ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ກັກໂຕຢູ່ໂດດດ່ຽວ ຫຼັງຈາກໄດ້ສຳພັດກັບພະຍາດ ໂຄວິດ-19


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ໂອ້ລົມກັບສື່ມວນຊົນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບປະທານາທິບໍດີ Nariño ໃນນະຄອນຫຼວງໂບໂກຕ້າ ຂອງໂຄລອມເບຍ, ເເມື່ອວັນທີ 24 ພະຈິກ 2021.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ໂອ້ລົມກັບສື່ມວນຊົນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບປະທານາທິບໍດີ Nariño ໃນນະຄອນຫຼວງໂບໂກຕ້າ ຂອງໂຄລອມເບຍ, ເເມື່ອວັນທີ 24 ພະຈິກ 2021.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ໄດ້ສຳພັດກັບໄວຣັສ ໂຄໂຣນາ ໃນວັນອັງຄານວານນີ້ ໂດຍເຈົ້າໜ້າທີ່ຂອງສະຫະປະຊາຊາດຄົນນຶ່ງຜູ້ທີ່ໄດ້ຕິດພະຍາດໂຄວິດ-19 ມາແລ້ວແລະກຳລັງຖືກໃຫ້ຢູ່ໂດດດ່ຽວເປັນເວລາສອງສາມວັນຂ້າງໜ້າ ອີງຕາມການກ່າວຂອງແຫຼ່ງຂ່າວດ້ານການທູດ.

ແຫລ່ງຂ່າວໄດ້ກ່າວບອກອົງການຂ່າວ AFP ວ່າ ທ່ານ ກູເຕເຣສ ອາຍຸ 72 ປີ ໄດ້ຍົກເລີກການພົວພັນນັດໝາຍຕ່າງໆຈະມາເຖິງນີ້ ທີ່ທ່ານຈະເຂົ້າຮ່ວມດ້ວຍຕົນເອງ.

ຫົວໜ້າອົງການສະຫະປະຊາຊາດ ຈະໄດ້ເປັນແຂກຜູ້ມີກຽດຂອງສະມາຄົມນັກຂ່າວແຫ່ງສະຫະປະຊາຊາດຢູ່ທີ່ງານລ້ຽງປະຈຳປີ ທີ່ນະຄອນນິວຢອກ ໃນວັນພຸດມື້ນີ້. ສ່ວນໃນວັນພະຫັດມື້ອື່ນນີ້ ທ່ານຈະໄປຮ່ວມໃນກອງປະຊຸມສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ກ່ຽວກັບເລື້ອງຄວາມທ້າທາຍຂອງການກໍ່ການຮ້າຍແລະການປ່ຽນແປງຂອງດິນຟ້າອາກາດ ທີ່ນຳພາໂດຍປະທານາທິບໍ ດີຂອງ ໄນເຈີ ທ່ານ ໂມຮຳເມັດ ບາຊູມ (Mohamed Bazoum).

ທ່ານ ບາຊູມ ເຊິ່ງປະເທດຂອງທ່ານ ຄອງຕຳແໜ່ງເປັນປະທານສະພາດັ່ງກ່າວ ໄດ້ເດີນທາງມາເຖິງນະຄອນນິວຢອກໃນວັນອັງຄານວານນີ້ ແລະຄາດໝາຍວ່າ ຈະຢູ່ຕໍ່ໄປຈົນຮອດທ້າຍອາທິດນີ້ ໃນເວລານັ້ນທ່ານກໍຈະມຸ້ງໜ້າໄປຍັງນະຄອນຫຼວງວໍຊິງຕັນ.

ໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ສະເຕຟານ ດູຈາຣຣິກ (Stephane Dujarric) ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນໃດໆໃນທັນທີ ກ່ຽວກັບສະພາບການຂອງທ່ານ ກູເຕເຣສ.

ທ່ານ ດູຈາຣຣິກ ໄດ້ໃຫ້ຂໍ້ສັງເກດວ່າ ໃນບໍ່ເທົ່າໃດວັນຜ່ານມາ ທີ່ທ່ານ ກູເຕເຣສ ໄດ້ຮັບຢາວັກຊີນເຂັມທີສາມກັນໄວຣັສໂຄໂຣນາ ເມື່ອມໍ່ໆມານີ້ ຫຼັງຈາກທີ່ໄດ້ລັ່ງເລໃຈມາເປັນເວລາຍາວນານ ກ່ຽວກັບຄຳແນະນຳໃນການຮັບເຂັມເພີ້ມ ໃນຂະນະທີ່ປະຊາຊົນຫຼາຍລ້ານຄົນໃນທົ່ວໂລກກໍຍັງບໍ່ທັນໄດ້ຮັບເຂັມທຳອິດຂອງພວກເຂົາເຈົ້າເທື່ອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG