ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍສົ່ງ ລູກສອນໄຟ ຕໍ່ຕ້ານເຮືອບິນ ​ຊຸດທໍາອິດ ​ໄປໃຫ້ຊີ​ເຣຍ​ແລ້ວ (ສໄລດ໌/ວີດີໂອ)


Syria's Opposition Demands Deadline for Assad to Leave
please wait

No media source currently available

0:00 0:03:20 0:00
ລິງໂດຍກົງ

ເບິ່ງວີດິໂອ ຝ່ານຄ້ານຊີເຣຍ ທວງໃຫ້ ປະທານາທິບໍດີ Assad ລາອອກ.

ສື່ຂອງກຸ່ມ Hezbollah ໃນ​ປະ​ເທດ​ເລ​ບາ​ນອນ ໄດ້​ອ້າງຄໍາ​ເວົ້າ
ຂອງ​ປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad ທີ່​ກ່າວ​ວ່າ
​ລະບົບ​ປ້ອງ​ກັນ​ທາງ​ອາກາດທີ່​ກ້າວໜ້າ ຂອງຣັດ​ເຊຍ ຊຸດ​ທໍາ​ອິດ ​
ໄດ້​ຖືກ​ສົ່ງ​ໄປ​ເຖິງ ຊີ​ເຣຍ​ແລ້ວ.

ຄວາມເຫັນ​ດັ່ງກ່າວຂອງທ່ານ Assad ​ໄດ້ຖືກ​ນໍາ​ອອກເຜີຍ​ແຜ່​ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍ ສໍານັກ​ຂ່າວ Al-Manar ໃນເລ​ບາ​ນອນ​ ທີ່​ເປັນຂອງກຸ່ມຫົວ​ຕໍ່ສູ້​ Hezbollah ທີ່​ນິຍົມ​ທ່ານ Assad ນັ້ນ.

​ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ການ​ຢືນຢັນຄໍາ​ຖະ​ແຫລ​ງຂອງ​ທ່ານ Assad ຈາກສື່​ອິດ​ສະລະ​ ຫຼື​ແມ່ນ​ແຕ່ຣັດ​ເຊຍ​ນັ້ນ​ເທື່ອ ​ແຕ່​ວ່າ​ຖ້າ​ໄດ້​ຮັບ​ການ​ຢືນຢັນ ການ​ສົ່ງ​ລູກ​ສອນ​ໄຟ​ຕໍ່ຕ້ານເຮືອບິນ ລຸ້ນ S-300 ທີ່​ທັນ​ສະ​ໄໝ​ຂອງຣັດ​ເຊຍນັ້ນ ​ກໍ​ຈະ​ເປັນການ​ຍົກ​ລະດັບ​ ລະບົບ​ປ້ອງ​ກັນ​ທາງ​ອາກາດຂອງ​ຊີ​ເຣຍ ​ໃຫ້​ຂຶ້ນ​ສູງຢ່າງ​ສໍາຄັນ.

ຣັດ​ເຊຍຊຶ່ງ​ເປັນພັນທະ​ມິດຂອງຊີ​ເຣຍນັ້ນ​ ໄດ້​ສັນຍາ​ທີ່​ຈະ​ຂາຍລະບົບ​ລູກ​ສອນ​ໄຟດັ່ງກ່າວ ທີ່ໄດ້​ຖືກ​ເລື່ອນ​ມາ​ດົນ​ແລ້ວ​ນັ້ນ ​ໄປ​ໃຫ້​ຊີ​ເຣຍ ​ໂດຍ​ກ່າວ​ວ່າ ມັນ​ຈະ​ຊ່ວຍ​ປ້ອງ​ກັນ​ການແຊກ​ແຊງ​ຂອງ​ກໍາລັງຕ່າງປະ​ເທດ.

ພາບຫລ້າສຸດ ຈາກຊີເຣຍ:

ຂະນະ​ດຽວ​ກັນ ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ຊີ​ເຣຍກໍ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ພວກເຂົາເຈົ້າ​ ​
ຈະ​ບໍ່​ເຂົ້າ​ຮ່ວມ ກອງ​ປະຊຸມ​ສັນຕິ​ພາບນາໆ​ຊາດ ​ທີ່​ແນ​ເປົ້າ​ໝາຍ​ໃສ່ການ​ຍຸຕິ​ສົງຄາມ​ກາງ
​ເມືອງ​ໃນ​ຊິ​ເຣຍ ຖ້າ​ຫາກ​ບໍ່​ມີ ຕາລາງ​ເວລາ​ສໍາລັບ​ຍຸຕິ​ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ​ແລະ​ການ​ຄໍ້າປະກັນ​ທີ່​ມີ​ອໍານາດ​ຜູກ​ມັດ​ຂອງ​ນາໆ​ຊາດ ​ສໍາລັບ​ການລົງ​ຈາກ​ອໍານາດ​ຂອງ​ປະທານາທິບໍດີ Assad ນັ້ນ.

ທາງລັດຖະບານ ​ທ່ານ Assad ໄດ້​ຕົກລົງ ​ໃນ​ທາງ​ຫລັກການ ວ່າ​ຈະ​ເຂົ້າ​ຮ່ວມກອງ​ປະ
ຊຸມ​ສັນຕິພາບ ​ແຕ່​ວ່າ​ໃນ​ວັນ​ພຸດ​ວານ​ນີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຊີ​ເຣຍ
ທ່ານ Walid al-Moallem ກ່າວ​ຢືນ​ຢັດ​ວ່າ ​ທ່ານ Assad ຈະ​ຍັງ​ເປັນ​ປະທານາທິບໍດີ
ຢູ່​ຕໍ່​ໄປ ຢ່າງ​ນ້ອຍ ກໍ​ຈົນ​ຮອດການ​ເລືອກ​ຕັ້ງ​ປີ 2014 ​ແລະວ່າ ​ທ່ານ​ອາດ​ຈະ​ລົງ​ເລືອກ​
ຕັ້ງ​ອີກ​ສະ​ໄໝ​ນຶ່ງ​ກໍ​ໄດ້.

ສະຫະລັດ​ແລະຣັດເຊຍ ​ໄດ້ຕົກລົງ​ເຫັນ​ພ້ອມ​ກັນໃນຕົ້ນ​ເດືອນ​ນີ້ ​ທີ່​ຈະຈັດໃຫ້​ມີ​ກອງ​ປະ
ຊຸມສັນຕິພາບ​ຂຶ້ນ ທີ່​ຈະ​ນໍາ​ເອົາກໍາລັງຂອງຝ່າຍ​ຄ້ານ​ແລະ​ຂອງ​ລັດຖະບານ ມາເຈລະຈາ
ກັນ ເປັນ​ຄັ້ງ​ທໍາ​ອິດ ນັບ​ຕັ້ງ​ແຕ່​ສົງຄາມ​ກາງ​ເມືອງ​ ໄດ້​ເລີ່​ມຂຶ້ນ​ເມື່ອ 26 ເດືອນກ່ອນ.
XS
SM
MD
LG