ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສປຊ ຮຽກຮ້ອງ ໃຫ້ຍຸດຕິ ຄວາມຮຸນແຮງ ຕໍ່ຊົນກຸ່ມນ້ອຍ ໃນ ສ. ອາຟຣິກາກາງ (ວີດີໂອ)


CARUN6april14
please wait
Embed

No media source currently available

0:00 0:00:30 0:00

ເບິ່ງວີດີໂອ ເລື້ອງນີ້.

ທ່ານ ພັນ ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຮຽກ
ຮ້ອງ​ບັນດາ​ຜູ້ນຳຂອງ​ສາທາລະນະ​ລັດ​ອາ​ຟຣິກາກາງ ທີ່
​ກຳລັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນັ້ນ ໃຫ້​ເອົາ​ໃຈ​
ໃສ່​ຕໍ່​ບົດຮຽນ​ຂອງ​ປະ​ເທດ Rwanda ​ແລະໃຫ້​ດຳ​ເນີນ
​ການ​ຫຼາຍ​ຂຶ້ນ​ອີກ ​ເພື່ອ​ຢຸດ​ອັນ​ທີ່​ທ່ານ​ເອີ້ນວ່າ “ການ​ກຳ
ຈັດສະ​ສາງ​ຊົນ​ຊາດແລະສາສະໜາ”
ນັ້ນ.

ສາທາລະນະ​ລັດ​ອາ​ຟຣິກາ​ກາງ​ໄດ້​ປະ​ເຊີນ​ກັບ​ການແບ່ງ
​ແຍກ​ດ້ານ​ສາສະໜາ​ທີ່​ໄດ້​ສັງຫານ​ປະຊາຊົນ​ໄປຫຼາຍ​ພັນ
​ຄົນ ​ແລະ​ບັງຄັບ​ໃຫ້​ພວກ​ຊົນ​ເຜົ່າ​ນ້ອຍ​ມຸສລິ​ມ ຫຼົບ​ໜີ
​ອອກ​ຈາກ​ປະ​ເທດ​ໄປ.

ທ່ານ​ ພັນ ​ກີ​ມູນ ​ໄດ້​ຢຸດ​ແວ່ຢ້ຽມຢາມ​ນະຄອນຫຼວງບັງ​ກີ ຂອງ​ສາທາລະນະ​ລັ​ດອາ​ຟຣິ
ກາກາງ ​ໃນ​ວັນເສົາ​ວານ​ນີ້​ ໃນ​ຂະນະ​ທີ່​ເດີນທາງ​ໄປ​ຍັງ Rwanda ​ເພື່ອເຂົ້າ​ຮ່ວມ​ໃນ
​ພິທີ​ໄວ້ອາ​ໄລ​ນຳ​ພວກ​ທີ່​ໄດ້ຮັບ​ເຄາະ​ຮ້າຍ 8 ​ແສນ​ຄົນ ​ໃນ​ການຂ້າລ້າງຊົນ​ຊາດ​ໃຫ້
​ດັບສູນ ໃນ​ປີ1994

​ໃນ​ຄຳ​ປາ​ໄສ ທ່ານ​ ພັນ ​ກີ​ມູນ ກ່າວ​ວ່າ ປະຊາ​ຄົມນາໆ​ຊາດ ​ບໍ່ໄດ້ຊ່ອຍ​ເຫຼືອ​ປະຊາ
ຊົນ​ Rwanda ຕາມ​ທີ່​ຄວນ​ເຮັດ ​ແລະ​ກຳລັງ​ສ່ຽງ​ຕໍ່​ການ​ທີ່​ຈະ​ບໍ່​ໄດ້​ດຳເນີນການ​ພຽງ
ພໍ ສຳລັບ​ປະຊາຊົນ​ໃນ​ສາທາລະນະ​ລັດ​ອາ​ຟຣິກາ​ກາງ.

ທ່ານ​ ພັນ ​ກີ​ມູນ ​ໄດ້​ຮຽກຮ້ອງ​ໃຫ້​ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ເຄື່ອນ​ໄຫວ
​ຢ່າງ​ໄວ ​ຕໍ່​ຄຳ​ແນະນຳ​ຂອງ​ທ່ານ ສຳລັບຈັດ​ຕັ້ງ​ໜ່ວຍກຳລັງ​ຮັກສາ​ສັນຕິພາບ 12 ພັນ​
ຄົນ​ຂຶ້ນ​ ​ເພື່ອ​ສົ່ງ​ໄປ​ສາທາລະນະ​ລັດ​ອາ​ຟຣິກາກ​າງນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ ພັນ ​ກີ​ມູນ ກ່າວ​ວ່າ ກຳລັງ​ຮັກສາ​ສັນຕິພາບ ພຽງ​ອັນ​ດຽວ
ບໍ່​ສາມາດ​ຈະ​ອຳນວຍ​ຄຳ​ຕອບ​ໃຫ້​ໄດ້ ຕໍ່​ການ​ທ້າ​ທາຍ​ຕ່າງໆ​ທັງໝົດຂອງປະເທດ ​
ແລະ​ວ່າ ຄວາມ​ສຳ​ເລັດ​ຈະ​ຕ້ອງການ​ຄວາມ​ໝາຍ​ໝັ້ນ​ທີ່​ແຂງ​ແຮງ​ຕໍ່ສັນຕິພາບ
ຈາກ​ຊາວ​ສາທາລະນະ​ລັດ​ອາ​ຟຣິກາກາງ​ເອງ ​ແລະ​ຕ້ອງການການ​ປະສານ​ງານ
​ກັນ​ຢ່າງ​ໃກ້ຊິດ ​ໃນລະຫວ່າງ​ບັນດາປະ​ເທດ​ຄູ່​ພາຄີທັງ​ໝົດ.

ເບິ່ງວີດີໂອ ກ່ຽວກັບສະຖານນະການ ລະຫວ່າງຊາວມຸສລິມ ກັບຊາວຄຣິສ ໃນເມືອງ Boda:
Muslims Remain Trapped in C.A.R. Town
please wait

No media source currently available

0:00 0:02:38 0:00
XS
SM
MD
LG