ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າ ອົງການສະຫະປະຊາຊາດ ຂໍໃຫ້ໂລກ 'ຕື່ນໄດ້ແລ້ວ' ເພື່ອຮັບມືກັບວິກິດການ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣັສ ຖະແຫຼງຕໍ່ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 76 ຢູ່ນະຄອນນິວຢອກ ວັນທີ 21 ກັນຍາ 2021.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣັສ ຖະແຫຼງຕໍ່ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 76 ຢູ່ນະຄອນນິວຢອກ ວັນທີ 21 ກັນຍາ 2021.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິີໂອ ກູເຕເຣັສ ໄດ້ກ່າວຕໍ່
ໂລກໃນວັນອັງຄານວານນີ້ ໃຫ້ພາກັນ “ຕື່ນໄດ້ແລ້ວ” ເພື່ອຮັບມືກັບວິກິດການທີ່ໃຫຍ່
ສຸດ ໃນຊ່ວງຊີວິດຂອງພວກເຮົາ.

“ໂລກຂອງເຮົາບໍ່ເຄີຍຖືກຂົ່ມຂູ່ຫຼາຍກວ່ານີ້ ຫຼືມີການແບ່ງແຍກກັນຫຼາຍກວ່ານີ້” ນັ້ນຄື
ຄຳເວົ້າຂອງທ່ານກູເຕເຣັສໄດ້ກ່າວຕໍ່ການເຕົ້າໂຮມບັນດາຜູ້ນຳຂອງໂລກປະຈຳປີ ທີ່ໄດ້
ກັບຄືນມານະຄອນນິວຢອກ ໃນຈຳນວນທີ່ຫຼຸດລົງໃນປີນີ້ເນື່ອງ ຍັງມີການແຜ່ລະບາດ
ຂອງໄວຣັສໂຄໂຣນາຢູ່.

ທ່ານໄດ້ຊີ້ໃຫ້ເຫັນ ວິກິດການກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໂຄວິດ-
19 ພ້ອມທັງ “ຄວາມວຸ້ນວາຍ” ຢູ່ໃນຫຼາຍໆປະເທດ ຮວມທັງອັຟກາ ນິສຖານ ເອທິ
ໂອເປຍ ແລະເຢເມນ.

ສະຫະປະຊາຊາດ ໄດ້ຢູ່ແຖວໜ້າຂອງການຮັບມືຢູ່ໃນທົ່ວໂລກ ກັບການແຜ່ລະ ບາດ
ແລະທ່ານກູເຕເຣສໄດ້ແນໃສ່ບັນດາປະເທດທີ່ຮັ່ງມີ ຕໍ່ອັນທີ່ທ່ານຮ້ອງເຂົາເຈົ້າວ່າ ຂາດ
ການຕັດສິນໃຈດ້ານການເມືອງ ແລະເຫັນແກ່ໂຕ ໃນການກັກຕຸນ ແລະໃນບາງກໍລະນີ
ໄດ້ນຳໃຊ້ຢາວັກຊີນ ທີ່ມີຄຸນຄ່າລາຄາແພງນັ້ນ ແບບສິ້ນ ເປືອງ.

ທ່ານກ່າວວ່າ “ສ່ວນໃຫຍ່ຂອງປະເທດທີ່ຮັ່ງມີນັ້ນໄດ້ຮັບການສັກຢາວັກຊີນແລ້ວ. ຫຼາຍ
ກວ່າ 90 ເປີເຊັນ ຂອງຊາວອາຟຣິກາ ຍັງພາກັນລໍຖ້າສັກຢາເຂັມທຳອິດ ຂອງເຂົາເຈົ້າຢູ່.
ນີ້ແມ່ນການກ່າວຫາທາງດ້ານສິນລະທຳກ່ຽວກັບສະພາບຂອງໂລກເຮົາ. ມັນເປັນເລື້ອງ
ທີ່ໜ້າອັບອາຍ.

ທ່ານກູເຕເຣັສ ໄດ້ຮຽກຮ້ອງໃຫ້ເຊື່ອມຕໍ່ການແບ່ງແຍກ ລະຫວ່າງ ບັນດາປະເທດທີ່ຮັ່ງມີ
ແລະທຸກຈົນ ເຂົ້າຫາກັນດ້ວຍແຜນການຢູ່ທົ່ວໂລກ ຢ່າງໜ້ອຍໃຫ້ເພີ້ມການຜະລິດຢາ
ວັກຊີນຂຶ້ນອີກສອງເທົ່າ ເພື່ອຈະສັກໃຫ້ 70 ເປີເຊັນຂອງປະຊາກອນໂລກ ໃນກາງປີ
2022 ຈະມານີ້.

ທ່ານຍັງໄດ້ປະນາມບັນດາມະຫາເສດຖີຂອງໂລກ ຜູ້ທີ່ໄດ້ກ່າວໃນເວລາ “ຂີ່ຍານອະວະ
ກາດເພື່ອຄວາມສະໜຸກສະໜານ ໃນຂະນະທີ່ ຫຼາຍລ້ານຄົນພາກັນອຶດຫີວຢູ່ໃນໂລກມະ
ນຸດ.” ໂລກທີ່ຮັ່ງມີທີ່ສຸດ ໄດ້ເຫັນສົມບັດຂອງເຂົາເຈົ້າອຸດົມສົມ ບູນຂຶ້ນຢ່າງໃຫຍ່ຫຼວງ ໃນ
ຂະນະທີ່ມີການແຜ່ລະບາດຂອງພະຍາດ. ໃນຂະນະດຽວກັນ ສະຫະປະຂາຊາດໄດ້ຮ້ອງ
ຂໍຫຼາຍພັນລ້ານໂດລາ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມອຶດຢາກ ຢູ່ໃນຫຼາຍໆປະເທດບໍ່ໄດ້
ຮັບທຶນພຽງພໍ ທີ່ທ່ານກູເຕເຣັສ ໄດ້ກ່າວ.

ໃນຂະນະດຽວກັນ ທ່ານກ່າວວ່າ ໂລກບໍ່ໄດ້ຢູ່ໃນເສັ້ນທາງທີ່ຈະປະຕິບັດຕາມຄຳໝັ້ນສັນ
ຍາທີ່ໄດ້ມີຂຶ້ນໃນປີ 2015 ໃນຂໍ້ຕົກລົງທີ່ນະຄອນປາຣີ ເພື່ອຫລຸດຜ່ອນສະພາບໂລກຮ້ອນ
ໃຫ້ລົງມາຢູ່ 1.5 ອົງສາ ເໜືອລະດັບກ່ອນຍຸກອຸດສາຫະກຳ.

ທ່ານກູເຕເຣັສ ໄດ້ຮຽກຮ້ອງວ່າ “ພວກເຮົາຕ້ອງໄດ້ດຳເນີນການດຽວນີ້ເພື່ອຊ່ວຍ ກອບກູ້
ມະນຸດຊາດ ແລະໂລກຂອງພວກເຮົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິ

XS
SM
MD
LG