ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການສະຫະປະຊາຊາດ ກ່າວວ່າການໂຈມຕີ ຂອງຮາມາສ: ບໍ່ມີຫຍັງສາມາດ ຢັ້ງຢືນ ການກະທຳທີ່ໂຫດຮ້າຍ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີ ກູເຕເຮັສ ຖະແຫລງເຖິງສະພາບການໃນອິສຣາແອລ ຫລັງ ຈາກການໂຈມຕີໂດຍຮາມາສ ລະຫວ່າງການລາຍງານຢູ່ອົງການສະຫະປະຊາຊາດ ວັນທີ 9 ຕຸລາ 2023
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີ ກູເຕເຮັສ ຖະແຫລງເຖິງສະພາບການໃນອິສຣາແອລ ຫລັງ ຈາກການໂຈມຕີໂດຍຮາມາສ ລະຫວ່າງການລາຍງານຢູ່ອົງການສະຫະປະຊາຊາດ ວັນທີ 9 ຕຸລາ 2023

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣສ ໄດ້ຮຽກຮ້ອງໃນວັນຈັນວານນີ້ໃຫ້ສິ້ນສຸດການໂຈມຕີໂດຍທັນທີຕໍ່ອິສຣາແອລ ແລະປ່ອຍໂຕປະກັນທັງໝົດ. ທ່ານຍັງໄດ້ເຕືອນທະຫານຂອງອິສຣາແອລ ທີ່ອອກປະ ຕິບັດງານໃຫ້ສອດ​ຄ່ອງ​ກັບກົດລະບຽບຂອງກົດໝາຍສາກົນ.

“ຂ້າພະເຈົ້າຮັບຮູ້ຄວາມເຈັບໃຈທີ່ຖືກຕ້ອງຂອງປະຊາຊົນປາແລສໄຕນ໌ ແຕ່ວ່າ ບໍ່ມີຫຍັງທີ່ສາມາດຢັ້ງຢືນຕໍ່ການກະທຳກໍ່ການຮ້າຍເຫລົ່ານີ້ ແລະການສັງຫານ ເຮັດໃຫ້ເສຍອົງຄະ ແລະລັກພາໂຕ ຂອງພວກພົນລະເຮືອນ” ທ່ານກູເຕເຣສ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ ຫ້ອງການໃຫຍ່ອົງການສະປະຊາຊາດ ຕິດຕາມດ້ວຍກອງປະຊຸມສຸກເສີນ ຂອງບັນດາເຈົ້າໜ້າທີ່ອະວຸໂສສະຫະປະຊາຊາດ. “ຂ້າພະເຈົ້າຂໍ​ກ່າວ​ຢ້ຳ​ເຖິງ​ການ​ຮຽກຮ້ອງ​ໃຫ້ຢຸ​ດ​ເຊົາການໂຈມຕີເຫລົ່ານີ້ ແລະປ່ອຍພວກໂຕປະກັນທັງໝົດ ໃນ​ທັນ​ທີ.”

​ໃນຕອນເຊົ້າວັນເສົາ ພວກນັກລົບຮາມາສ ໄດ້ທຳ​ການ​ໂຈມ​ຕີແບບປະສານງານ ​ກັນໃສ່ຫລາຍເປົ້າໝາຍຢ່າງບໍ່ຄາດຝັນ ໃນຫລາຍໝູ່ບ້ານ ແລະບັນດາເມຶອງ ​ຂອງອິສຣາແອລ ​ໂດຍສັງຫານ ​ເຮັດ​ໃຫ້ໄດ້ຮັບບາດເຈັບ ແລະລັກພາໂຕຊາວ ອິສຣາແອລຫລາຍຮ້ອຍຄົນ ແລະຊາວຕ່າງປະເທດຈຳນວນນຶ່ງ.

ເລຂາທິການໃຫຍ່ສະຫະປະຊາຊາດ ກ່າວວ່າ ທ່ານມີ “ຄວາມເສົ້າສະ​ຫລົດໃຈທີ່ສຸດ” ທີ່ອິສຣາແອລມີແຜນທີ່ຈະເຮັດໃຫ້ແຫລມກາຊາ ບ້ານເຮືອນຫລາຍກວ່າ 2 ລ້ານຄົນ ຢູ່ພາຍໃຕ້ການ​ປິດ​ລ້ອມທັງໝົດ ​ໂດຍບໍ່ອະນຸຍາດໃຫ້ມີ​ການ​ສົ່ງ​ອາ​ຫານ ນໍ້າມັນ ຫລືສະໜອງໄຟຟ້າ​ໃຫ້​ເຂດ​ດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG