ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລ​ຂາ​ທິ​ການ​ໃຫ​ຍ່​ສະ​ຫະ​ປະ​ຊາ​ຊາດ ກ່າ​ວ​ວ່າ ຈະ​ຕ້ອງ​ບໍ່​ມີ​ການ​ບ່ອນ​ທຳ​ລາຍ ຕໍ່​ອະ​ທິ​ປະ​ໄຕ​ ມອນ​ໂດ​ວາ


ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທ່ານ​ແອນ​ໂຕ​ນີ​ໂອ ກິວ​ເຕ​ເຣັ​ສ ຫຼັງ​ຈາກ​ເສັດ​ສິ້ນ​ການ​ຖະ​ແຫຼງ​ຂ່າວ​ຮ່ວມ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມອນ​ໂດ​ລາ ທ່ານ​ນາງ ນາ​ຕາ​ເລຍ ກາ
ວ​ຣິ​ລິ​ຕາ ທີ່​ນະ​ຄອນ​ຄິ​ຊິ​ນາ ເມື່ອ​ວັນ​ທີ 9 ພຶ​ດສະພາ 2022
ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທ່ານ​ແອນ​ໂຕ​ນີ​ໂອ ກິວ​ເຕ​ເຣັ​ສ ຫຼັງ​ຈາກ​ເສັດ​ສິ້ນ​ການ​ຖະ​ແຫຼງ​ຂ່າວ​ຮ່ວມ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມອນ​ໂດ​ລາ ທ່ານ​ນາງ ນາ​ຕາ​ເລຍ ກາ ວ​ຣິ​ລິ​ຕາ ທີ່​ນະ​ຄອນ​ຄິ​ຊິ​ນາ ເມື່ອ​ວັນ​ທີ 9 ພຶ​ດສະພາ 2022

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ ກິວ​ເຕ​ເຣັ​ສ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນຈະ​ແຜ່​ລາມ​ອອກ​ໄປ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ຂອງມອນ​ໂດ​ລາ ໃນ​ວັນ​ຈັນ​ວານນີ້.

ທ່ານ​ກິວ​ເຕ​ເຣັ​ສ​ກ່າວ​ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມອນ​ໂດ​ວາ ທ່ານ​ນາງ​ນາ​ຕາ​ເລຍ ກ​າ​ວຣີລີ​ຕາ (Natalia Gavrilita) ທີ່​ນະ​ຄອນ​ຫຼວງ​ຄິ​ຊິ​ນາວ (Chisinau) ໂດຍ​ເວົ້າ​ວ່າ “ຜົນ​ກະ​ທົບ​ຈາກ​ສົງ​ຄາມ​ ໃນ​ຢູ​ເຄ​ຣນທີ່​ມີ​ຕໍ່ຂົງ​ເຂດ​ແລະ​ຕໍ່​ໂລກແມ່ນ​ເລິກ​ເຊິ່ງ​ແລະ​ກວ້າງ​ໄກ ຜົນ​ຕາມ​ມາ​ໃນ​ການ​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ ​ແມ່ນ​ເປັນ​ທີ່​ຕື່ນ​ຕົກ​ໃຈ ​ສຳ​ລັບ​ການ​ພິ​ຈາ​ລະ​ນາ​ໄຕ່​ຕອງ.”

ຫົວ​ໜ້າ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່​າວ​ວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ສືບ​ຕໍ່ ແລະ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ຈະ​ແຜ່​ລາມ​ອອກ​ໄປ ແລະ​ຜົນ​ກະ​ທົບ​ມັນ​ຈະ​ບໍ່​ມີ​ແຕ່​ຢູ່​ໃນ​ຂົງ​ເຂດ​ເທົ່າ​ນັ້ນ ແຕ່​ຈະ​ມີ​ຕໍ່​ທົ່ວ​ໂລກ.”

ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ໄດ້​ລົບ​ກວນ​ຕໍ່​ການ​ສົ່ງ​ອອກ​ເຂົ້າ​ເບ​ລ່ ນ້ຳ​ມັນ​ດອ​ກ​ຕາ​ເວັນ​ແລະ​ປຸຍ ຈາກ​ເຂດ​ທະ​ເລ​ດຳ ພ້ອມໆ​ກັນ​ກັບ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ສູງ​ຂຶ້ນ​ຢູ່​ໃນ​ທົ່ວ​ໂລກ.

ທ່ານ​ກິວ​ເຕ​ເຣັ​ສ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ມອນ​ໂດ​ວາ​ເປັນ​ເວ​ລາ 2 ມື້​ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ນາໆ​ຊາດ ທີ່​ມີ​ຕໍ່​ປະ​ເທດ​ເພື່ອນ​ບ້ານ​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ ຊຶ່ງ​ມີ​ພວກ​ອົບ​ພະ​ຍົບ​ຫຼາຍກວ່າ 5 ແສນ​ຄົນ​ໄດ້​ຫຼັ່ງ​ໄຫຼ​ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງ​ກ່າວ​ແລະ​ມີ 90,000 ຄົນ​ຍັງ​ຢູ່​ທີ່ນັ້ນ ຫຼາຍໆ​ຄົນ​ຂອງ​ຈຳ​ນວນ​ດັ່ງ​ກ່າວ​ແມ່ນ​ມີ​ບ້ານ​ເຮືອນ​ຢູ່​ທີ່ມອນ​ໂດ​ວາ.

ທ່ານ​ກ່າວ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ​ຊັບ​ພະ​ຍາ​ກອນ​ຂອງ​ມອນ​ໂດ​ລາ​ແມ່ນ​ມີ​ຢູ່າງ​ຈຳ​ກັດ ໂດຍ​ເວົ້າ​ວ່າ “ມອນ​ໂດ​ລາ​ເປັນ​ປະ​ເທດ​ນ້ອຍໆ​ແຕ່​ມີ​ຈິດ​ໃຈ​ກວ້າງ​ຂວາງ.”

ນາໆຊາດ​ຍັງ​ມີ​ຄວາມ​ເປັນ​ຫ່ວງວ່າ ມອນ​ໂດ​ລາ​ອາດ​ເປັນ​ແນວ​ໜ້າ​ແຫ່ງ​ທີ​ສອງ​ໃນ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ຢູ່​ຢູ​ເຄ​ຣນ ໂດຍ​ທີ່​ວັງ​ເຄ​ຣັມ​ລິນ​ຈະ​ໃຊ້​ການ​ໂຈມ​ຕີ​ຈາກ​ເຂດ​ແບ່ງ​ແຍກ​ດິນ​ແດນ​ແທ​ຣນສ​ນິ​ສ​ເຕ​ຣຍ (Transnistria.)

ທ່ານ​ກິວ​ເຕ​ເຣັ​ສ​ເວົ້າ​ວ່າ “ມອນ​ໂດ​ລາ​ແມ່ນ​ຢູ່​ໃນ​ເຂດ​ແນວ​ໜ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ.”

ເມື່ອ​ມີ​ການ​ຖາມ​ກ່ຽວ​ກັບ​ເຂດແທ​ຣນສ​ນິ​ສ​ເຕ​ຣຍ ທ່ານ​ກ່າ​ວ​ວ່າ ທ່ານ​ມີ​ຄວາມ​ຫວັງ​ທີ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ມີ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງ ແລະ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG