ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າອົງການສະຫະປະຊາຊາດ: ຊູດານປະເຊີນກັບ ‘ໄພພິບັດດ້ານມະນຸດສະທຳ’


ເລຂາທິການໃຫຍ່ສະຫະປະຊາດ ທ່ານແອນໂຕນີໂອ ກູເຕເຣັສ ກ່າວຕໍ່ບັນດານັກຂ່າວໃນລະຫວ່າງການຢ້ຽມຢາມຫ້ອງການຂອງສະຫະປະຊາຊາດ ທີ່ນະຄອນຫຼວງໄນໂຣບີ ປະເທດເຄັນຢາ, ວັນທີ 3 ພຶດສະພາ 2023. ທ່ານກ່າວວ່າ ປະຊາຄົມນາໆຊາດຕ້ອງການກົດດັນບັນດານາຍພົນທີ່ຕໍ່ສູ້ກັນໃນຊູດານ ໃຫ້ຢຸດເຊົາການສູ້ລົບກັນ
ເລຂາທິການໃຫຍ່ສະຫະປະຊາດ ທ່ານແອນໂຕນີໂອ ກູເຕເຣັສ ກ່າວຕໍ່ບັນດານັກຂ່າວໃນລະຫວ່າງການຢ້ຽມຢາມຫ້ອງການຂອງສະຫະປະຊາຊາດ ທີ່ນະຄອນຫຼວງໄນໂຣບີ ປະເທດເຄັນຢາ, ວັນທີ 3 ພຶດສະພາ 2023. ທ່ານກ່າວວ່າ ປະຊາຄົມນາໆຊາດຕ້ອງການກົດດັນບັນດານາຍພົນທີ່ຕໍ່ສູ້ກັນໃນຊູດານ ໃຫ້ຢຸດເຊົາການສູ້ລົບກັນ

ເລຂາທິການໃຫຍ່ສະຫະປະຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ຂໍຮ້ອງໃນວັນພຸດວານນີ້ ໃຫ້ຢຸດຕິການສູ້ລົບຢູ່ໃນຊູດານ ແລະ ການຊ່ວຍເຫຼືອຂອງນາໆຊາດ ໃຫ້ແກ່ຊາວຊູດານ ຊຶ່ງທ່ານກ່າວວ່າ ພວກເຂົາກໍາລັງປະເຊີນກັບໄພພິບັດດ້ານມະນຸດສະທໍາ.
"ການຊ່ວຍເຫຼືອຕ້ອງໄດ້ຮັບການອະນຸຍາດໃຫ້ເຂົ້າໄປໃນຊູດານ, ແລະພວກເຮົາຕ້ອງການການເຂົ້າເຖິງທີ່ປອດໄພແລະທັນທີທັນໃດ ເພື່ອໃຫ້ສາມາດແຈກຢາຍມັນໃຫ້ກັບຜູ້ທີ່ຕ້ອງການຫຼາຍທີ່ສຸດ," ທ່ານກູເຕເຣັສກ່າວໃນກອງປະຊຸມຖະແຫຼງ ຂ່າວ ທີ່ນະຄອນຫຼວງໄນໂຣບີ, ປະເທດ ເຄັນຢາ. "ພົນລະເຮືອນ ແລະໂຄງສ້າງພື້ນຖານຂອງພົນລະເຮືອນ ຕ້ອງໄດ້ຮັບການປົກປ້ອງ, ແລະພະນັກງານມະນຸດສະທໍາແລະຊັບສິນຂອງພວກເຂົາຕ້ອງໄດ້ຮັບການເຄົາລົບ."

ກະຊວງສາທາລະນະສຸກຊູດານກ່າວວ່າ ມີຜູ້ເສຍຊີວິດຫຼາຍກວ່າ 500 ຄົນ ແລະ ເກືອບ 5,000 ຄົນໄດ້ຮັບບາດເຈັບ ນັບຕັ້ງແຕ່ການສູ້ລົບກັນໄດ້ເລີ່ມຂຶ້ນໃນວັນທີ 15 ເມສານີ້, ໃນລະຫວ່າງການຕໍ່ສູ້ຍາດອຳນາດລະຫວ່າງຜູ້ນຳຂອງກອງທັບຊູດານ ແລະກອງກຳລັງທະຫານກອງໜູນເຄື່ອນ​ທີ່ວ່ອງໄວ.

ໜ່ວຍງານຜູ້ລີ້ໄພຂອງ​ສະຫະ​ປະຊາ​ຊາດ (IOM) ກ່າວ​ໃນ​ອາທິດ​ນີ້​ວ່າ ມີ​ຢ່າງ​ໜ້ອຍ 334,000 ຄົນ​ໄດ້​ຮັບ​ການ​ອົບ​ພະຍົບ​ພາຍ​ໃນ ​ຈາກ​ການ​ສູ້​ລົບ​ກັນ, ນອກ​ເໜືອ​ໄປ​ຈາກ 100,000 ຄົນ​ທີ່​ໄດ້​ໜີ​ອອກ​ຈາກ​ປະ​ເທດ​ແລ້ວ. ໜ່ວຍງານຜູ້ຍົກ​ຍ້າຍ​ຖິ່ນ​ຖານຂອງ​ສະຫະ​ປະຊາ​ຊາດ​ໄດ້​ເຕືອນ​ວ່າ ການ​ປະ​ທະ​ກັນ​ອາດ​ຈະ​ເຮັດ​ໃຫ້​ມີ​ຫລາຍ​ກວ່າ 800,000 ຄົນ ​ຕ້ອງ​ໜີ​ອອກ​ຈາກ​ປະ​ເທດ​ທີ່​ຕັ້ງ​ຢູ່ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ອາ​ຟຣິກາ.

ຫຼາຍຄົນກຳລັງເດີນທາງໄປ 7 ປະເທດ ທີ່ມີຊາຍແດນຕິດກັບຊູດານ, ລວມທັງ ຊາດ (Chad), ຊູດານໃຕ້, ສາທາລະນະລັດອາຟຣິກາກາງ, ອີ​ຈິບ ແລະເອທິໂອເປຍ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG