ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກິວເຕເຣັສກຳລັງມຸ່ງໜ້າໄປນະຄອນຫຼວງມົສກູ ເພື່ອພົບປະໃນວັນອັງຄານມື້ນີ້ ກັບປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໃນການຟື້ນຟູຄວາມພະຍາຍາມ ເພື່ອໃຫ້ທ່ານປູຕິນຕົກລົງໃນການຢຸດເຊົາຊົ່ວຄາວ ຫຼືຍຸຕິການບຸກໂຈມຕີຢູເຄຣນ ເປັນເວລາ 2 ເດືອນຂອງທ່ານ.
ໂຄສົກຂອງທ່ານກິວເຕເຣັສ ກ່າວວ່າ ຫົວໜ້າອົງການສະຫະປະຊາຊາດຫຼັງຈາກນັ້ນກໍຈະເດີນທາໄປຍັງນະຄອນຫຼວງກິຢິບຂອງຢູເຄຣນໃນວັນພະຫັດ ເພື່ອພົບປະກັບປະທານາທິບໍດີໂວໂລດີເມຍ ເຊເລນສກີ ຍ້ອນທ່ານກິວເຕເຣັສຮູ້ສຶກ ວ່າ ມັນມີ “ໂອກາດອັນໃຫຍ່ຫຼວງ” ສຳລັບສ້າງຄວາມກ້າວໜ້າ.
ໃນລະຫວ່າງການເດີນທາງໄປມົສກູນັ້ນ ໃນມື້ວັນຈັນວານນີ້ ທ່ານກິວເຕເຣັສກໍໄດ້ພົບປະກັບປະທານາທິບໍດີເທີກີ ທ່ານເຣເຊັບ ຕາຍຢິບ ເອີດວານ ຜູ້ຊຶ່ງໄດ້ພະຍາຍາມ ແຕ່ມາຈົນເຖິງເວລານີ້ ຍັງບໍ່ທັນປະສົບຄວາມສຳເທື່ອ ເພື່ອໄກ່ເກ່ຍໃຫ້ຢຸດເຊົາການສູ້ລົບກັນ ລະຫວ່າງສອງປະເທດເພື່ອນບ້ານ ທາງທະເລຂອງເທີກີນັ້ນ.
ທ່ານຟາຮານ ຣັກ (Farhan Haq) ໂຄສົກຂອງທ່ານກິວເຕເຣັສ ກ່າວຕໍ່ພວກນັກຂ່າວວ່າ “ທ່ານສາມາດມອງເຫັນໄດ້ແມ່ນກະທັງຄວາມເຕັມໃຈຂອງພັກຝ່າຍທີ່ຈະພົບປະກັບທ່ານ ເພື່ອຫາລືເລື້ອງຕ່າງໆ ນັ້ນແມ່ນການເລີ້ມຕົ້ນ. ພວກເຮົາຈະໄດ້ເຫັນວ່າ ແມ່ນຫຍັງພວກເຮົາສາມາດເຮັດໄດ້ ພວກເຮົາສາມາດປັບປຸງໄດ້ຫຼືບໍ່ກ່ຽວກັບສະຖານະການດ້ານມະນຸດສະທຳ. ພວກເຮົາສາມາດເຮັດໃຫ້ການສູ້ລົບກັນຍຸຕິລົງໄດ້ ສຳລັບຊ່ວງເວລາໃດນຶ່ງຫຼືບໍ່.”
ທ່ານກິວເຕເຣັສໄດ້ຮຽກຮ້ອງຊ້ຳແລ້ວຊ້ຳອີກ ເພື່ອໃຫ້ມີການຢຸດຍິງທາງດ້ານມະນຸດສະທຳຫຼຼືການຢຸດເຊົາໃນການສູ້ລົບເປັນເວລາສັ້ນໆ ແຕ່ກໍບໍ່ປະສົບກັບຄວາມສຳເລັດ.
ທ່ານຮັກກ່າວວ່າ ທ່ານບໍ່ຢາກ “ໂຄສະນາຫຼາຍເກີນໄປກ່ຽວກັບຄວາມເປັນໄປໄດ້” ທີ່ສິ່ງເຫຼົ່ານີ້ອາດຈະເກີດຂຶ້ນໂດຍມີຄວາມລະມັດລະວັງວ່າ ການທູດບໍ່ແມ່ນຄວາມໄວຫຼືໄມ້ຄ້ອນເທົ້າພິເສດ. ແຕ່ທ່ານເວົ້າວ່າ ທ່ານກິວເຕເຣັສ ແມ່ນເຕັມໃຈທີ່ຈະໃຫ້ມີໂອກາດເພື່ອພະຍາຍາມປັບປຸງສະຖານະການໃຫ້ດີຂຶ້ນ.
ທ່ານຮັກກ່າວວ່າ “ຍ້ອນວ່າໃນທີ່ສຸດ ຖ້າພວກເຮົາຫາກສາມາດດຳເນີນການຕໍ່ໄປໄດ້ ເຖິງແມ່ນໃນວິຖີທາງທີ່ນ້ອຍໆກໍຕາມ ມັນຈະໝາຍເຖິງຈຳນວນອັນໃຫຍ່ຫຼວງສຳລັບສິບພັນ ຫຼືແມ່ນກະທັງຮ້ອຍພັນຄົນ.”
ແຕ່ຮອງຜູ້ຕາງໜ້າຣັດເຊຍປະຈຳອົງການສະຫະປະຊາຊາດກ່າວໃນວັນຈັນວານນີ້ວ່າ ການຢຸດຍິງເພື່ອມະນຸດສະທຳ ແມ່ນບໍ່ມີຄວາມຈຳເປັນ.