ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ພັນ ກິມູນ ຮຽກຮ້ອງໃຫ້ ເກົາຫລີເໜືອແລະໃຕ້ ຜ່ອນຄາຍຄວາມຄັ່ງຕຶງລົງ


ທ່ານ Ban Ki-moon ເລຂາທິການໃຫຍ່ຂອງ ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ ເກົາຫລີເໜືອ ແລະເກົາຫລີໃຕ້ ຈົ່ງລຸດຜ່ອນຄວາມເຂັ່ງຕຶງ.
ທ່ານ Ban Ki-moon ເລຂາທິການໃຫຍ່ຂອງ ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ ເກົາຫລີເໜືອ ແລະເກົາຫລີໃຕ້ ຈົ່ງລຸດຜ່ອນຄວາມເຂັ່ງຕຶງ.

ໃນ​ຂະນະ​ດຽວ​ກັນ ເລ​ຂາ​ທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon
​ໄດ້​ຮຽກຮ້ອງ​ໃຫ້ ​ເກົາຫລີເໜືອ ​ແລະ​ເກົາຫລີໃຕ້ ຈົ່ງລຸດຜ່ອນ​ຄວາມ​ເຄ່ງຕືງ ທີ່​ແຫລມ​ເກົາ
ຫລີນັ້ນ.

ທ່ານ Ban ​ໄດ້​ກ່າວ​ຄໍາ​ຮຽກຮ້ອງ​ນີ້ ​ໃນ​ລະຫວ່າງ​ກອງ​ປະ​ຊຸມ​ໃນ​ວັນ​ຈັນມື້​ນີ້ ກັບ​ລັດຖະມົນ
ຕີ​ການ​ຕ່າງປະ​ເທດ ເກົາ​ຫລີໃຕ້ ທ່ານ Kim Sung-hwan ຢູ່​ນະຄອນຫລວງ​ໂຊ​ລ​ ຊຶ່ງ​ທ່ານ​
ກ່າວ​ວ່າ:

“ສິ່ງ​ສໍາ​ຄັນ​ທີ່​ສຸດ​ນັ້ນ​ກໍ​ຄື ທັງ​ສອງ​ປະ​ເທດທີ່​ກ່ຽວຂ້ອງ ຄື​ເກົາຫລີ​ໃຕ້ ​ແລະ ເກົາ ຫລີ​ເໜືອ
ຕ້ອງ​ແກ້​ໄຂ​ບັນຫາ​ໂດຍ​ການ​ໂອ້​ລົມ​ກັນ ​ແລະ​ເສີມ​ຂະຫຍາຍການ​ແລກ ປ່ຽນ ​ແລະ​ການ​
ຮ່ວມ​ມື​ກັນ​ລະຫວ່າງ​ທັງ​ສອງ​ປະ​ເທດ ​ໃຫ້​ກ້ວາງ​ອອກ​ໄປ​ອີກ.”

ຄວາມ​ສໍາພັນ​ຂ້າມ​ຊາຍ​ແດນ​ ໄດ້​ເຊື່ອມ​ໂຊມ​ລົງ​ໃນ​ບໍ່​ເທົ່າ​ໃດເດືອນທີ່​ຜ່ານ​ມາ. ​ເກົາຫລີ​ເໜືອ ​
ໄດ້​ຂູ່ທີ່​ຈະ​ເຮັດ​ອັນ​ທີ່​ເອີ້ນວ່າ “ສົງ​ຄາມ​ສັກສິດ” ຕໍ່ຕ້ານລັດຖະບານ​ເກົາ​ຫລີ​ໃຕ້ ຍ້ອນ​ອັນ​ທີ່​
ເກົາຫລີ​ເໜືອກ່າວ​ຫາວ່າ ​ເປັນ​ການ​ໝິ່ນປະ​ໝາດ​ ແລະ​ວາງແຜນ​ຕໍ່​ຕ້ານ ລັດຖະບານ​ຂອງ​
ຕົນ ​ໂດຍ​ເກົາຫລີ​ໃຕ້​ນັ້ນ.

ນອກ​ນີ້​ແລ້ວ ພຽງ​ຢາງກໍ​ຍັງ​ກໍາລັງ​ດີ້ນ​ຮົນ​ຮັບ​ມືກັບ​ໄພນໍ້າ​ຖ້ວ​ມ ທີ່​ຫາ​ຍະ​ນະ ທີ່​ໄດ້ເຮັດ​ໃຫ້​
ມີ​ຄົນ​ເສຍ​ຊີວິດ​ຢ່າງໜ້ອຍ 169 ຄົນ ຫລາຍ​ຮ້ອຍ​ຄົນ​ຍັງ​ຫາຍ​ສາບ​ສູນ​ຍ້ອນ​ຖືກນໍ້າ​ພັດ​ໄປ ​
ແລະ​ ຖ້ວມ​ພື້ນ​ທີ່​ປູກຝັງ ຫລືພັດ​ເສາະ​ໄປ ​ ຫລາຍ​ກວ່າ 65 ພັນເຮັກຕາ​. ທ່ານ Ban
ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້ ​ກ່າວ​ວ່າ ສະຫະ​ປະຊາ​ຊາດ ​ແມ່ນ​ມີ​ຄວາມ​
ໝັ້ນ​ໝາຍ​ທີ່​ຈະ​ສືບ​ຕໍ່ໃຫ້ການ​ຊ່ວຍ​ເຫລືອສຸກ​ເສີນ​ ​ແກ່​ເກົາຫລີ​ເໜືອ.

XS
SM
MD
LG