ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຈັດ​ກອງ​ປະ​ຊຸມ ກ່ຽວ​ກັບ ວິ​ກິດ​ການ ອັ​ຟ​ກາ​ນິ​ສ​ຖານ


ແມ່​ກັບ​ລູກ​ທີ່​ຂາດ​ສານ​ອາ​ຫານ​ລໍ​ຖ້າ​ການ​ຊ່ວຍ​ເຫຼືອ​ຢູ່ສະ​ຖານ​ພະ​ຍາ​ບານ​ຂອງ​ໂຄງ​ການ​ອາ​ຫານ​ໂລກ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 26 ມັງ​ກອນ 2023.
ແມ່​ກັບ​ລູກ​ທີ່​ຂາດ​ສານ​ອາ​ຫານ​ລໍ​ຖ້າ​ການ​ຊ່ວຍ​ເຫຼືອ​ຢູ່ສະ​ຖານ​ພະ​ຍາ​ບານ​ຂອງ​ໂຄງ​ການ​ອາ​ຫານ​ໂລກ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 26 ມັງ​ກອນ 2023.

ບັນ​ດາ​ຜູ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສາ​ກົນ ກ່ຽວ​ກັບ ອັ​ຟ​ກາ​ນິ​ສ​ຖານ ທີ່​ຖືກ​ຈັດ​ຂຶ້ນ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປະ​ເທດ ກາ​ຕ້າ ໄດ້​ຕົກ​ລົງ​ກັນ​ເມື່ອ​ວັນ​ອັງ​ຄານ​ວານນີ້ ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ຊອກ​ຫ​າ​ວິ​ທີ​ພົວ​ພັນ​ກັບ​ອຳ​ນາດ​ການ​ປົກ​ຄອງຕາ​ລີ​ບານທີ່​ເຄັ່ງ​ຄັດ​ດ້ານ​ສາ​ສະ​ໜາ​ຂອງ​ປະ​ເທດ​ດັ່ງ​ກ່າວ ໃນ​ບັນ​ຫາ​ຕ່າງໆເຊັ່ນ​ສິດ​ທິ​ມະ​ນຸດ, ການ​ປົກ​ຄອງ, ການ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ ແລະ ຄວາມ​ພະ​ຍາ​ຍາມ​ຕໍ່​ຕ້ານ​ຢາ​ເສບ​ຕິດ.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ແລະ ບັນ​ດາ​ທູດ​ພິ​ເສດ​ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ອັ​ຟ​ກາ​ນິ​ສ​ຖານ​ ຈາກຫຼາຍ​ສິບ​ປະ​ເທດ​ລວມ​ທັງ ສະ​ຫະ​ລັດ, ຈີນ ແລະ ຣັດ​ເຊຍ ພ້ອມ​ກັບບັ​ນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຕ່າງໆ​ທີ່​ໄດ້​ເລີ່ມ​ຂຶ້ນ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ. ກຸ່ມ​ຕາ​ລີ​ບານ​ໄດ້​ວິ​ຈານກອງ​ປະ​ຊຸມ​ດັ່ງ​ກ່າວ​ ທີ່​ບໍ່​ລວມ​ເອົາ​ພວກ​ເຂົາຮ່ວມ​ນຳ.

ໃນ​ການ​ເລີ່ມ​ຕົ້ນ, ທ່ານ ກູ​ເຕ​ເຣ​ສ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມຫຼັງ​ຈາກ​ການ​ປະ​ຊຸມ​ໃນ​ນະ​ຄອນຫຼວງ ໂດ​ຮາ ປະ​ເທດ ກາ​ຕ້າ ວ່າ ​ມັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ “ວິ​ທີ​ການ​ສາ​ກົນ​ທົ່ວ​ໄປ” ແລະ ບໍ່​ໄດ້​ກ່ຽວ​ກັບ​ການ​ຮັບ​ຮູ້​ລັດ​ຖະ​ບານ​ຕາ​ລີ​ບານ.

ການ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ດັ່ງ​ກ່າວ​ໄດ້​ເກີດ​ມາ​ຈາກ​ການ​ແນະ​ນຳ​ຂອງ​ເຈົ້າ​ໜ້າ​ທີ່​ອະວຸ​ໂສ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທ່ານນຶ່ງ​ກ່ອນກອງ​ປະ​ຊຸມ ​ໃນ​ນະ​ຄອນຫຼວງ ໂດ​ຮາ ທີ່​ວ່າ​ ບັນ​ດາ​ຜູ້​ເຂົ້າ​ຮ່ວມ ​ຍັງ​ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ຮັບ​ຮູ້​ລັດ​ຖະ​ບານ​ຜູ້​ຊາຍ​ລ້ວນ​ຂອງ​ຕາ​ລີ​ບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG