ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວ​ໜ້າ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ບັນ​ຫາ​ຂັດ​ແຍ້ງ ລະ​ຫວ່າງ​ຣັດ​ເຊຍກັບ​ຢູ​ເຄ​ຣນ ‘ບໍ່​ມີ​ທາງ​ເລືອກອື່ນ ນອກ​ຈາກ​ການ​ທູດ’


ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ແອນ​ໂທ​ນີ​ໂອ ກູ​ເຕ​ເຣ​ສ ໃນ​ລະ​ຫວ່າງ​ການ​ໃຫ້​ສຳ​ພາດ ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 20 ມັງ​ກອນ 2022.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ແອນ​ໂທ​ນີ​ໂອ ກູ​ເຕ​ເຣ​ສ ໃນ​ລະ​ຫວ່າງ​ການ​ໃຫ້​ສຳ​ພາດ ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 20 ມັງ​ກອນ 2022.

ໃນມື້ວັນຈັນວານນີ້ ຜູ້ອໍານວຍການໃຫຍ່ແຫ່ງອົງການສະຫະປະຊາຊາດ ທ່ານແອນໂທນີໂອ ກູເຕເ​ຣສ ຮຽກຮ້ອງໃຫ້ຣັດເຊຍ, ຢູເຄຣນ ແລະປະເທດຕາເວັນຕົກ ຫຼຸດຜ່ອນຄວາມເຄັ່ງຕຶງ, ໂດຍກ່າວວ່າ “ມັນບໍ່ມີທາງເລືອກອື່ນ ນອກຈາກທາງການທູດເທົ່ານັ້ນ.”

“ຜົນທີ່ໄດ້ຮັບກໍຄື ຄວາມທຸກຍາກລໍາບາກຂອງມວນມະນຸດ, ການທໍາລາຍ ແລະຄວາມເສຍຫາຍຕໍ່ຄວາມໝັ້ນຄົງຂອງຊາວຢູໂຣບ ແລະທົ່ວໂລກ ທີ່ສູງເກີນກວ່າຈະຄໍານຶງໄດ້,” ທ່ານໄດ້ກ່າວເຖິງຄວາມເປັນໄປໄດ້ທີ່ຣັດເຊຍຈະບຸກລຸກຢູເຄຣນ, ເຊິ່ງປະເທດຕາເວັນຕົກກ່າວວ່າ ອາດຈະເກີດຂຶ້ນໄວສຸດໃນວັນພຸດມື້ອື່ນນີ້.

“ພວກເຮົາບໍ່ສາມາດຍອມຮັບໄດ້ ແມ່ນແຕ່ຄວາມເປັນໄປໄດ້ໃນການປະເຊີນໜ້າກັບໄພພິພບັດດັ່ງກ່າວ,” ທ່ານກ່າວຢູ່ຫ້ອງການໃຫຍ່ ຂອງອົງການສະຫະປະຊາຊາດ.

ທ່ານໄດ້ໃຫ້ຄໍາໝັ້ນວ່າຍັງຄົງຈະມີສ່ວນພົວ​ພັນກັບປະເທດພາຄີ ໂດຍໄດ້ສະເໜີໃຫ້ໜ່ວຍງານຂອງທ່ານ ດໍາເນີນການຊ່ວຍເຫຼືອ ເພື່ອຊອກຫາທາງອອກໃນການແກ້​ໄຂຄວາມເຄັ່ງຕຶງນັ້ນ.

ທ່ານ ກູເຕເ​ຣສ ກ່າວຕໍ່ພວກນັກຂ່າວລຸນຫຼັງທີ່ກັບຄືນມາຈາກງານລ້ຽງອາຫານສວາຍປະຈໍາເດືອນກັບ 15 ປະເທດສະມາຊິກຂອງສະ​ພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ. ຣັດເຊຍ ຮັບໜ້າທີ່ເປັນປະທານວຽນໃນປະຊຸມສະ ພາຂອງເດືອນນີ້ ແລະເປັນເຈົ້າພາບງານລ້ຽງທີ່​ສຳ​ນັກ​ງາ​ນ​ຜູ້​ຕາງ​ໜ້າຂອງຕົນ​ປະ​ຈຳອົງ ການສະຫະປະຊາຊາດ.

ໃນຕອນເຊົ້າຂອງມື້ວັນຈັນວານນີ້, ທ່ານ ກູເຕເຣສ ໄດ້ມີການປະຊຸມທາງອອນລາຍນ໌ ກັບລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວຣອຟ ໂດຍໃຊ້ເວລາປະມານ 20 ນາທີ. ຫຼັງຈາກນັ້ນ ທ່ານໄດ້ໂອລົມກັບລັດຖະມົນຕີການຕ່າງປະເທດ ຂອງຢູເຄຣນ ທ່ານດິມິໂທຣ ຄູເລີບາ (Dmytro Kuleba)ຕ່າງຫາກ.

ທ່ານ ກູເຕເຣສ ບໍ່ໄດ້ເປີດເຜີຍລາຍລະອຽດໃດໆກ່ຽວກັບການໂອ້ລົມນັ້ນ, ແຕ່ທ່ານຕ້ອນຮັບກັບການຕິດຕໍ່ທາງການທູດໃນປັດຈຸບັນນີ້, ລວມເຖິງ ລະຫວ່າງບັນດາຜູ້ນໍາຂອງປະເທດ. ແຕ່ທ່ານໄດ້ເຕືອນວ່າ ການໃຊ້​ຄາ​ລົບແບບກໍ່ຄວາມເຄັ່ງຕຶງນັ້ນ ແມ່ນບໍ່ໄດ້ຊ່ວຍຫຍັງເລີຍ.

ຫົວໜ້າຂອງອົງການສະຫະປະຊາຊາດກ່າວວ່າ “ຖະແຫຼງການຕ່າງໆ​ນັ້ນ ຄວນມີເປົ້າໝາຍເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ, ບໍ່ແມ່ນກໍ່ໃຫ້ມັນເກີດເປັນໄຟຂຶ້ນມາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG