ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການສະຫະປະຊາຊາດ ກ່າວວ່າ ການບຸກລຸກຂອງຣັດເຊຍ 'ບໍ່ແມ່ນວ່າ ຈະຕ່າວປີ້ນຄືນບໍ່ໄດ້'


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແອນໂທນີໂອ ກູເຕເຣສ ກ່າວຖະແຫລງຕໍ່ບັນດາສະມາຊິກຂອງສື່ມວນຊົນ ຢູ່ນອກຫໍປະຊຸມຂອງສະພາຄວາມໝັ້ນຄົງ, ເມື່ອວັນທີ 24 ກຸມພາ 2022, ຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແອນໂທນີໂອ ກູເຕເຣສ ກ່າວຖະແຫລງຕໍ່ບັນດາສະມາຊິກຂອງສື່ມວນຊົນ ຢູ່ນອກຫໍປະຊຸມຂອງສະພາຄວາມໝັ້ນຄົງ, ເມື່ອວັນທີ 24 ກຸມພາ 2022, ຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ.

ເລຂາທິການໃຫຍ່ອົງກາສະຫະປະຊາຊາດ ທ່ານແອນໂທນີໂອ ກູເຕເຣສ ໄດ້ຮຽກຮ້ອງອີກຄັ້ງນຶ່ງ ໃນວັນພະຫັດວານນີ້ ໃຫ້ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ຍຸຕິການບຸກລຸກຢູເຄຣນຂອງທ່ານ ແລະຖອນກຳລັງທະຫານຂອງທ່ານອອກ.

ທ່ານກູເຕເຣສ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ສຳນັກງານໃຫຍ່ຂອງອົງການສະ ຫະປະຊາວວ່າ “ການຕັດສິນໃຈຂອງບໍ່ເທົ່າມື້ຈະມາເຖິງນີ້ ຈະເຮັດໃຫ້ໂລກເຮົາເຂົ້າຮູບເຂົ້າຮອຍ ແລະມີຜົນໂດຍກົງ ຕໍ່ຊີວິດຂອງປະຊາຊົນຫຼາຍໆລ້ານຄົນ.”

ທ່ານໄດ້ກ່າວອີກວ່າ ການໃຊ້ກຳລັງໂດຍປະເທດນຶ່ງຕໍ່ອີກປະເທດນຶ່ງ ເປັນການລະເມີດຫຼັກການພື້ນຖານຂອງອົງການສະຫະປະຊາຊາດ ທີ່ໝົດທຸກປະເທດ ໄດ້ຕົກລົງເຫັນດີ ໃນກົດບັດຂອງຕົນ.

ທ່ານກູເຕເຣສ ໄດ້ກ່າວວ່າ ການບຸກໂຈມຕີທາງທະຫານໃນປັດຈຸບັນນີ້ ແມ່ນບໍ່ຖືກຕ້ອງ.

“ມັນຂັດຕໍ່ກົດບັດຂອງສະຫະປະຊາຊາດ. ມັນເປັນທີ່ຍອມຮັບບໍ່ໄດ້. ແຕ່ມັນກໍບໍ່ໝາຍຄວາວວ່າ ຈະບໍ່ສາມາດຕ່າວປີ້ນໄດ້” ນັ້ນແມ່ນຄຳເວົ້າຂອງທ່ານກູເຕເຣສ ແລະກ່າວຕໍ່ໄປວ່າ “ຂ້າພະເຈົ້າຮຽກຮ້ອງຊ້ຳອີກເທື່ອນຶ່ງຈາກມື້ຄືນວານນີ້ ຕໍ່ປະ ທານາທິບໍດີ ປູຕິນ: ຢຸດເຊົາປະຕິບັດການທາງທະຫານ ແລ້ວນຳເອົາພວກທະ ຫານກັບຄືນໄປຣັດເຊຍ.”

ມີລາຍງານການໂຈມຕີທາງທະຫານຂອງຣັດເຊຍ ໃນວັນພະຫັດວານນີ້ແລະວັນສຸກມື້ນີ້ ບໍ່ພຽງແຕ່ຢູ່ໃນພາກຕາເວັນຂອງຢູເຄຣນເທົ່ານັ້ນ ແຕ່ຢູ່ໃນເມືອງອື່ນໆ ລວມທັງນະຄອນຫຼວງກີຢິບ ແລະເມືອງ ຄາຣກີບ ຄຣາມາຕອກສຄ໌ ໂອເດສຊາ ແລະ ມາຣີອຸໂປລ ນຳດ້ວຍ. ກອງກຳລັງຂອງຣັດເຊຍ ໄດ້ເຂົ້າຢຶດເອົາໂຮງງານພະລັງນິວເຄລຍ ເຊີໂນໂບ Chernobyl. ໃນປີ 1986 ມັນເປັນສະຖານທີ່ຂອງໄພພິບັດດ້ານນິວເຄລຍທີ່ຮ້າຍແຮງສຸດຂອງໂລກ. ປະທານາທິບໍດີຂອງຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ ໄດ້ຂຽນລົງໃນທວີດເຕີ ວ່າ ການກະທຳຂອງຣັດເຊຍນັ້ນ “ແມ່ນການປະກາດສົງຄາມຕໍ່ຢູໂຣບທັງໝົດ.”

ທ່ານກູເຕເຣສ ໄດ້ກ່າວວ່າ ໂລກຮູ້ດີເຖິງຜົນຮ້າຍຂອງສົງຄາມ ໂດຍຮຽກຮ້ອງວ່າ “ພວກເຮົາຕ້ອງການສັນຕິພາບ.”

ຫົວໜ້າຂອງອົງການສະຫະປະຊາຊາດ ເວົ້າວ່າ “ດ້ວຍຈຳນວນຜູ້ເສຍຊີວິດເພີ້ມສູງຂຶ້ນ ພວກເຮົາພວມເຫັນພາບຕ່າງໆຂອງຄວາມຢ້ານກົວ ຄວາມທຸກໃຈ ແລະຄວາມໂຫດຮ້າຍໃນທຸກໆມຸມຂອງຢູເຄຣນ. ປະຊາຊົນ-ທຸກມື້ ປະຊາຊົນຜູ້ບໍລິສຸດ-ເປັນຜູ້ທີ່ໄດ້ຮັບຜົນເສຍຫາຍຫຼາຍທີ່ສຸດສະເໝີໄປ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG