ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ແນວໂຮມ ພາຍໃຕ້ ການນຳພາ ຂອງ ຊາອຸດີ ສືບສວນ ການໂຈມຕີ ຢູ່ ເຢເມນ


ຖົງເປ້ເດັກນ້ອຍ ຢັ່ງຢາຍຢູ່ໃນບໍລິເວນເກີດເຫດ ນຶ່ງມື້ ທີ່ມີການໂຈມຕີ ຢູ່ຊາອາດາ. (ວັນທີ 10 ສິງຫາ 2018)
ຖົງເປ້ເດັກນ້ອຍ ຢັ່ງຢາຍຢູ່ໃນບໍລິເວນເກີດເຫດ ນຶ່ງມື້ ທີ່ມີການໂຈມຕີ ຢູ່ຊາອາດາ. (ວັນທີ 10 ສິງຫາ 2018)

ກຸ່ມແນວໂຮມທະຫານຂອງອາຣັບ ພາຍໃຕ້ການນຳພາຂອງຊາອຸດີ ອາຣາເບຍ ກ່າວ
ໃນວັນສຸກວານນີ້ວ່າ ຕົນຈະທຳການສືບສວນເບິ່ງການໂຈມຕີທາງອາກາດ ທີ່ໄດ້ສັງ
ຫານຢ່າງໜ້ອຍ 50 ຄົນ ຢູ່ໃນປະເທດເຢເມນ ຊຶ່ງຫລາຍໆຄົນ ໃນຈຳນວນດັ່ງກ່າວ
ແມ່ນເດັກນ້ອຍ ຫຼັງຈາກໄດ້ກ່າວປ້ອງກັນການໂຈມຕີທີ່ວ່ານີ້ ໂດຍເວົ້າວ່າ “ມັນເປັນ
ເປົ້າໝາຍທີ່ຖືກຕ້ອງຊອບທຳທາງທະຫານ.”

ການປ່ຽນແປງທ່າທີໄດ້ມີຂຶ້ນ ໃນຂະນະທີ່ການໂຈມຕີດັ່ງກ່າວໄດ້ຖືກຕ້ອງຕິຢ່າງໜັກ
ຈາກປະຊາຄົມນາໆຊາດ ຮວມທັງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ
ຮຽກຮ້ອງໃຫ້ດຳເນີນການສືບສວນຢ່າງເປັນອິດສະຫຼະເບິ່ງການໂຈມຕີທີ່ວ່ານີ້.

ພວກກະບົດຮູຕີ ໃນເຢເມນກ່າວວ່າ ມີເດັກນ້ອຍບໍ່ຕ່ຳກວ່າ 40 ຄົນໄດ້ເສຍຊີວິດໃນ
ການໂຈມຕີເມື່ອວັນພະຫັດຜ່ານມານີ້ ຢູ່ໃນພາກເໜືອຂອງປະເທດ ຊຶ່ງລູກສອນໄຟ
ລູກນຶ່ງ ໄດ້ຍິງຖືກລົດເມ ທີ່ຂົນພວກເດັກນ້ອຍ ກັບມາຈາກການໄປກິນເຂົ້າປ່າທີ່ຈັດ
ໂດຍໂຮງຮຽນໃນໄລຍະພັກຮ້ອນ. ພວກກະບົດຮູຕີກ່າວວ່າ ນອກນັ້ນຍັງມີຢ່າງໜ້ອຍ
77 ຄົນບາດເຈັບ.

ໂຄສົກ ຂອງສະຖານທູດຊາອຸດີ ທີ່ນະຄອນຫຼວງວໍຊິງຕັນ ຍານາງຟາຕີມາ ແບເຊນ
ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ເລື່ອງດັ່ງກ່າວນີ້ ໄດ້ຖືກສົ່ງໄປໃຫ້ ຄະນະສືບ
ສວນຂອງແນວໂຮມແລ້ວ.

ຍານາງແບເຊນ ກ່າວວ່າ “ກຸ່ມແນວໂຮມ ດັ່ງທີ່ເຄີຍໄດ້ເຮັດມາ ຈະນຳໃຊ້ທຸກຄວາມ
ພະຍາຍາມເພື່ອປົກປ້ອງຊີວິດຂອງພົນລະເຮືອນ.”

ກຸ່ມແນວໂຮມທາງທະຫານ ຂອງອາຣັບ ພາຍໃຕ້ການນຳພາຂອງຊາອຸດີ ໃນຂັ້ນຕົ້ນ
ກ່າວວ່າ ການໂຈມຕີລົດເມດັ່ງກ່າວນີ້ “ແມ່ນການປະຕິບັດງານ ທາງທະຫານ ທີ່ຖືກ
ຕ້ອງຊອບທຳ” ແລະໄດ້ກ່າວຫາ ພວກກະບົດຮູຕີວ່າ ເກນເອົາ ພວກເດັກນ້ອຍ ໄປ
ເປັນທະຫານ ແລະໃຊ້ພວກເຂົາ ເພື່ອເປັນເຄື່ອງກຳບັງ ໃນສະໜາມລົບ.

ນອກນັ້ນແລ້ວ ໃນວັນສຸກວານນີ້ ສະພາຄວາມໝັ້ນຄົງສະຫະປະຊາຊາດຍັງໄດ້ຮຽກ
ຮ້ອງໃຫ້ດຳເນີນການສືບສວນທີ່ໜ້າເຊື່ອຖືແລະໂປ່ງໃສ ເບິ່ງການໂຈມຕີດັ່ງ ກ່າວ.

ເອກອັກຄະລັດຖະທູດອັງກິດປະຈຳອົງການສະຫະປະຊາຊາດ ທ່ານນາງແຄເຣັນ ພີ
ອຽດສ໌ ຊຶ່ງເປັນປະທານວຽນ ຂອງສະພາຄວາມໝັ້ນຄົງ ກ່າວຕໍ່ພວກນັກຂ່າວວ່າ “ສິ່ງ
ສຳຄັນ ກໍຄືຄຳວ່າ ໜ້າເຊື່ອຖື.” ຖ້າຫາກເປັນການສືບສວນ ທີ່ຮັບເອົາໄດ້ ໜ້າເຊື່ອຖື
ແລ້ວ ທາງສະພາຄວາມໝັ້ນຄົງ ກໍຈະພິຈາລະນາບາດກ້າວ ໃນຂັ້ນຕໍ່ໄປ ຫຼັງຈາກໄດ້
ຮູ້ເລື້ອງແລ້ວ.”

ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທ່ານແອນໂຕນີໂອ ກິວເຕເຣສ ຍັງໄດ້
ຮຽກຮ້ອງໃຫ້ “ທຳການສືບສວນຢ່າງເປັນອິດສະຫຼະແລະໃນທັນທີ” ກ່ຽວກັບການໂຈມ
ຕີທາງອາກາດດັ່ງກ່າວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG