ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າສະຫະປະຊາດ ລະບຸຊື່ຣັດເຊຍ ເປັ​ນ​ຜູ້ກໍ່​ຄວາມ​ຮຸນ​ແຮງຕໍ່ພວກເດັກນ້ອຍ ໃນຢູເຄຣນ


ຊາກຫັກພັງຂອງໂຮງຮຽນ ຫລັງຈາກທະຫານຣັດເຊຍ ໄດ້ທຳລາຍຢູ່ໝູ່ບ້ານ Bilohorivka ຂົງເຂດລູຮານ ທາງພາກຕາວັນອອກຂອງຢູເຄຣນ ໃັນທີ 13 ພຶດສະພາ 2022.
ຊາກຫັກພັງຂອງໂຮງຮຽນ ຫລັງຈາກທະຫານຣັດເຊຍ ໄດ້ທຳລາຍຢູ່ໝູ່ບ້ານ Bilohorivka ຂົງເຂດລູຮານ ທາງພາກຕາວັນອອກຂອງຢູເຄຣນ ໃັນທີ 13 ພຶດສະພາ 2022.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ໄດ້ລະບຸຊື່ ການກະທຳຂອງ ຣັດເຊຍຢູ່ໃນຢູເຄຣນ ຮວມທັງການສັງຫານແລະ​ເຮັດ​ໃຫ້ພວກເດັກນ້ອຍ​ພິ​ການ ຢູ່ໃນລາຍງານປະຈຳປີວ່າ ບັນດາຜູ້ກະທໍາຜິດ ເປັນ​ພວກ​ກໍ່​ກາ​ນທີ່ລະເມີດພວກເດັກນ້ອຍຢ່າງ​ຮ້າຍ​ແຮງ.

“ຂ້າພະເຈົ້າໂດຍສະເພາະ​ແລ້ວ ຕື່ນຕົກໃຈ ຈາກຈຳນວນຂອງການໂຈມຕີໃສ່ໂຮງຮຽນ ໂຮງໝໍ ແລະບັນດາພະນັກງານຄຸ້ມກັນ ແລະຈຳນວນສູງຂອງພວກເດັກນ້ອຍທີ່ເສຍຊີວິດຈາກການກະທຳຂອງກຳລັງຣັດເຊຍ ແລະບັນດາກຸ່ມຕິດອາວຸດທີ່ພົວພັນ” ເລຂາທີິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣັສ ໄດ້ກ່າວຢູ່ໃນລາຍງານ ທີ່ສົ່ງໃນວັນພະຫັດມື້ນີ້ ໄປໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ.

ລາຍງານ ເດັກນ້ອຍ ແລະການຂັດແຍ້ງດ້ວຍອາວຸດ ທີ່ຍັງບໍ່ທັນໄດ້​ພິມເຜີຍແຜ່ ​ເທື່ອ ລະບຸຊື່ ແລະປະຈານພວກກໍ່​ການກະທຳຜິດ ຜູ້ທີ່​ເກັບ​ເກນ ສັງຫານ ​ເຮັດ​ໃຫ້​ເສຍ​ອົງ​ຄະ ຫລືລັກພາໂຕພວກເດັກນ້ອຍ ​ລ່ວງລະ ເມີດທາງເພດຢ່າງ​ຮຸນ​ແຮງ​ຕໍ່ເຂົາເຈົ້າ ປະຕິເສດ​ຕໍ່ການຊ່ວຍເຫລືອມະນຸດສະທຳ ຫລືໂຈມຕີໂຮງຮຽນ ແລະໂຮງໝໍ. ຜູ້ຕາງໜ້າພິເສດຂອງທ່ານກູເຕເຣສ ທ່ານນາງເວີຈີເນຍ ກຳບາ ໄດ້ສັ່ງໂດຍສະພາຄວາມໝັ້ນຄົງ ໃຫ້ເຮັດວຽກເພື່ອປ້ອງກັນ ແລະ​ຍຸ​ຕິບັນດາການລະເມີດທີ່ຮ້າຍ​ແຮງ​ເຫຼົ່ານີ້.

ຢູ່ໃນລາຍງານ ທີ່ໄດ້ເຫັນໂດຍວີໂອເອ ສະຫະປະຊາຊາດ ໄດ້ຢືນຢັນການສັງ ຫານຂອງເດັກນ້ອຍ 136 ຄົນ ແລະທຳຮ້າຍ 518 ຄົນຢູ່ໃນຢູເຄຣນ ທີ່ກະ​ທຳໂດຍກຳລັງຣັດເຊຍ ແລະບັນດາກຸ່ມທີ່ເປັນ​ເຄືອ​ຂ່າຍກັບເຂົາເຈົ້າ. ມັນກວມ​ເອົາ​ແຕ່ເດືອນມັງກອນ ຫາເດືອນທັນວາ ປີ 2022. ຣັດເຊຍໄດ້ເລີ້ມຮຸກຮານຢ່າງເຕັມທີ່ຕໍ່ຢູເຄຣນ ໃນວັນທີ 24 ມີນາ 2022 ແຕ່ປະຕິເສດວ່າ ຕົນ​ບໍ່ໄດ້ແນເປົ້າໝາຍໃສ່ພົນລະເຮືອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG