ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າອົງການ ສປຊ ກ່າວວ່າ "ບໍ່ມີ ການແກ້ໄຂ ທາງທະຫານ" ຕໍ່ວິກິດການ ໃນເອທິໂອເປຍ


ພວກນັກລົບທີ່ຈົງຮັກພັກດີຕໍ່ແນວໂຮມປົດປ່ອຍປະຊາຊົນທີເກຣຍ່າງໄປຕາມທາງຢູ່ໃນເມືອງ Hawzen ທີ່ໃນຕອນນັ້ນແມ່ນຄວບຄຸມໂດຍກຸ່ມດັ່ງກ່າວໃນເຂດທີເກຣຢູ່ພາກເໜືອຂອງເອທິໂອເປຍ, ວັນທີ 7 ພຶດສະພາ, 2021
ພວກນັກລົບທີ່ຈົງຮັກພັກດີຕໍ່ແນວໂຮມປົດປ່ອຍປະຊາຊົນທີເກຣຍ່າງໄປຕາມທາງຢູ່ໃນເມືອງ Hawzen ທີ່ໃນຕອນນັ້ນແມ່ນຄວບຄຸມໂດຍກຸ່ມດັ່ງກ່າວໃນເຂດທີເກຣຢູ່ພາກເໜືອຂອງເອທິໂອເປຍ, ວັນທີ 7 ພຶດສະພາ, 2021

ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວໃນວັນພະຫັດວານນີ້ວ່າ "ບໍ່ມີການແກ້ໄຂທາງທະຫານ" ຕໍ່ບັນຫາຂັດແຍ້ງທີ່ແກ່ຍາວມາເປັນ 10 ເດືອນຂອງເອທິໂອເປຍ, ແລະທ່ານໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆ ຢຸດຕໍ່ສູ້ກັນ ແລະເປີດໃຫ້ມີການສົນທະນາກັນ.

ທ່ານແອນໂຕນິໂອ ກີວແຕເຣສ (Antonio Guterres) ກ່າວຕໍ່ກອງປະຊຸມຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ "ໃນທຸກແງ່, ອະນາຄົດຂອງເອທິໂອເປຍ ແມ່ນຢູ່ໃນຄວາມສ່ຽງ."

ໃນອາທິດແລ້ວນີ້, ໃນການພະຍາຍາມເຮັດໃຫ້ການຂັດແຍ້ງກັນ ສິ້ນສຸດລົງນັ້ນ, ຫົວໜ້າອົງການສະຫະປະຊາຊາດໄດ້ຂໍຮ້ອງໃຫ້ຢຸດຍິງ, ໃຫ້ມີການເຂົ້າເຖິງການຊ່ວຍເຫຼືອໄດ້ຢ່າງບໍ່ມີຂໍ້ຈຳກັດ ແລະການສົນທະນາທາງການເມືອງທີ່ນຳພາໂດຍເອທິໂອເປຍ. ທ່ານໄດ້ບອກສະພາວ່າ ຂັ້ນຕອນເຫຼົ່ານີ້ແມ່ນມີຄວາມຈຳເປັນເພື່ອຮັກສາຄວາມເປັນເອກະພາບຂອງເອທິໂອເປຍ ແລະສະຖຽນລະພາບໃນຂົງເຂດແລະເພື່ອຜ່ອນຄາຍວິກິດການດ້ານມະນຸດສະທຳ.

ທ່ານກ່າວຕໍ່ສະພາວ່າ "ຂ້າພະເຈົ້າເຊື່ອວ່າ ມີໂອກາດທີ່ຈະແກ້ໄຂບັນຫາຂັດແຍ້ງກັນ ໂດຍສັນຕິວິທີ, ເຊິ່ງທັງສອງຝ່າຍ ຕ້ອງຍຶດເອົາຜົນປະໂຫຍດຂອງເອທິໂອເປຍ." ທ່ານເວົ້າອີກວ່າ "ເງື່ອນໄຂຕ່າງໆ ຈະຕ້ອງຖືກສ້າງຂຶ້ນເພື່ອຈະເລີ່ມການສົນທະນາທາງການເມືອງລະດັບຊາດທີ່ລວມເອົາທຸກຝ່າຍ ເພື່ອແກ້ໄຂສາເຫດພື້ນຖານຂອງຄວາມຂັດແຍ້ງແລະຮັບປະກັນໃຫ້ມີສຽງຂອງເອທິໂອເປຍຊີ້ນໍາເສັ້ນ ທາງໄປສູ່ສັນຕິພາບ."

ທ່ານກ່າວວ່າທ່ານໄດ້ຕິດຕໍ່ພົວພັນຢ່າງໃກ້ຊິດກັບນາຍົກລັດຖະມົນຕີເອທິໂອເປຍ, ທ່ານອາບີ ອາເມດ (Abiy Ahmed) ແລະໄດ້ຮັບຈົດໝາຍຈາກຜູ້ນຳຂອງຂົງ ເຂດທີເກຣ ໃນການຕອບຮັບຕໍ່ການຮ້ອງຂໍຂອງທ່ານ.

ທ່ານກ່າວວ່າ "ອົງການສະຫະປະຊາຊາດພ້ອມແລ້ວທີ່ຈະເຮັດວຽກຮ່ວມກັນກັບສະຫະພາບອາຟຣິກາ ແລະຄູ່ພາຄີທີ່ສຳຄັນອື່ນໆ ເພື່ອສະໜັບສະໜູນການສົນທະນາດັ່ງກ່າວນັ້ນ,"

ວັນທີ 28 ມິຖຸນາຜ່ານມາ, ລັດຖະບານເອທິໂອເປຍໄດ້ປະກາດຢຸດຍິງແຕ່ຝ່າຍດຽວ ໃນທັນທີ ແລະແບບມີມະນຸດສະທຳ ພາຍຫຼັງທີ່ມີການສູ້ລົບກັນກັບກຳລັງທະຫານຂອງທີເກຣ ເກືອບ 8 ເດືອນ. ແຕ່ວ່າການປະທະກັນ ຍັງສືບຕໍ່ມີມາຢູ່, ແລະເມື່ອບໍ່ດົນມານີ້ນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ຊາວເອທິໂອເປຍທຸກຄົນເຂົ້າຮ່ວມທໍາການຕໍ່ສູ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG