ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການໃຫຍ່ສະຫະປະຊາຊາດ ບອກລັດຖະບານຂອງເອທິໂອເປຍ ວ່າ ຕົນຄວນສະແດງເອກະສານຫຼືຫຼັກຖານໃດໆ


ນາຍົກລັດຖະມົນຕີເອທິໂອເປຍ ທ່ານອາບລີ ອາເມດ ກຳລັງສາບານໂຕ ຢູ່ໃນພິທີຮັບຕຳແໜ່ງ ທີ່ນະຄອນອາດິສ ອາບາບາ ປະເທດເອທິໂອເປຍ ວັນທີ 4 ຕຸລາ 2021.
ນາຍົກລັດຖະມົນຕີເອທິໂອເປຍ ທ່ານອາບລີ ອາເມດ ກຳລັງສາບານໂຕ ຢູ່ໃນພິທີຮັບຕຳແໜ່ງ ທີ່ນະຄອນອາດິສ ອາບາບາ ປະເທດເອທິໂອເປຍ ວັນທີ 4 ຕຸລາ 2021.

ເລຂາທິການໃຫຍ່ສະຫະປະຊາຊາດ ກ່າວບອກລັດຖະບານຂອງເອທິໂອເປຍ ໃນວັນ
ພຸດວານນີ້ ວ່າ ຕົນຄວນສະແດງເອກະສານຫຼືຫຼັກຖານໃດໆທີ່ປະເທດຕ້ອງຢັ້ງຢືນ ຕໍ່ຂໍ້
ກ່າວຫາທີ່ກ່ຽວຂ້ອງ ກັບການຂັບໄລ່ເຈົ້າໜ້າທີ່ອະວຸໂສດ້ານມະນຸດສະທຳເຈັດຄົນ ໃຫ້
ອອກຈາກປະເທດນັ້ນ.

ໃນການແລກປ່ຽນຄວາມເຫັນຢ່າງເປີດເຜີຍທີ່ບໍ່ເຄີຍເຫັນມາກ່ອນ ທ່ານແອນໂຕນີໂອ
ກູແຕເຣັສ ໄດ້ຂຶ້ນກ່າວຢູ່ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ ຫຼັງຈາກ
ທີ່ເອກອັກຄະລັດຖະທູດ ປະຈຳສະຫະປະຊາຊາດຂອງ ເອທິໂອເປຍ ໄດ້ກ່າວຫາຕໍ່ບັນ
ດາເຈົ້າໜ້າທີ່ຂອງສະຫະປະຊາຊາດ ທີ່ວ່າ ພວກເຂົາເຈົ້າໄດ້ເພີ້ມຈຳນວນຜູ້ຄົນ ທີ່ຕ້ອງ
ການການຊ່ອຍເຫຼືອໃຫ້ເປັນ 1 ລ້ານຄົນ ແລະໄດ້ລາຍງານການເສຍຊີວິດ ທີ່ບໍ່ໄດ້ເກີດ
ຂຶ້ນເລີຍ.

“ຂ້າພະເຈົ້າຢາກຈະຂໍຖາມທ່ານສິ່ງນຶ່ງ ທ່ານເອກອັກຄະລັດຖະທູດ” ນັ້ນແມ່ນຄຳເວົ້າ
ຂອງທ່ານກູເຕເຣັສ ທີ່ໄດ້ກ່າວເຖິງທູດພິເສດຂອງເອທິໂອເປຍ ທ່ານທາເຢ ອາຕສ໌ເກ
ເຊລາສຊີ (Taye Atske Selassie) ຜູ້ທີ່ໄດ້ນັ່ງຢູ່ໃນໂຕະຂອງສະພາຄວາມໝັ້ນຄົງ.
ທ່ານກູເຕເຣັສ ກ່າວຕໍ່ໄປອີກວ່າ “ຖ້າວ່າ ມີເອກະສານໃດໆ ທີ່ລັດຖະບານເອທິໂອເປຍ
ໄດ້ຂຽນສົ່ງໃຫ້ກັບສະຖາບັນຂອງສະຫະປະຊາຊາດ ກ່ຽວກັບບັນດາສະມາຊິກເຈັດ
ທ່ານຂອງສະຫະປະຊາຊາດທີ່ໄດ້ຖືກຂັບໄລ່ອອກຈາກປະເທດນັ້ນ, ຂ້າພະເຈົ້າຢາກ
ໄດ້ຮັບສຳເນົາເອກະສານອັນນັ້ນ ເພາະ ວ່າ ຂ້າພະເຈົ້າບໍ່ຮູ້ຈັກກ່ຽວກັບພວກເຂົາເລີຍ
ແລະມັນຈະເປັນປະໂຫຍດແທ້ໆສຳລັບຂ້າພະເຈົ້າ.”

ທ່ານກູແຕເຣັສ ກ່າວຕໍ່ໄປວ່າ ທ່ານໄດ້ບອກ ທ່ານອາບີ ອາເມັດ ນາຍົກລັດຖະມົນຕີຂອງ
ເອທິໂອເປຍ ໄປແລ້ວສອງຄັ້ງ ວ່າ ຖ້າວ່າ ທ່ານມີຄວາມເປັນຫ່ວງໃດໆກ່ຽວກັບການຂາດ
ຄວາມເປັນກາງຂອງເຈົ້າໜ້າທີ່ສະຫະປະຊາຊາດ ທ່ານຄວນນຳເອົາເລື້ອງຂອງພວກ
ເຂົາເຈົ້າມາຫາທ່ານໂດຍກົງ ເພື່ອທີ່ທ່ານ ຈະສາ ມາດເປີດການສືບສວນສອບສວນ.

“ຈົນເຖິງເວລານີ້ ຂ້າພະເຈົ້າກໍຍັງບໍ່ໄດ້ຮັບຄຳຕອບຕໍ່ຂໍ້ສະເໜີອັນນີ້” ທ່ານເລຂາທິການ
ໃຫຍ່ໄດ້ກ່າວໄປ.

ທ່ານກ່າວຕືມວ່າ ການເຄື່ອນໄຫວຂອງອາດິສ ອາບາບາ ເພື່ອຂັບໄລ່ບັນດາເຈົ້າໜ້າທີ່
ດັ່ງກ່າວ ເປັນການລະເມີດກົດໝາຍສາກົນ. ເຈົ້າໜ້າທີ່ສະຫະປະຊາຊາດ ໄດ້ຮັບການ
ຄຸ້ມຄອງ ໂດຍອະນຸສັນຍາວ່າດ້ວຍການຍົກເວັ້ນໂທດ.

ທ່ານກູເຕເຣັສ ໄດ້ເນັ້ນໜັກວ່າ ທ່ານສະແຫວງຫາການຮ່ວມມື ກັບລັດຖະບານເພື່ອການ
ຊ່ອຍເຫຼືອມະນຸດສະທຳ ສາມາດເຮັດວຽກໃນສິ່ງທີ່ຈຳເປັນເພື່ອບັນເທົາຄວາມທຸກຍາກ
ລຳບາກ ຂອງປະຊາຊົນເອທິໂອເປຍຫຼາຍລ້ານຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG