ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສະຫະປະຊາຊາດ ເຕືອນວ່າ ຄວາມບໍ່ສະຫງົບ ໃນມຽນມາ ອາດແຜ່ລາມ ອອກໄປ


ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon.
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban
Ki-moon ໄດ້ເຕືອນວ່າ ຄວາມບໍ່ສະຫງົບໃນລັດ Rakhine
ຂອງມຽນມານັ້ນອາດຈະສ້າງຄວາມເສຍຫາຍໃຫ້ແກ່ການ
ປະຕິຮູບໄປສູ່ປະຊາທິປະໄຕຂອງປະເທດ ແລະ ລາມກາຍ
ຊາຍແດນອອກໄປອີກ.

ທ່ານ Ban ໄດ້ຍົກເລື້ອງດັ່ງກ່າວຂື້ນມາເວົ້າໃນວັນເສົາວານນີ້
ໃນລະຫວ່າງ ການພົບປະກັບ ປະທານາທິບໍດີມຽນມາ ທ່ານ
Thien Sein ແລະຫົວໜ້າ ອົງການຮ່ວມມືຂອງກຸ່ມປະເທດ
ອິສລາມ.

ທ່ານ ໄດ້ບອກແກ່ ທ່ານ Ekmeleddin Lhsanoglu ທີ່ເປັນຜູ້ນໍາພາກຸ່ມ 57 ປະເທດດັ່ງ
ກ່າວວ່າ ບັນຫາຂອງລັດ Rakhine ຕ້ອງໄດ້ຮັບມືກັນຢ່າງລະມັດ ລະວັງ ເພາະວ່າບັນຫາ
ດັ່ງກ່າວມີຄວາມສາມາດບົ່ມຊ້ອນທີ່ຈະສົ່ງຜົນກະທົບໃນຂອບເຂດກ້ວາງຂວາງກ່ວາຕໍ່
ການປະຕິຮູບຂອງມຽນມາ ແລະແຜ່ລາມໄປສູ່ປະເທດອື່ນໆ.

ການສູ້ລົບກັນລະຫວ່າງ ຊາວພຸດແລະຊາວມຸສລິມໂຣຣິງຢາ ໃນລັດຣາຄິນແຄມຝັ່ງທະເລ
ພາກຕາເວັນຕົກຂອງມຽນມາ ໄດ້ລະເບີດຂື້ນໃນເດືອນມີຖຸນາ. ເຈົ້າໜ້າທີ່ກ່າວວ່າມີເກືອບ
ຮອດ 90 ຄົນ ໄດ້ຖືກຂ້າຕາຍ.

ຢູ່ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ອາທິດນີ້ບັນດາຜູ້ນໍາຂອງເຫລົ່າ
ປະເທດມຸສລິມ ໄດ້ຮຽກຮ້ອງໃຫ້ມີການເອົາບາດກ້າວເພື່ອຜ່ອນຄາຍ ຄວາມບໍ່ສະຫງົບ ທີ່ຮ້າຍແຮງເຖິງຕາຍນັ້ນ.

ປະທານາທິບໍດີມຽນມາ ໄດ້ໃຫ້ຄໍາໝັ້ນສັນຍາແກ່ຫົວໜ້າສະຫະປະຊາຊາດ ວ່າ
ລັດຖະບານຂອງທ່ານຈະແກ້ໄຂບັນຫາດັ່ງກ່າວ ໃຫ້ໄດ້.

ທ່ານ Thien Sein ໄດ້ເຂົ້າກໍາອໍານາດໃນເດືອນມີນາປີກາຍນີ້ ແລະໄດ້ເລີ້ມດໍາເນີນ
ການປະຕິຮູບປະເທດ ຫລັງຈາກການປົກຄອງຂອງທະຫານມາໄດ້ຫລາຍສິບປີ. ທ່ານ ໄດ້ກ່າວຕໍ່ ວີໂອເອ ພະແນກພາສາມຽນມາ ໃນວັນເສົາມື້ວານນີ້ວ່າ ສື່ມວນຊົນຈະຫລີ້ນ
ບົດບາດອັນສໍາຄັນຕໍ່ການຫັກປ່ຽນໄປສູ່ປະຊາທິ ປະໄຕຂອງມຽນມາ.

ກ່ຽວຂ້ອງກັນ

XS
SM
MD
LG