ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ ສປຊ ຂໍຮ້ອງໃຫ້ສາກົນ ຊ່ວຍປ້ອງກັນເສດຖະກິດ ຂອງອັຟການິສຖານບໍ່ໃຫ້ພັງທະລາຍລົງ


ຊາວອັຟການິສຖານພາ​ກັນ​ລຽນ​ແຖວຢູ່​ຂ້າງນອກ​ທະ​ນາ​ຄານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ ເພື່ອ​ຖອນ​ເງິນ​ຂອງ​ຕົນ​ອອກ​ຫລັງ​ຈາກ​ກຸ່ມ​ຕາ​ລີ​ບານ​ໄດ້​ຢຶດ​ເອົາ​ອຳ​ນາດ​ປົກ​ຄອງ​ປະ​ເທດ​ແລ້ວ, ວັນ​ທີ 1 ກັນ​ຍາ, 2021
ຊາວອັຟການິສຖານພາ​ກັນ​ລຽນ​ແຖວຢູ່​ຂ້າງນອກ​ທະ​ນາ​ຄານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ ເພື່ອ​ຖອນ​ເງິນ​ຂອງ​ຕົນ​ອອກ​ຫລັງ​ຈາກ​ກຸ່ມ​ຕາ​ລີ​ບານ​ໄດ້​ຢຶດ​ເອົາ​ອຳ​ນາດ​ປົກ​ຄອງ​ປະ​ເທດ​ແລ້ວ, ວັນ​ທີ 1 ກັນ​ຍາ, 2021

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໃນວັນຈັນວານນີ້ ໄດ້ຂໍຮ້​ອງໃຫ້​ມີການສະໜັບສະໜູນຈາກສາກົນຢ່າງຮີບດ່ວນ ເພື່ອປ້ອງກັນເສດຖະກິດຂອງອັຟການິສຖານບໍ່​ໃຫ້ພັງທະລາຍລົງ, ຊຶ່ງ​ເປັນ​ເວ​ລານຶ່ງມື້ກ່ອນຈະມີກອງປະຊຸມ ສຸດຍອດຂອງຜູ້ນຳກຸ່ມ 20 ປະ​ເທດ ຫລື G20 ກ່ຽວກັບສະຖານະການໃນປະ ເທດນັ້ນ.

ທ່ານແອນໂຕນີໂອ ກູເຕເຣສ (Antonio Guterres) ກ່າວຕໍ່ບັນດານັກຂ່າວຢູ່ທີ່ສຳນັກງານໃຫຍ່ ຂອງອົງການສະຫະປະຊາຊາດວ່າ "ນີ້ແມ່ນຊ່ວງເວລາທີ່ຈະສ້າງຫຼື ທຳລາຍ."

ທ່ານກ່າວອີກວ່າ ເຖິງ​ແມ່ນອົງການສະຫະປະຊາຊາດກຳລັງເຮັດວຽກເພື່ອຊ່ວຍ ເຫຼືອຊາວອັຟການິສຖານ 18 ລ້ານຄົນ ທີ່ຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳຢູ່​ກໍ​ຕາມ ແຕ່ມັນຈະບໍ່ພຽງພໍເພື່ອປ້ອງກັນບໍ່ໃຫ້ເກີດວິກິດການອັນໃຫຍ່ກວ່າ​ເກົ່າ​ຂຶ້ນຖ້າຫາກເສດຖະກິດລົ້ມແຫຼວ.

ທ່ານກ່າວວ່າ "ຂ້າພະເຈົ້າຮຽກຮ້ອງໃຫ້ໂລກດຳເນີນການແລະສີດເງິນ​ທີ່​ເຮັດ​ໃຫ້​ມີສະພາບຄ່ອງຕົວເຂົ້າໃນເສດຖະກິດຂອງອັຟການິສຖານເພື່ອຫຼີກເວັ້ນການພັງທະລາຍລົງ."

ທ່ານກ່າວວ່າປະຊາຄົມສາກົນກຳລັງເຄື່ອນໄຫວຊ້າເກີນໄປໃນບັນຫານີ້, ແລະ ເງິນສົດ ສາມາດຖືກສີດເຂົ້າ​ໄປໄດ້ໂດຍບໍ່ລະເມີດກົດໝາຍສາ​ກົນ ຫຼືຫຼັກການປະນີປະນອມ, ລວມທັງຜ່ານອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ອົງການສະຫະປະຊາຊາດ-ໂດຍບໍ່ຜ່ານກຸ່ມຕາລີບານ.

ທ່ານກ່າວວ່າ "ສິ່ງນຶ່ງສຳລັບຂ້າພະເຈົ້າເຫັນ​ວ່າມັນຈະແຈ້ງແລ້ວ: ກໍ​ຄືປະຊາຊົນອັຟການິສຖານ ບໍ່ສາມາດປະສົບກັບການລົງໂທດແບບລວມໝູ່ໄດ້ ເພາະວ່າ ພວກຕາລີບານປະພຶດແບບບໍ່ຖືກຕ້ອງ." "ປະຊາຊົນບໍ່ຄວນຕາຍຍ້ອນຄວາມອຶດຫິວບໍ່​ວ່າ ຈະ​ຢູ່ໃນສະພາບການໃດໆ​ກໍ​ຕາມ."

ເສດຖະກິດຂອງອັຟການິສຖານໄດ້ປະສົບກັບບັນຫາຢູ່ແລ້ວກ່ອນທີ່ພວກຕາລີ ບານຈະເຂົ້າມາຄວບຄຸມລັດຖະບານໃນວັນທີ 15 ສິງຫາ, ແຕ່ວ່າການມາຮອດ ຂອງເຂົາເຈົ້າໄດ້ເຮັດໃຫ້ມັນຫຍຸ້ງ​ຍາກ​ເພີ້ມ​ຕື່ມອີກ, ເນື່ອງຈາກປະເທດຕ່າງໆທີ່ລັ່ງເລໃຈຈະພົວ​ພັນກັບເຂົາເຈົ້າ ໄດ້ຢຸດການຊ່ວຍເຫຼືອດ້ານການພັດທະນາ ແລະໄດ້ຍຶດຊັບສິນຢູ່ຕ່າງປະເທດ ຂອງລັດຖະບານນັ້ນໄວ້.

ທ່ານເລຂາທິການໃຫຍ່ຊີ້ໃຫ້ເຫັນວ່າດຽວນີ້ມັນເປັນຄວາມຮັບຜິດຊອບຂອງກຸ່ມຕາລີບານໃນການຊອກຫາ “ທາງກັບຄືນຈາກເຫວເລິກ”, ແຕ່ໃນເວລານີ້, ເສດຖະກິດຕ້ອງສາມາດ “ກັບ​ຄືນ​ມາຫາຍໃຈໄດ້ອີກ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG