ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສ​ປ​ຊ: ໂລກກຳລັງຟົດຮ້ອນ ເວລາໃນການຢຸດວິກິດການນີ້ ກຳລັງຈະໝົດ​ລົງ


ແຟ້ມພາບ - ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ (Antonio Guterres) ກ່າວຕໍ່ກອງປະຊຸມ ໃນລະຫວ່າງການເປີດກອງປະຊຸມສຸດຍອດສາມວັນຂອງອົງການອາຫານ ແລະການກະເສດຂອງສະຫະປະຊາຊາດ ວ່າດ້ວຍລະບົບອາຫານ ໃນ ນະຄອນໂຣມ, 24 ກໍລະກົດ 2023
ແຟ້ມພາບ - ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ (Antonio Guterres) ກ່າວຕໍ່ກອງປະຊຸມ ໃນລະຫວ່າງການເປີດກອງປະຊຸມສຸດຍອດສາມວັນຂອງອົງການອາຫານ ແລະການກະເສດຂອງສະຫະປະຊາຊາດ ວ່າດ້ວຍລະບົບອາຫານ ໃນ ນະຄອນໂຣມ, 24 ກໍລະກົດ 2023

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ (Antonio Guterres) ກ່າວໃນວັນພະຫັດວານນີ້ວ່າ ມັນບໍ່ຊ້າເກີນໄປທີ່ຈະ "ຢຸດຄວາມຮ້າຍແຮງທີ່ສຸດ" ຂອງວິກິດການດິນຟ້າອາກາດ, ພຽງແຕ່ດ້ວຍການກະທຳ "ຢ່າງໃຫຍ່ຫຼວງເອົາຈິງເອົາຈັງ, ທັນທີທັນໃດ".

ຍຸກ​ໂລກ​ຮ້ອນ​ໄດ້​ສິ້ນ​ສຸດ​ລົງແລ້ວ; ຍຸກຂອງໂລກທີ່ຟົດຮ້ອນ ໄດ້ມາຮອດແລ້ວ,” ທ່ານ ກູເຕເຣັສ ກ່າວຕໍ່ບັນດານັກຂ່າວຢູ່ສໍານັກງານໃຫຍ່ຂອງສະຫະປະຊາຊາດໃນນິວຢອກ, ບ່ອນທີ່ອຸນຫະພູມພາຍນອກໄດ້ໃກ້ຈະຮອດ 86 ອົງສາຟາເຣນຮາຍ ກ່ອນເວລາ 10 ໂມງເຊົ້າ ແລະຈະຮອດ 91 ອົງສາຟາເຣນຮາຍ ໃນມື້ຕໍ່ມາ.

ທ່ານໄດ້ກ່າວໃນຂະນະທີ່ອົງການອຸຕຸນິຍົມໂລກ ແລະໜ່ວຍງານຕິດຕາມການປ່ຽນແປງດິນຟ້າອາກາດຂອງສະຫະພາບຢູ​ໂຣບ (Commission’s Copernicus Climate Change Service) ໄດ້ເປີດເຜີຍຂໍ້ມູນໃໝ່ ທີ່ຢືນຢັນວ່າ ເດືອນກໍລະກົດ ເປັນເດືອນທີ່ຮ້ອນທີ່ສຸດ ເທົ່າທີ່ເຄີຍບັນທຶກໄວ້.

ອີງ​ຕາມ​ຂໍ້​ມູນ​ທີ່​ເຜີຍແຜ່​ໃນ​ມື້​ນີ້, ເດືອນ​ກໍ​ລະ​ກົດ​ໄດ້​ພົບກັບຊ່ວງ​ເວ​ລາ​ສາມ​ອາ​ທິດ ​ທີ່​ຮ້ອນ​ທີ່​ສຸດ​ທີ່​ເຄີຍ​ບັນ​ທຶກ​ໄວ້; ສາມມື້ທີ່ຮ້ອນທີ່ສຸດໃນບັນທຶກ; ແລະອຸນ ຫະພູມຂອງມະຫາສະຫມຸດທີ່ສູງສຸດເທົ່າທີ່ເຄີຍມີມາ ໃນຊ່ວງເວລານີ້ຂອງປີ,” ທ່ານ ກູເຕເຣັສ ໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG