ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫົວ​ໜ້າ​ ສ​ປ​ຊ ເດີນ​ທາງ​ໄປ ປາ​ກິ​ສ​ຖານ ເພື່ອ​ຟື້ນ​ຟູ ​ຈຸດ​ເພັ່ງ​ເລັງ​ໃສ່ ອົບ​ພະ​ຍົບ ອັ​ຟ​ກາ​ນິ​ສ​ຖານ ຄືນ​ໃໝ່


ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ຄຳ​ປາໄສ​ທີ່​ງານ ກ່ຽວ​ກັບ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ສະ​ພາບ​ອາ​ກາດ​ປ່ຽນ​ແປງ, ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ, ປາກິ​ສ​ຖານ. 16 ກຸມ​ພາ, 2020.
ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ຄຳ​ປາໄສ​ທີ່​ງານ ກ່ຽວ​ກັບ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ສະ​ພາບ​ອາ​ກາດ​ປ່ຽນ​ແປງ, ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ, ປາກິ​ສ​ຖານ. 16 ກຸມ​ພາ, 2020.

ເລ​ຂາ​ທິ​ການ​ໃຫຍ່ ອົງ​ກ​ານສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ເລີ່ມ​ການ​ຢ້ຽມ​ຢາມ​ປະ​ເທດ ປາ​ກິ​ສ​ຖານ ສາມ​ວັນ​ໃນ​ວັນ​ອາ​ທິດ​ວານນີ້ ດ້ວຍ​ການ​ຮຽກ​ຮ້ອງປະ​ຊາ​ຄົມ​ນາ​ນາ​ຊາດ ໃຫ້​ສະ​ໜັບ​ສະ​ໜູນ​ປະ​ເທດ​ຕ່າງໆ​ທີ່​ສືບ​ຕໍ່​ຮັບ​ເອົາ​ອົບ​ພະ​ຍົບຫຼາຍ​ລ້​ານ​ຄົນ​ຈາກ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ.

ທ່ານ ກູ​ເຕ​ເຣັ​ສ ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ ສຳ​ລັບ​ການ​ປະ​ຊຸມ​ກັບ​ບັນ​ດາ​ຜູ້​ນຳ ປາ​ກິ​ສ​ຖານ ແລະ ເພື່ອ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ກົນ​ໃນ​ວັນ​ຈັນ​ມື້ນີ້ ເພື່ອ​ເປັນ​ຂີດ​ໝາຍ​ການ​ສະ​ໜັບ​ສະ​ໜູນ​ສີ່​ທົດ​ສະ​ວັດ​ຂອງ​ ປາ​ກິ​ສ​ຖານ ສຳ​ລັບ​ອົບ​ພະ​ຍົບ ອັ​ຟ​ກາ​ນິ​ສ​ຖານ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ​ຂອງ ປາ​ກິ​ສ​ຖານ ນັ້ນ, ທ່ານ ກູ​ເຕ​ເຣັ​ສ ໄດ້​ກ່າ​ວ​ວ່າ ເຖິງ​ແມ່ນ​ຈະ​ມີ​ສິ່ງ​ທ້າ​ທ​າຍ​ຕ່າງໆ​ຂອງ​ເຂົາ​ເຈົ້າ​ເອງ ແລະ ການ​ສະ​ໜັບ​ສະ​ໜູນ​ທີ່​ຈຳ​ກັດ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ກໍ​ຕາມ, ປາ​ກິ​ສ​ຖານ ໄດ້​ຊ່ວ​ຍ​ສະ​ໜອງ​ທີ່​ພັກ​ອາ​ໄສ​ໃຫ້​ອົບ​ພະ​ຍົບ ອັ​ຟ​ກາ​ນິ​ສ​ຖານ ມາ​ເປັນ​ເວ​ລາ 40 ປີ​ແລ້ວ, ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຜູ້​ຕ້ອນ​ຮັບ​ອົບ​ພະ​ຍົບ​ທີ່​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ.

ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ຂໍ​ກ່າວ​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງວ່າ ການແກ້​ໄຂບັນ​ຫາ​ແບບ​ຍືນ​ຍົງ​ທີ່​ດີກວ່າ​ສຳ​ລັບ​ອົບ​ພະ​ຍົບ​ ໄດ້​ເປັນ​ການ​ອາ​ສາ​ສະ​ໝັກ​ນຳ​ສົ່ງ​ເຂົາ​ເຈົ້າ​ໄປ​ບ່ອນ​ທີ່​ປອດ​ໄພ ແລະ ຢ່າງມີ​ກຽດ​ສັກ​ສີ​ຫາ​ປະ​ເທດ​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ ແລະ ນີ້​ກໍ​ແມ່ນ​ຄວາມ​ຈິງ​ສຳ​ລັບ​ອົບ​ພະ​ຍົບ ອັ​ຟ​ກາ​ນິ​ສ​ຖານ. ຜ່ານ​ການ​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ​ຕໍ່​ຂະ​ບວນ​ການ​ສັນ​ຕິ​ພາບ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ແລະ ການ​ສ້າງ​ຂໍ້​ຕົກ​ລົງໃນ​ພາກ​ພື້ນ​ທີ່​ຈຳ​ເປັນ​ນັ້ນ, ປາ​ກິ​ສ​ຖານ ໄດ້​ສືບ​ຕໍ່​ເອົາ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ບັນ​ລຸ​ໂອ​ກາດ​ຄັ້ງ​ປະ​ຫວັດ​ສາດ​ສຳ​ລັບຂະ​ບວນ​ການ​ສັນ​ຕິ​ພາບ​ນີ້. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຍັງ​ຄົງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການສັນ​ຕິ​ພາບ​ທີ່ກວມ​ລວມ ແລະ ນຳ​ໜ້າ​ໂດຍ ອັ​ຟ​ກາ​ນິ​ສ​ຖານ ທີ່​ສົ່ງ​ເສີມ​ສິດ​ທິ​ມະ​ນຸດ​ສຳ​ລັບ​ປະ​ຊາ​ຊົນ​ທຸກ​ຄົນ ແລະ ການ​ນຳ​ໜ້າ​ໄປ​ສູ່​ສັນ​ຕິ​ພາບ​ທີ່​ຍືນ​ຍົງ​ໃນ ອັ​ຟ​ກາ​ນິ​ສ​ຖານ.”

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄາດ​ວ່າ ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ປະ​ມານ ສີ່​ລ້ານ​ຫົກ​ແສນ​ຄົນ, ລວມ​ທັງ ສອງ​ລ້ານ​ເຈັດ​ແສນ​ຄົນ​ທີ່​ລົງ​ທະ​ບຽນ​ເປັນ​ອົບ​ພະ​ຍົບ​ນັ້ນ, ຍັງ​ອາ​ໄສ​ຢູ່ນອກ​ ອັ​ຟ​ກາ​ນິ​ສ​ຖານ. ປະ​ມານ 90 ເປີ​ເຊັນ​ແມ່ນ​ອາ​ໄສ​ຢູ່​ໃນ​ປະ​ເທດ ປາ​ກິ​ສ​ຖານ ແລະ ອີ​ຣ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG