ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າສະຫະປະຊາຊາດ: ການຂັດແຍ້ງຢູ່​ພາກຕາເວັນອອກກາງ ຕ້ອງບໍ່ແຜ່ລາມ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂທນີ ກູເຕເຣສ ກ່າວລາຍງານຢູ່ອົງການສະຫະປະຊາຊາດ ວັນທີ 9 ຕຸລາ 2023
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂທນີ ກູເຕເຣສ ກ່າວລາຍງານຢູ່ອົງການສະຫະປະຊາຊາດ ວັນທີ 9 ຕຸລາ 2023

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣັສ ໄດ້ຮ້ອງຂໍໃນວັນພຸດວານນີ້ຕໍ່ທຸກພັກຝ່າຍ ຢູ່ໃນພາກຕາເວັນອອກກາງ​ເພື່ອປ້ອງກັນ​ບໍ່​ໃຫ້​ບັນ​ຫາຂັດແຍ້ງ​ແຜ່​ລາມ​ອອກ​ໄປ ໃນຂະນະທີ່​ຊາວອິສຣາແອລຢູ່ທາງພາກ ເໜືອຂອງປະເທດ ພາກັນ​ເຂົ້າ​ໄປຢູ່​ໃນບ່ອນຫລົບລີ້ ໃນຂະນະທີ່ມີລາຍງານ​ວ່າ ການຍິງໂຈມ​ຕີຈາກເຂດໃຕ້ຂອງເລບານອນ.

“ຂ້າພະເຈົ້າມີຄວາມເປັນຫ່ວງກ່ຽວກັບການຍິງ​ໂຈມ​ຕີ​ໃສ່​ກັນຫວ່າງມໍ່ໆມານີ້ ຢູ່ຕາມເສັ້ນສີຟ້າ ແລະລາຍງານການໂຈມຕີຫວ່າງມໍ່ໆມານີ້ ຈາກພາກໃຕ້ເລບານອນ” ທ່ານກູເຕເຣັ​ສ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ສຳ​ນັກ​ງານໃຫຍ່ ອົງການສະຫະປະຊາຊາດ. ເສັ້ນສີຟ້າແມ່ນເສັ້ນແບ່ງ​ເຂດລະຫວ່າງ ອິສຣາແອລ ແລະເລບານອນ ຊຶ່ງໄດ້​ມີ​ການລາດຕະເວນໂດຍ​ກຳ​ລັງຮັກສາສັນຕິພາບສະຫະປະຊາຊາດ.

“ຂ້າພະເຈົ້າຂໍຮ້ອງໃຫ້ທຸກພັກຝ່າຍ ແລະບັນດາຜູ້ທີ່​ມີ​ອິດ​ທິ​ພົນ​ຕໍ່ພັກຝ່າຍເຫຼົ່ານັ້ນ ໃຫ້ຫລີກລ່ຽງ​ຕໍ່​ການ​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ຕື່ມ ແລະ​ເຮັດ​ໃຫ້​ມັນແຜ່ລາມ” ທ່ານໄດ້ກ່າວ.

ອີຣ່ານທີ່ໜູນຫລັງກຸ່ມຫົວຮຸນແຮງເຮສໂບລລາໃນເລບານອນ ຄວບຄຸມພາກໃຕ້ ເລບານອນ. ມີຄວາມຢ້ານກົວວ່າ ເຂດ​ດັ່ງ​ກ່າວອາດຈະ​ຖືກ​ແກ່​ດຶງເຂົ້າສູ່ການຂັດແຍ້ງ ເພື່ອສະນັບສະໜູນ​ກຸ່ມຮາມາສ. ໃນປີ 2026 ອິສຣາແອລ ແລະ​ກຸ່ມເຮສ​ໂບ​ລລາ ໄດ້ສູ້ລົບ​ກັນຢ່າງນອງເລືອດ ໃນສົງຄາມ 33 ວັນ ຢູ່ໃນເລບານອນ.

​ທ່ານເລຂາທິການໃຫຍ່ ກ່າວວ່າ ທ່ານກຳລັງປຶກສາຫາລືກັບບັນດາຜູ້ນຳຢູ່ໃນຂົງເຂດເພື່ອປ້ອງກັນ​ບໍ່​ໃຫ້ການຂັດແຍ້ງແຜ່ລາມ​ອອກ​ໄປ.

ໂຄສົກ ທ່ານສະແຕັບຟານ ດູຈາຣິກ ກ່າວຕໍ່ບັນດານັກຂ່າວວ່າ ທ່ານກູເຕເຣັສ ໄດ້ໂທລະສັບຢ່າງຕໍ່ເນື່ອງ ນັບແຕ່​ກຸ່ມຮາມາສເລີ້ມໂຈມຕີຢ່າງຮ້າຍແຮງໃສ່ ພົນລະເຮືອນອິສຣາແອລ ແລະພວກທະຫານໃນວັນເສົາທີ່ຜ່ານມາ ໄດ້ສັງຫານຊາວ ອິສຣາແອລຫລາຍກວ່ານຶ່ງພັນຄົນ ແລະຊາວຕ່າງປະເທດຈຳນວນນຶ່ງ.

ທ່ານໄດ້ໂອ້ລົມກັບປະທານາທິບໍດີອິສຣາແອລ ທ່ານໄອສັກ ເຮີດຊັອກ ປະທາ ນາທິບໍດີປາແລັສໄຕນ໌ ທ່ານມາມູດ ອັບບັສ ພ້ອມດ້ວຍຜູ້ຊ່ວຍ ນາຍົກລັດຖະ ມົນຕີໃນເລບານອນ ກະສັດຂອງຈໍແດນ ປະທານາທິບໍດີຂອງເທີກີ ນາຍົກລັດ ຖະມົນຕີກາຕາ ແລະລັດຖະມົນຕີຕ່າງປະເທດອີຣ່ານ. ທ່ານດູຈາຣິກ ກ່າວວ່າ ຫົວໜ້າສະຫະປະຊາຊາດຍັງໄດ້ “ລໍ​ຖ້າ” ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບກັບນາຍົກ ລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG