ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ 160 ລ້ານ​ໂດ​ລາ ໃຫ້​ແກ່​ປາ​ກິ​ສ​ຖານ ທີ່​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ​ຮ້າຍ​ແຮງ  


ແມ່​ຍິງ​ອົບ​ພະ​ຍົບ​ປາ​ກິ​ສ​ຖານ ເອົາເຄື່ອງ​ຂອງ​ພາດ​ໃສ່​ຫົວ ທ່າມ​ກາງ​ສາຍ​ຝົນ​ທີ່​ຕົກ​ລົງ​ມາ​ ​ເພື່ອຫລົບ​ໜີ​ໄພ​ນ້ຳ​ຖ້ວມ ໃນ​ເຂດເມືອງ​ໂສ​ພາດ​ປູ​ຣະ (Sohbat Pur) ໃນ​ແຂວງ​ບາ​ລຸ​ສ​ຈິ​ສ​ຖານ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ເມື່ອ​ວັນ​ທີ 30 ສິງ​ຫາ 2022.
ແມ່​ຍິງ​ອົບ​ພະ​ຍົບ​ປາ​ກິ​ສ​ຖານ ເອົາເຄື່ອງ​ຂອງ​ພາດ​ໃສ່​ຫົວ ທ່າມ​ກາງ​ສາຍ​ຝົນ​ທີ່​ຕົກ​ລົງ​ມາ​ ​ເພື່ອຫລົບ​ໜີ​ໄພ​ນ້ຳ​ຖ້ວມ ໃນ​ເຂດເມືອງ​ໂສ​ພາດ​ປູ​ຣະ (Sohbat Pur) ໃນ​ແຂວງ​ບາ​ລຸ​ສ​ຈິ​ສ​ຖານ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ເມື່ອ​ວັນ​ທີ 30 ສິງ​ຫາ 2022.

ອົງ​ການ​ສະ​ຫະ​ປະ​ຊາ​ຊ​າດ​ ໄດ້​ຮ້ອງ​ຂໍ​ເງິນ 160 ລ້ານ​ໂດ​ລາ ເພື່ອ​ຊ່ວຍ​ເຫຼືອ​ປາ​ກິ​ສ​ຖານຮັບ​ມື​ກັບ​ໄພ​ນ້ຳ​ຖ້ວມ​ກະ​ທັນ​ຫັນຮ້າຍ​ແຮງ​ຢູ່​ໃນ​ທົ່ວ​ປະ​ເທດ​ມາ​ເປັນ​ເວ​ລາ 2 ເດືອນກວ່າໆ​ ທີ່​ເກີດ​ຂຶ້ນຈາກຝົ​ນ​ຕົກ​ໜັກ​ ໃນ​ລະ​ດູ​ລົມ​ມໍ​ລະ​ສຸມ​ທີ່ຮ້າຍ​ແຮງ​ຜິດ​ປົກ​ກະ​ຕິຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານກ່າວ​ວ່າ ໄພ​ພິ​ບັດ​ດັ່ງກ່າວ​ແມ່ນ​ມີ​ຜົນ​ກະ​ທົບ “ຢ່າງ​ຮ້າຍ​ແຮງ” ຕໍ່ 33 ລ້​ານກວ່າ​ຄົນແລະ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ແລ້ວ​ 1,100 ກວ່າ​ຄົນ ນັບ​ແຕ່​ລະ​ດູ​ຝົນ​ໄດ້​ເລີ້ມ​ຕົ້ນ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຮ່ວມ​ກັບ​ລັດ​ຖະ​ບານ​ປາ​ກິ​ສ​ຖານ ເລີ້ມ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ພ້ອ​ມໆ​ກັນ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ແລະ​ເຈ​ນີ​ວາ.

ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ຕໍ່​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ທີ່​ມີ​ການ​ບັນ​ທຶກວີ​ດີ​ໂອ​ລ່ວງ​ໜ້າ ໂດຍ​ກ່າວ​ວ່າ “ປາ​ກິ​ສ​ຖານ​ພວມ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ຈາກ​ໄພ​ນ້ຳ​ຖ້ວມ.”

ທ່ານ​ເຕືອນ​ວ່າ “ປະ​ຊາ​ຊົນ​ຊາວ​ປາ​ກິ​ສ​ຖານ​ ພວມ​ປະ​ເຊີນ​ໜ້າ​ກັບ​ລົມ​ມໍ​ລະ​ສຸມທີ່​ຮ້າຍ​ແຮງ​ເປັນ​ພິ​ເສດ - ຊຶ່ງ​ພາ​ໃຫ້​ມີ​ຝົນ​ຕົກ​ໜັກ​ແລະ​ນ້ຳ​ຖ້ວມຢ່າງ​ຕໍ່​ເນື່ອງ​ໃນ​ລະ​ດັບ​ທີ່​ສຳ​ຄັນ. ມີ​ຫຼາຍ​ລ້ານ​ຄົນ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ ໂຮງ​ຮຽນ​ແລະ​ສະ​ຖານ​ທີ່​ພະ​ຍາ​ບານ​ຕ່າງໆ​ໄດ້​ຖືກ​ທຳ​ລາຍ ວິ​ຖີ​ຊີ​ວິດ​ໄດ້​ແຕກ​ຫັກ​ລົງ ພື້ນ​ຖານ​ໂຄງ​ລ່າງ​ໄດ້​ຖືກ​ທຳ​ລາຍ ຄວາມ​ຫວັງ​ແລະ​ຄວາມ​ຝັນ​ຂອງ​ປະ​ຊາ​ຊົນ​ໄດ້​ແຕກ​ສະ​ຫຼາຍ.”

ທ່ານ​ກູ​ເຕ​ເຣັ​ສກ່າວ​ວ່າ ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ອາ​ຫານ ນ້ຳ​ສະ​ອາດ ການ​ສຶກ​ສາ​ສຸກ​ເສີນ ການ​ໃຫ້​ຄວາມ​ຄຸ້ມ​ຄອງ​ແລະ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ ແກ່​ປະ​ຊາຊົນ 5 ລ້ານ 2 ແສນ​ຄົນ ໃນ​ປະ​ເທດ​ເອ​ເຊຍ​ໃຕ້​ແຫ່ງນີ້.

ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ເຈົ້າ​ໜ້າ​ທີ່​ປ​າ​ກິ​ສ​ຖານ​ໄດ້​ຮັບ​ມື​ກັບ​ “ໄພ​ພິ​ບັດ​ທາງ​ດ້ານ​ດິນ​ຟ້າ​ອາ​ກາດ” ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຕ່າງໆ ຮວມ​ທັງ​ໃຫ້​ເງິນ​ສົດ​ບັນ​ເທົາ​ທຸກ ແກ່​ຜູ້​ເຄາະ​ຮ້າຍ​ຈາກ​ໄພ​ນ້ຳ​ຖ້ວມ. ແຕ່​ລະ​ດັບແລະຂອບ​ເຂດ ​ຂອງ​ຄວາມ​ຊ່ວຍ​ເຫຼືອ​ທີ່​ຕ້​ອງ​ການ ແມ່ນ​ເພີ້ມ​ສູງ​ຂຶ້ນ ຄ້າຍ​ຄື​ກັນ​ກັບ​ລະ​ດັບ​ຂອງ​ນ້ຳ​ທີ່​ຖ້ວມ ຊຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ສົນ​ໃຈແລະ​ຖື​ເປັນ​ບູ​ລິ​ມະ​ສິດ​ອັນ​ສຳ​ຄັນຮ່ວມ​ກັນ ນັ້ນ​ຄື​ຄຳ​ເວົ້າ​ຂອ​ງ​ເລ​ຂາ​ທິ​ການ​ໃຫຍ່.

ທ່ານ​ກ່າວ​ວ່າ “ຂໍ​ໃຫ້ພ​ວກ​ເຮົາ​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ຮັບ​ມື​ຢ່າງວ່ອງ​ໄວ ແລະ​ປະ​ສານ​ງານ​ກັນ ກ່ຽວ​ກັບ​ວິ​ກິດ​ການ​ອັນ​ໃຫຍ່​ຫຼວງ​ໃນ​ຄັ້ງ​ນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG