ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການສະຫະປະຊາຊາດ ເປັນເຈົ້າພາບຈັດກອງປະຊຸມ ກ່ຽວກັບວິກິດການ ໃນອັຟການິສຖານ


ແຟ້ມຮູບ-ບັນດາແມ່ ແລະລູກນ້ອຍທີ່ຂາດສານອາຫານ ພາກັນລໍຖ້າຮັບການຊ່ວຍເຫຼືອ ຢູ່ທີ່ຄລີນິກຂອງ ໂຄງການອາຫານໂລກ (WFP), ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 26 ມັງກອນ 2023.
ແຟ້ມຮູບ-ບັນດາແມ່ ແລະລູກນ້ອຍທີ່ຂາດສານອາຫານ ພາກັນລໍຖ້າຮັບການຊ່ວຍເຫຼືອ ຢູ່ທີ່ຄລີນິກຂອງ ໂຄງການອາຫານໂລກ (WFP), ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 26 ມັງກອນ 2023.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ເລີ້ມຕົ້ນການສົນທະນາແບບສ່ວນໂຕ ເປັນເວລາສອງມື້ ຢູ່ປະເທດກາຕ້າກັບຄະ ນະທູດຈາກບັນດາປະເທດຕ່າງໆ ໃນວັນຈັນວານນີ້ ກ່ຽວກັບການ​ປະ​ຕິ​ບັດງານ​ແບບ​ຍືນ​ຍົງທາງດ້ານມະນຸດສະທໍາ ຢູ່ໃນປະເທດອັຟການິສຖານ, ໃນຂະນະທີ່ກຸ່ມຕາລິບານຍັງສືບ​ຕໍ່​ຕັ້ງຂໍ້ຈໍາກັດຕ່າງໆຕໍ່ພວກແມ່ຍິງແລະເດັກນ້ອຍຍິງທັງຫຼາຍ.

ອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມແບບ​ປິດ​ລັບຢູ່ທີ່ນະຄອນຫຼວງໂດຮາ ໃນປະເທດກາຕ້າ. ການປະຊຸມດັ່ງກ່າວນີ້ ແມ່ນມີຈຸດມຸ້ງໝາຍເພື່ອ “ໃຫ້​ບັນ​ລຸ​ຈຸດ​ຢືນ​ຮ່ວມ​ກັນ” ກ່ຽວກັບບັນຫາຕ່າງໆເຊັ່ນວ່າ ສິດທິຂອງແມ່ຍິງ ແລະເດັກ ນ້ອຍຍິງຊາວອັຟການິສຖານ, ການປົກຄອງແບບ​ທຸກ​ຝ່າຍ​ມີ​ສ່ວນ​ຮ່ວມ, ການຕໍ່ຕ້ານການກໍ່ການຮ້າຍ ແລະການຄ້າຢາເສບຕິດ, ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ ທ່ານສະເຕຟານ ດູຈາຣິກ (Stephane Dujarric) ໂຄສົກຂອງເລຂາທິການໃຫຍ່.

ທ່ານກ່າວເພີ້ມເຕີມວ່າ “ການປະຊຸມດັ່ງກ່າວ ແມ່ນມີເປົ້າໝາຍເພື່ອບັນລຸຄວາມ ເຂົ້າໃຈຮ່ວມ ລະຫວ່າງປະຊາຄົມນານາຊາດ ກ່ຽວກັບການພົວພັນຮ່ວມມືກັບລັດຖະບານຂອງກຸ່ມຕາລິບານ ໃນບັນຫາຕ່າງໆເຫຼົ່ານີ້.”

ຄະນະທູດຈາກເກືອບ 24 ປະເທດ, ລວມມີສະຫະລັດ, ຈີນ, ຣັດເຊຍ, ຊາອຸດີ ອາຣາເບຍ, ປາກິສຖານ, ອີຣ່ານ, ກາຕ້າແລະອັງກິດ ເຂົ້າຮ່ວມການສົນທະນາ ຫາລືໃນກອງປະຊຸມດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG