ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງກອງ​ກຳ​ລັງ​ນາ​ນາ​ຊາດ​ທີ່​ແຂງ​ແກ່ນ ສຳ​ລັບ​ປະ​ເທດ ເຮ​ຕີ


ຜູ້​ປ​ະ​ທ້ວງ​ແລ່ນ​ຫາ​ບ່ອນ​ຄຸ້ມ​ກັນ​ຈາກ​ແກັ​ສ​ນ້ຳ​ຕາ​ທີ່​ຖືກ​ຍິງ​ໃສ່​ໂດ​ຍ​ຕຳຫຼວດ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ຄວາມບໍ່​ໝັ້ນ​ຄົງ​ໃນ​ນະ​ຄອນຫຼວງ ປອກ-​ໂອ-​ແປ​ຣງ, ເຮ​ຕີ, 7 ສິງ​ຫາ 2023.
ຜູ້​ປ​ະ​ທ້ວງ​ແລ່ນ​ຫາ​ບ່ອນ​ຄຸ້ມ​ກັນ​ຈາກ​ແກັ​ສ​ນ້ຳ​ຕາ​ທີ່​ຖືກ​ຍິງ​ໃສ່​ໂດ​ຍ​ຕຳຫຼວດ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ຄວາມບໍ່​ໝັ້ນ​ຄົງ​ໃນ​ນະ​ຄອນຫຼວງ ປອກ-​ໂອ-​ແປ​ຣງ, ເຮ​ຕີ, 7 ສິງ​ຫາ 2023.

ເລ​ຂາ​ທິ​ການ​ໃຫຍ່​ສະ​ຫ​ະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ໄດ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນໃຫ້ “​ດຳ​ເນີນ​ການ​ດຽວນີ້,” ແລະ ສົ່ງ​ກອງ​ກຳ​ລັງ​ຕິດ​ອາ​ວຸດ​ທີ່​ແຂງ​ແກ່ນ​ທີ່ບໍ່​ຂຶ້ນ​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄປ​ປະ​ເທດ ເຮ​ຕີ, ເພື່ອ​ສະ​ໜັບ​ສະ​ໜູນ​ຕຳຫຼວດ​ແຫ່ງ​ຊາດ​ ໃນ​ການ​ຢຸດ​ຄວາມ​ຮຸນ​ແຮງ​ຂອງ​ແກັ່ງ​ອັນ​ຕະ​ພານ​ທີ່​ຄອບ​ງຳ​ປະ​ເທດ​ເກາະ​ແຫ່ງ​ນັ້ນ.

ທ່ານ ກູ​ເຕ​ເຣ​ສ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ສະ​ມາ​ຊິກ 15 ປະ​ເທດ​ໃນ​ລາຍ​ງານ​ສະ​ບັບ​ນຶ່ງ​ທີ່​ວີ​ໂອ​ເອ​ໄດ້​ເຫັນ​ເມື່ອ​ວັນ​ອັງ​ຄານ​ວານນີ້​ວ່າ “ບໍ່​ມີ​ຫຍັງ​ທີ່ບໍ່​ລວມ​ມີ​ການ​ນຳ​ໃຊ້​ກຳ​ລັງທີ່​ແຂງ​ແກ່ນ, ທີ່​ຖືກ​ເສີມ​ດ້ວຍມາດ​ຕະ​ການບໍ່​ໃຊ້​ກຳລັງ​ໂດຍ​ກົງ, ໂດຍກອງ​ກຳ​ລັງ​ຕຳຫຼວດ​ນາ​ນາ​ຊາດ​ທີ່​ມີ​ຄວາມ​ສາ​ມາດ​ພິ​ເສດ ທີ່​ຖືກມອບ​ອຳ​ນາດ​ໃຫ້​ໂດຍກອງ​ທັບ, ທີ່​ໄດ້​ປະ​ສານ​ງານ​ກັບ​ຕຳຫຼວດ​ແຫ່ງ​ຊາດ, ຈະ​ສາ​ມາດ​ບັ​ນ​ລຸ​ເປົ້າ​ໝາຍ​ທີ່​ວ່າ​ນີ້​ໄດ້.”

ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ເຮ​ຕີ ໄດ້​ຂໍ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃຫ້​ສົ່ງ​ກອງ​ກຳ​ລັງ​ສາ​ກົນ​ໄປ​ຢ່າງ​ຮີບ​ດ່ວນ, ແຕ່​ມັນ​ໄດ້​ໃຊ້​ເວ​ລາຫຼາຍ​ເດືອນ​ສຳ​ລັບຫຼາຍ​ປະ​ເທດ​ ທີ່​ຈະ​ກ້າວ​ອອກ​ມາ​ເພື່ອ​ພິ​ຈາ​ລະ​ນາ​ການ​ສົ່ງ​ຕຳຫຼວດ​ໄປ.

ໃນ​ລາຍ​ງານ​ຂອງ​ທ່ານ, ຫົວ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ປະ​ກາດຂອງ ເຄັນ​ຢາ ໃນ​ຕົ້ນ​ເດືອນນີ້​ທີ່​ວ່າ​ເຂົາ​ເຈົ້າກຳ​ລັງ​ພິ​ຈາ​ລະ​ນາ​ການ​ນຳ​ພາ​ກອງ​ກຳ​ລັງ​ນາ​ນາ​ຊາດ​ທີ່​ອາດ​ເປັນ​ໄປ​ໄດ້. ທ່ານ​ຍັງ​ໄດ້​ຮັບ​ຮູ້​ການ​ສັນ​ຍາ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດເກາະ ບາ​ຮາ​ມາ​ສ ແລະ ຈາ​ໄມ​ກາ, ແລະ ການ​ປະ​ກາດ​ໂດຍ​ປະ​ເທດ ແອນ​ທິ​ກົວ ແລະ ບາ​ບູ​ດາ ເພື່ອ​ພິ​ຈາ​ລະ​ນາ​ການ​ປະ​ກອບ​ສ່ວນ​ຕໍ່​ກອງ​ກຳ​ລັງ.

ທ່ານ ກູ​ເຕ​ເຣ​ສ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ປະ​ເທດ​ສະ​ມາ​ຊິກ​ເພີ່ມ​ເຕີມ, ໂດຍ​ສະ​ເພາະ​ໃນ​ບັນ​ດາ​ປະ​ເທດ​ຢູ່​ທະ​ວີບ​ອາ​ເມ​ຣິ​ກາ, ເພື່ອ​ສືບ​ຕໍ່​ສ້າງ​ແຮງ​ຜັກ​ດັນໃໝ່​ນີ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG