ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການສະຫະປະຊາຊາດ ສະຫຼຸບວາລະສັນຕິພາບຂອງໂລກ ທີ່​ມີ​ຫ​ຼາຍ​ຂົ້ວ


ແຟ້ມຮູບ-ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 3 ສິງຫາ 2022.
ແຟ້ມຮູບ-ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 3 ສິງຫາ 2022.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ໄດ້ຍື່ນຂໍ້ສະເໜີໃນວັນພະຫັດວານນີ້ ເພື່ອຮັບ​ມືກັບສິ່ງທີ່ທ່ານຮ້ອງວ່າ ລະບຽບຂອງໂລກທີ່​ມີ​ຫຼາຍ​ຂົ້ວ ເຊິ່ງເກີດຂຶ້ນມາໃໝ່ ໂດຍມີລັກສະນະຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ, ຄວາມຂັດແຍ້ງ ແລະເທັກໂນໂລຈີຕ່າງໆທີ່ເກີດຂຶ້ນໃໝ່.

“ໄພຂົ່ມ​ຂູ່ໃໝ່ຕໍ່ສັນຕິພາບໃນທຸກມື້ນີ້ ໄດ້ສ້າງຄວາມຕ້ອງການອັນໃໝ່ ໃຫ້ແກ່ພວກເຮົາ,” ທ່ານກູເຕເຣສ ກ່າວ​ຕໍ່ສະມາຊິກປະເທດຕ່າງໆຂອງອົງການສະຫະປະຊາຊາດ.

ທ່ານກ່າວວ່າ ຂໍ້​ສະ​ເໜີ​ແນະຕ່າງໆຂອງທ່ານ ເຊິ່ງໄດ້ລະບຸຢູ່ໃນບົດສະຫຼຸບນະ ໂຍບາຍ ໂດຍຮ້ອງວ່າ “ວະລະໃໝ່ເພື່ອສັນຕິພາບ, ທີ່ຮັບຮູ້ເຖິງການເຊື່ອມໂຍງກັບທໍາມະຊາດ​ຂອງ​ບັນ​ຫາທ້າທາຍຕ່າງໆ​ໃນໂລກ.”

“ຄວາມຂັດແຍ້ງຕ່າງໆ ໄດ້ກາຍມາເປັນຄວາມຊັບຊ້ອນຫຼາຍຂຶ້ນ, ອັນຕະລາຍຮ້າຍແຮງແລະຍາກທີ່ຈະແກ້ໄຂ,” ທ່ານກ່າວ. “ໃນປີກາຍນີ້ ໄດ້ເຫັນຄວາມຂັດແຍ້ງ ທີ່ພົວພັນກັບການເຊຍຊີວິດຫຼາຍທີ່ສຸດ ໃນຮອບເກືອບສາມທົດສະວັດ.”

ທ່ານກ່າວວ່າ ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ ໄດ້ເຮັດໃຫ້ມັນມີຄວາມຍາກຂຶ້ນ ທີ່ຈະຮັບມືກັບບັນ​ຫາທ້າທາຍຕ່າງໆຂອງໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG