ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າສະຫະປະຊາຊາດ ແຕ່ງຕັ້ງຊາວສິງກະໂປ ເປັນທູດພິເສດສຳ​ລັບ​ເລື້ອງມຽນມາ


ເຈົ້າໜ້າທີ່ສະຫະປະຊາດ ທ່ານນາງນໍຣິນ ເຮເຊີຣ (Noeleen Heyzer) ຈາກສິກະໂປ ຖືທວນສັນຕິພາບ ທີ່ກອງປະຊຸມໃນນະຄອນເຮກ ວັນທີ 12 ພຶດສະພາ 1999.
ເຈົ້າໜ້າທີ່ສະຫະປະຊາດ ທ່ານນາງນໍຣິນ ເຮເຊີຣ (Noeleen Heyzer) ຈາກສິກະໂປ ຖືທວນສັນຕິພາບ ທີ່ກອງປະຊຸມໃນນະຄອນເຮກ ວັນທີ 12 ພຶດສະພາ 1999.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກຸດເຕເຣັສ (Antonio
Guterres) ໄດ້ປະກາດການແຕ່ງຕັ້ງ ທ່ານນາງ ໂນລີນ ເຮເຊີ (Noeleen Heyzer)
ຈາກປະເທດ ສິງກະໂປ ໃຫ້ເປັນທູດພິເສດຄົນໃໝ່ທີ່ຮັບຜິດຊອບກ່ຽວກັບ ມຽນມາ
ໃນວັນຈັນວານນີ້.

ທ່ານນາງຈະສືບທອດຕຳແໜ່ງແທນ ທ່ານນາງ ຄຣິສຕິນ ຊຣາເນີ ເບີເກເນີ (Christine
Schraner Burgener) ຈາກ ສະວິດເຊີແລນ, ຜູ້ທີ່ຈະລົງຈາກ ຕຳແໜ່ງໃນວັນອາທິດ
ຈະມາເຖິງນີ້ ຫຼັງຈາກດຳລົງຕຳແໜ່ງມາໄດ້ສາມປີເຄິ່ງ. ທ່ານນາງ ຄຣິສຕິນ ຊາເນີຣ
ເບີເກີເນີຣ ໄດ້ໃຊ້ເວລາເກົ້າເດືອນທີ່ຜ່ານມາຂອງທ່ານນາງ ຮັບມືກັບຄວາມວຸ້ນວາຍຫຼັງ
ຈາກການກໍ່ລັດຖະປະຫານຫຼັງການເລືອກຕັ້ງໃນເດືອນພະຈິກທີ່ຜ່ານມາ, ເຊິ່ງໄດ້ເຮັດ
ໃຫ້ ມຽນມາ ຕົກຢູ່ໃນຄວາມວຸ້ນວາຍ ແລະ ຄວາມຮຸນແຮງ. ພົນລະເຮືອນຫຼາຍກວ່າ
1,100 ຄົນ ໄດ້ຂ້າຕາຍ, ຫຼາຍພັນຄົນຖືກຄຸກ ແລະ ຫຼາຍກວ່າ 250,000 ຄົນບໍ່ມີທີ່
ຢູ່ອາໄສ.

ທ່ານນາງ ເຮເຊີ ອາຍຸ 73 ປີ ເປັນນັກວິທະຍາສາດສັງຄົມ ແລະອະດີດເຈົ້າໜ້າທີ່
ສະຫະປະຊາຊາດ. ຊີວະປະວັດຂອງທ່ານນາງຢູ່ສະຫະປະຊາຊາດ ກ່າວວ່າ ທ່ານ
ນາງໄດ້ເປັນແມ່ຍິງຄົນທຳອິດທີ່ຮັບໃຊ້ໜ້າທີ່ເປັນເລຂາຜູ້ບໍລິຫານຂອງຄະນະກຳມາ
ທິການເສດຖະກິດ ແລະ ສັງຄົມ ສະຫະປະຊາຊາດ ສຳລັບ ເອເຊຍ ແລະ ປາຊີຟິກ
ຈາກປີ 2007 ຫາ 2014.

ທ່ານນາງຍັງໄດ້ເຮັດວຽກຢ່າງໃກ້ຊິດກັບ ກຸ່ມພາກພື້ນ ASEAN ແລະ ລັດຖະບານ
ມຽນມາ ໃນຄວາມພະຍາຍາມປົວແປງຫຼັງຈາກພາຍຸໄຊໂຄລນ ນາຣກິສ (Cyclone
Nargis) ໃນເດືອນພຶດສະພາ 2008. ພາຍຸລະດູຮ້ອນດັ່ງກ່າວໄດ້ສ້າງຄວາມເສຍ
ຫາຍໃຫ້ປະເທດນັ້ນ ແລະ ຫຼາຍກວ່າ 140,000 ຄົນໄດ້ເສຍຊີວິດ.

ທ່ານນາງເຮເຊີຣ ໄດ້ເປັນທີ່ປຶກສາພິເສດສຳລັບປະເທດ ຕີມໍ ເລັສເຕ (Timore
Leste) ຂອງອະດີດຫົວໜ້າອົງການສະຫະປະຊາຊາດ ທ່ານ ບານ ກີ ມູນ ຈາກປີ
2013-2015, ໄດ້ມີສ່ວນຮ່ວມໃນການສ້າງສັນຕິພາບ, ສ້າງລັດ ແລະ ການພັດ
ທະນາແບບຍືນຍົງ. ທ່ານນາງຍັງໄດ້ເປັນຜູ້ອຳນວຍການໃຫຍ່ຂອງອົງການ
UNIFEM, ເຊິ່ງແມ່ນອົງການທີ່ເກີດຂຶ້ນກ່ອນອົງການ UN Women, ຈາກປີ
1994 ຫາ 2007.

ກອງທັບມຽນມາ ບໍ່ໃຫ້ຄວາມສົນໃຈຕໍ່ການກົດດັນຂອງສາກົນ ເພື່ອຕ່າວປີ້ນ ການ
ຍຶດອຳນາດໃນເດືອນກຸມພາຂອງພວກເຂົາ ແລະ ສົ່ງອຳນາດຄືນໃຫ້ອົງການສັນ
ນິບາດຊາດເພື່ອປະຊາທິປະໄຕທີ່ຖືກເລືອກຕັ້ງເອົາຢ່າງເປັນປະຊາທິປະໄຕນັ້ນ.
ຄວາມຮຸນແຮງໄດ້ແຜ່ລາມໄປທົ່ວປະເທດ, ແລະ ລັດຖະບານສາມັກຄີຊາດຂອງ
ພັກສັນນິບາດຊາດດັ່ງກ່າວ ໄດ້ກໍ່ຕັ້ງກອງກຳລັງປ້ອງກັນປະຊາຊົນຂອງພວກ
ເຂົາເຈົ້າເອງຂຶ້ນມາ.

ທ່ານນາງ ຊຣາເນີ ເບີເກເນີ ໄດ້ເຕືອນໃນວັນສຸກທີ່ຜ່ານມາວ່າ “ມຽນມາ ກຳລັງ
ເຄື່ອນຍ້າຍໄປສູ່ສະຖານະການທີ່ຊົ່ວຮ້າຍຢ່າງວ່ອງໄວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG