ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສປຊ ຮຽກ​ຮ້ອງ ​ໃຫ້ເປັນ​ນໍ​້າ​ນຶ່ງ ​ໃຈ​ດຽວກັນ ເພື່ອ​ຊ່ວ​ຍເຫຼືອ​ ​ຜູ້​ເຄາະ​ຮ້າຍ ຍ້ອນ​ລົມ​ໄຊ​ໂຄ​ລນ ອີ​ແດ


A displaced family arrives after being rescued by a boat from a flooded area of Buzi district, 200 kilometers (120 miles) outside Beira, Mozambique, on March 23, 2019.
A displaced family arrives after being rescued by a boat from a flooded area of Buzi district, 200 kilometers (120 miles) outside Beira, Mozambique, on March 23, 2019.

ເລ​ຂາ​ທິ​ການ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ກິວ​ເຕ​ເຣັ​ສ ກ່າວ​ໃນ
​ວັນ​ອັງ​ຄານ​ວານ​ນີ້​ວ່າ ປະ​ຊາ​ຄົມ​ສາ​ກົນ​ມີ​ຄວາມຕ້ອງ​ການຢ່າງ​ຮິ​ບດ່ວນ ໃນ​ການ​ຫາ
​ເງິນເພື່ອ​ຊ່ວຍ​ເຫຼືອ​ສາມ​ປະ​ເທດ​ໃນ​ເຂດພາກ​ໃຕ້ຂອງ​ອາ​ຟ​ຣິ​ກາທີ່​ໄດ້​ຮັບ​ຄວາມ​ເສຍ
​ຫາຍ​ຢ່າງ​ໜັກຈາກ​ພາຍຸ​ໄຊ​ໂຄ​ລນ​ອີແດ.

ທ່ານ​ກິວ​ເຕ​ເຣັ​ສ ກ່າວ​ເຖິງ​ລົມ​ພາ​ຍຸ ​ທີ່ພັດໄດ້​ຖະ​ຫລົ່ມ​ໂມ​ຊໍ​າບິກ ຊິມ​ບັບ​ເວ ແລະ​ມາ​
ລາ​ວີ ວ່າ “ພາ​ຍຸ​ໄຊ​ໂຄ​ລນເຂດ​ຮ້ອນ​ອີ​ແດ ໄດ້ພັດເຂົ້າ​ຖະ​ຫຼົ່ມໂດຍ​ກົງ ດ້ວຍ ລົມ​ແຮງ
ແລະພາ​ໃຫ້​ເກີດ​ນ້ຳ​ຖ້ວມ​ຢູ່ໃນ​ບໍ​ລິ​ເວນ​ກວ້າງ​ໃຫຍ່ ທີ່​ປະ​ສົບ​ກັບ​ຄວາມ​ທຸກ​ຈົນ ແລະ
ໄພແຫ້ງ​ແລ້ງ​ມາ​ເປັນ​ເວ​ລາດົນນານ​ແລ້ວ.”

ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮ້ອງ​ຂໍ​ເງິນ​ເກືອບ 282 ລ້ານ​ໂດ​ລາ​ ເພື່ອ​
ໃຊ້​ຈ່າຍໃນ​ຄວາມ​ຕ້ອງ​ການ​ຢ່າງ​ກະ​ທັນ​ຫັນໃນ​ໄລ​ຍະ​ສາມ​ເດືອນ​ຂ້າງ​ໜ້າ​ ຢູ່​ໃນ​ໂມ
​ຊຳ​ບິກ ຊຶ່ງເປັນ​ບ່ອນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍໜັກ​ທີ່​ສຸດ.

ທ່ານ​ກິວ​ເຕ​ເຣັ​ສ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ "ພວກ​ເຮົາ​ຢ້ານ​ກົວ​ວ່າ​ໝູ່​ບ້ານ​ທັງ​ໝົດ ໄດ້​
ຖືກ​ນ້ຳພັດ​ໄປ​ຢູ່​ໃນ​ບ່ອນ​ທີ່​ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ໄປ​ເຖິງ."

ການ​ຮ້ອງ​ຂໍ​ສຳ​ລັບມາ​ລາ​ວີ ແລະ​ຊິ​ມ​ບັບ​ເວ ​ທີ່ຈະມີ​ຂຶ້ນ​ໃນ​ບໍ່​ເທົ່າ​ໃດ​ວັນ​ຂ້າງ​ໜ້າ​ນີ້.

ເລ​ຂາ​ທິ​ການ​ໃຫ​ຍ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ "ຂ້າ​ພະ​ເຈົ້າ​ໄດ້ຂໍຮ້ອງ​ໃຫ້​ປະ​ຊາ​ຄົມ
​ສາ​ກົນ ​ຕອບຮັບ​ຕໍ່ການ​ຮ້ອງ​ຂໍ​ເຫລົ່າ​ນີ້​ຢ່າງ​ຮີບ​ດ່ວນ ແລະ​ຢ່າງເຕັມ​ທີ່​ເພື່ອ​ວ່າ​ບັນ​ດາ
​ອົງ​ການໆ​ຊ່ວຍ​ເຫຼືອຕ່າງໆ​ຈະສາ​ມາດ​ໃຫ້​ການຕອບ​ສະ​ໜອງ​ຂອງ​ເຂົາ​ເຈົ້າໄດ້​
ທັນ​ການ.”

ລົມ​ແຮງ ແລະ​ຝົນ​ຕົກ​ໜັກ ຈາກພາ​ຍຸ​ໄຊ​ໂຄ​ລນ​ອີ​ແດ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊິ​ວິດ 750
ຄົນ​ຢູ່​ໃນ​ໂມ​ຊໍ​າ​ບິກ ​ປະ​ເທດ​ເພື່ອນ​ບ້ານ​ມາ​ລາ​ວີ ແລະ​ຊິມ​ບັບ​ເວ ແລະ​ເຮັດ​ໃຫ້​ຫຼາຍ
​ຮ້ອຍ​ພັນ​ຄົນ ​ບໍ່​ມີ​ທີ່​ຢູ່​ອາ​ໄສ.

ເລ​ຂາ​ທິ​ການ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ກິວ​ເຕ​ເຣັ​ສ ກ່າວ​ທີ່​ຫ້ອງ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ.
ເລ​ຂາ​ທິ​ການ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ກິວ​ເຕ​ເຣັ​ສ ກ່າວ​ທີ່​ຫ້ອງ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ.

ສະ​ຫະ​ປະ​ຊາ​ຊາດ ແລະ​ບັນ​ດາ​ອົງ​ການ​ຮ່ວມ​ມືໄດ້ລົງ​ພື້ນ​ທີ່​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ
​ແກ່​ປະ​ຊາ​ຊົນ​ທີ່​ບໍ່ມີ​ບ່ອນ​ຢູ່​ອາ​ໄສ.

ທ່ານ​ກິວ​ເຕ​ເຣັ​ສ ກ່າວ​ວ່າ “ພາ​ຍ​ໃຕ້​ສະ​ພາບ​ການທີ່ຍາກ​ລຳ​ບາກ​ ພວກ​ເຮົາ​ໄດ້​ຖີ້ມ​
ເຄື່ອງສຸກ​ເສີນທາງ​ອາ​ກາດ ທີີ່​ເປັນ​ອາ​ຫານ ຢາ​ປົວ​ພະ​ຍາດ ເຄື່ອ​ຕອງນ້ຳ ແລະ​ຜ້າ​ຕັ້ງ
​ ໃຫ້​ແກ່​ບັນ​ດາ​ປະ​ຊາ​ຄົມ ​ທີ່​ຍັງ​ຖືກ​ນ້ຳ​ຖ້ວມ​ຢູ່.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG