ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເລ​ຂາ​ທິ​ການ​ໃຫຍ່​ ສປ​ຊ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ກົດ​ດັນ​​ເພີ້ມ​ຂຶ້ນ ຕໍ່​ພັກຝ່າຍ ທີ່​ເປັນ​ປໍ​ລະ​ປັກ ໃນລີ​ເບຍ


ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕນິ​ໂອ ກູ​ເຕ​ຣເຣ​ສ.
ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕນິ​ໂອ ກູ​ເຕ​ຣເຣ​ສ.

ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕນິ​ໂອ ກູ​ເຕ​ຣ​ເຣ​ສ ໄດ້​ຮຽກ​ຮ້ອງ​ຕໍ່​ປະ
​ຊາຄົມ​ສາ​ກົນ ໃນ​ວັນ​ອັງ​ຄານ​ວານ​ນີ້ ເພື່ອ​ເພີ້ມ​ຄວາມ​ກົດ​ດັນ​ຕໍ່​ບັນ​ດາ​ພັກຝ່າຍທີ່​ເປັນ​ປໍ​
ລະ​ປັກໃນລີ​ເບຍໃຫ້​ເລີ້ມ​ການ​ຢຸດ​ຍິງ​ຢ່າງ​ຈິງ​ຈັງ ແລະ​ຫາ​ທາງ​ແກ້​ໄຂ​ທາງ ​ດ້ານການ
​ເມືອງ.

ທ່ານ​ກູ​ເຕ​ຣ​ເຣ​ສ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວເພີ້ມ​ເຕີມ ກ່ຽວ​ກັບ​ການ​ລະເ​ມີດ​ຢຸ​ດຍິງ​ຢູ່​ໃນ ທ້ອງ​ຖິ່ນ​ຈຳ​ນວນ​ນຶ່ງວ່າ “ພວກ​ເຮົາ​ມີ​ການ​ຢຸດ​ຍິງ. ພວກ​ເຮົາຈຳ​ເປັນ​ຕ້ອງ​ໄດ້​ມີ​ການ ຢຸດ​ຍິງ ແລະ​ຈາກ​ການ​ຢຸດ​ຍິງນັ້ນພວກ​ເຮົາຈຳ​ເປັນ​ຕ້ອງ​ໄດ້​ກ້າວ​ໄປ​ສູ່ຂັ້ນ​ຕອນ​ທາງ​ດ້ານ​ການ​ເມືອງ​ທີ່​ແທ້​ຈິງ. ແລະ​ພວກ​ເຮົາ​ຍັງ​ບໍ່​ທັນ​ຮອດ​ບ່ອນ​ນັ້ນ​ເທື່ອ.”

ຫົວ​ໜ້າ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກການ​ປະ​ຊຸມ​ແບບ​ປິດລັບ ເປັນ​ເວ​ລາ​ເກືອບ​ສອງ​ຊົ່ວ​ໂມງ ກັບສະ​ພາ​ຄວາມ​ໝັ້ນ​ຄົງທີ່​ມີ 15 ປະ​ເທດ ລະ​ຫວ່າງທີ່​ທ່ານ​ໄດ້​ລາຍ​ງານຕໍ່​ເຂົາ​ເຈົ້າ ກ່ຽວ​ກັບ​ຜົນ​ຂອງກອງ​ປະ​ຊຸມ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ໃນ​ນະ​ຄອນ​ເບີ​ລິນ ທີ່​ທ່ານ​ໄດ້​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມທີ່​ເປັນ​ເຈົ້າ​ພາບ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ຣະ​ມັນ ທ່ານ​ນາງ​ແ​ອງ​ເກີ​ລາ ເມີ​ໂກ ໄດ້​ມີ​ບັນ​ດາ​ຜູ້​ນຳ​ຂອງປະ​ເທດສະ​ມາ​ຊິກ​ຖາ​ວອນ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ຫຼາຍ​ປະ​ເທດ ແລະປະ​ເທດ​ອື່ນໆ ຮວມ​ທັງ​ເທີ​ກີ ອີ​ຈິບ ແລະ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມິ​ເຣັ​ສ ຊຶ່ງ​ໄດ້​ມີ​ອິດ​ທິ​ພົນ​ຢູ່​ໃນບັນ​ຫາ​ແຍ້ງ ເຂົ້າ​ຮ່ວມ​ນຳ.

ກອງ​ປະ​ຊຸມ​ດັ່ງ​ກ່າວ ​ໄດ້​ສ້າງ​ແຜນ​ທີ່​ໄປ​ສູ່​ການ​ສິ້ນ​ສຸດ​ລົງ​ ໃນ​ການ​ຂາດ​ສະ​ຖຽ​ນ​ລະ​ພາບ​ເປັນ​ເວ​ລາ​ນານ​ເກືອບນຶ່ງ​ທົດ​ສະ​ວັດ ແລະ​ການ​ສູ້​ລົບ​ຢູ່​ໃນ​ລີ​ເບຍ​ທີ່​ໄດ້​ທຳ​ລາຍ​ປະ​ເທດດັ່ງ​ກ່າວ ນັບ​ແຕ່​ມີ​ການ​ຂັບ​ໄລ່ ແລະ​ສັງ​ຫານ​ຈອມ​ຜະ​ເດັດ​ການ​ທີ່​ຍາວ​ນານ ທ່ານ​ມົວ​ມາ​ ກາ​ດາ​ຟີ ໃນ​ປີ 2011.

ບັນ​ດາ​ປະ​ເທດ​ຕ່າງໆ ແລະ​ກຸ່ມ​ຂອງ​ເຂດ​ທີ່​ໄດ້​ໄປ​ຮ່ວ ຕົກ​ລົງ​ທີ່​ຈະບໍ່​ເຂົ້າແຊກ​ແຊງ​ຢູ່​ໃນບັນ​ຫາ​ຂັດ​ແຍ້ງ ​ເພື່ອ​ໃຫ້​ມີ​ການ​ເຈ​ລະ​ຈາ​ຢຸດ​ຍິງ ແລະ​ໃຫ້​ການນັບ​ຖື​ຕໍ່​ການ ຫ້າມ​ຂາຍ​ອາ​ວຸດ​ຂອງສາ​ກົນ ຕໍ່​ລີ​ເບຍ. ທ່ານ​ກູເຕ​ຣ​ເຣ​ສ ກ່າວ​ວ່າ ຄະ​ນະ​ກຳ​ມະ​ການ​ທີ່​ຈະ​ເຈ​ລະ​ຈາ​ການ​ຢຸດ​ຍິງ ຄາດ​ວ່າ​ຈະ​ພົບ​ປະ​ກັນ​ໃນ​ວັນ​ອັງ​ຄານ​ໃນ​ນະ​ຄອນ​ເຈ​ນີ​ວາ.

ເລ​ຂາ​ທິ​ການ​ໃຫຍ່​ໄດ້ຮັບ​ແຮງ​ກະ​ຕຸກ​ຊຸກ​ຍູ້​ທີ່​ວ່າບັນ​ດາ​ສະ​ມາ​ຊິກ​ຖາ​ວອນ​ຫ້າ​ປະ​ເທດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ທີ່​ປະ​ກອບ​ດ້ວຍ ອັງ​ກິດ ຈີນ ຝ​ຣັ່ງ ຣັດ​ເຊຍ ແລະ​ສະ​ຫະ​ລັດ ແມ່ນ​ຮວມ​ຢູ່​ໃນ​ບັນ​ດາ​ປະ​ເທດ ທີ່ໄດ້​ຕົກ​ລົງ​ຮັບ​ເອົາ​ອົງປະ​ກອບ​ເຫລົ່າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG