ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າໃຫຍ່ ອົງການ ສປຊ ກ່າວວ່າ ກາຊາ ເປັນ 'ປ່າຊ້າສຳລັບພວກເດັກນ້ອຍ' ຊາວປາແລັສໄຕນ໌


ພວກເດັກນ້ອຍຊາວປາແລັສໄຕນ໌ ພາກັນແລ່ນໜີຕາຍ ຂະນະທີ່ພວກເຂົາຫລົບໜີຈາກການຖິ້ມລະເບີດຂອງອິສຣາແອລ ໃນເມືອງຣາຟາ ຢູ່ທາງພາກໃຕ້ຂອງແຫຼມກາຊາ ເມື່ອວັນທີ 6 ພະຈິກ 2023.
ພວກເດັກນ້ອຍຊາວປາແລັສໄຕນ໌ ພາກັນແລ່ນໜີຕາຍ ຂະນະທີ່ພວກເຂົາຫລົບໜີຈາກການຖິ້ມລະເບີດຂອງອິສຣາແອລ ໃນເມືອງຣາຟາ ຢູ່ທາງພາກໃຕ້ຂອງແຫຼມກາຊາ ເມື່ອວັນທີ 6 ພະຈິກ 2023.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໃນວັນຈັນວານນີ້ ໄດ້ຮຽກຮ້ອງໃຫ້ຢຸດຍິງຢ່າງຮີບດ່ວນ ເພື່ອການຊ່ອຍເຫຼືອດ້ານມະນຸດ​ສະທຳໄປໃຫ້ກາຊາ ຊຶ່ງທ່ານໄດ້ກ່າວວ່າ ກຳລັງກາຍເປັນ “ປ່າຊ້າ” ສຳລັບພວກເດັກນ້ອຍຊາວປາແລັສໄຕນ໌ ຫຼາຍຮ້ອຍຄົນໃນແຕ່ລະມື້ ຂະນະທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດຍັງຄົງບໍ່ໄປບໍ່ມາກ່ຽວກັບມາດຕະການໃດໆ.

“ແນວທາງທີ່ກ້າວໄປໜ້າເປັນທີ່ແຈ່ມແຈ້ງ” ທ່ານກູເຕເຣັສ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ອົງການສະຫະປະຊາຊາດ. ທ່ານກ່າວຕໍ່ໄປວ່າ “ການຢຸດຍິງເພື່ອດ້ານມະນຸດສະທຳ. ດຽວນີ້.”

ທ່ານໄດ້ກ່າວອີກວ່າ ໝົດທຸກຝ່າຍຍັງຕ້ອງເຄົາລົບພັນທະຂອງພວກເຂົາເຈົ້າພາຍໃຕ້ກົດໝາຍດ້ານມະນຸດສະທຳສາກົນ ແລະວ່າ ບໍ່ມີຝ່າຍໃດທີ່ຢູ່ໃນການຂັດແຍ້ງດ້ວຍອາວຸດຢູ່ເໜືອກົດໝາຍດັ່ງກ່າວ.

“ອັນນີ້ໝາຍຄວາມວ່າ ປ່ອຍໂຕປະກັນທັງຫຼາຍຢູ່ໃນກາຊາ ຢ່າງບໍ່ມີເງື່ອນໄຂ ດຽວນີ້” ທ່ານກູເຕເຣັສ ໄດ້ກ່າວເຖິງພວກຜູ້ຊາຍ, ແມ່ຍິງ ແລະເດັກນ້ອຍ 240 ຄົນ ທີ່ຖືກຈັບໂຕໄປໂດຍກຸ່ມຮາມາສ ໃນລະຫວ່າງການໂຈມຕີກໍ່ການຮ້າຍ ໃນວັນທີ 7 ຕຸລາ ພາຍໃນອິສຣາແອລ.

ທ່ານເວົ້າຕື່ມວ່າ “ຂ້າພະເຈົ້າບໍ່ເຄີຍລົດລະໃນວຽກງານສຳລັບການປ່ອຍໂຕພວກເຂົາເຈົ້າໃນທັນທີ.”

ທ່ານກູເຕເຣັສ ໄດ້ກ່າວເຖິງການເຄົາລົບນັບຖືຕໍ່ກົດໝາຍດ້ານມະນຸດສະທຳສາກົນ ທີ່ຍັງໝາຍຄວ່າ ການປົກປ້ອງພົນລະເຮືອນທັງຫຼາຍ-ລວມທັງບໍ່ໃຫ້ໃຊ້ພົນລະເຮືອນເປັນເຄື່ອງກຳບັງ--ຫຼືໂຮງໝໍຕ່າງໆ, ສະຖານທີ່ຕ່າງໆຂອງອົງການສະຫະປະຊາຊາດ, ທີ່ພັກພິງຊົ່ວຄາວ ແລະໂຮງຮຽນທັງຫຼາຍຢູ່ໃນກາຊາ ແລະ ການຂະຫຍາຍຄວາມຊ່ວຍເຫຼືອ ແລະນ້ຳມັນເຊື້ອໄຟ ໄປຍັງດິນແດນທີ່ຖືກປິດລ້ອມນຳດ້ວຍ.

“ການຮຽກຮ້ອງທັງຫຼາຍເຫຼົ່ານີ້ ບໍ່ຄວນມີເງື່ອນໄຂກັບສິ່ງອື່ນໆໃດເລີຍ” ທ່ານກູເຕເຣັສກ່າວ.

ນາຍົກລັດຖະມົນຕີອິສຣາແອລ ເບນຈາມິນ ເນທັນຢາຮູ ໄດ້ມີທ່າທີ່ໜັກແໜ້ນທີ່ວ່າ ຈະບໍ່ມີການໂຈະດ້ານມະນຸດສະທຳໃດ ຈົນກວ່າພວກໂຕປະກັນທັງໝົດໄດ້ຖືກປ່ອຍໂຕເສຍກ່ອນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG