອົງການຂ່າວ AP, ໂດຍກ່າວຕື່ມອີກວ່າ ຍຸດທະສາດທາງດ້ານພູມສາດການເມືອງ ແລະການທະ ຫານຂອງສອງປະເທດທີ່ເປັນຄູ່ແຂ່ງກັນນັ້ນຈະເຮັດໃຫ້ເປັນ “ ອັນຕະລາຍ” ແລະການແບ່ງແຍກກັນຂອງໂລກ. ທ່ານເວົ້າວ່າ ສະນັ້ນ ສາຍພົວພັນຂອງຜູ້ສ້າງມັນຂຶ້ນ ຕ້ອງໄດ້ຮັບການແກ້ໄຂ - ແລະແກ້ໄຂໃນໄວໆນີ້.

ທ່ານກູແຕເຣສກ່າວອີກວ່າ "ພວກເຮົາຕ້ອງຫຼີກລ້ຽງສົງຄາມເຢັນທີ່ອາດຈະແຕກຕ່າງໄປຈາກສົງຄາມຄັ້ງທີ່ຜ່ານມາ, ແລະອາດຈະເປັນອັນຕະລາຍຫລາຍກວ່າ ແລະຄຸ້ມຄອງໄດ້ຍາກກວ່ານັ້ນ ໂດຍທຸກວິທີທາງ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG