ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ເປັນຫ່ວງວ່າ ຈະມີ "ໄພຫາຍະນະ ດ້ານ ມະນຸດສະທໍາ" ຢູ່ແຂວງ ອິດລິບ ໃນ ຊີເຣຍ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີ ກູແຕເຣສ ກ່າວຄໍາປາໄສ ຢູ່ໃນກອງປະຊຸມ ຂອງ ສະພາຄວາມໝັ້ນ ສະຫະປະຊາຊາດ ໃນວັນທີ 29 ສິງຫາ 2018 ທີ່ນະຄອນນິວຢອກ
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີ ກູແຕເຣສ ກ່າວຄໍາປາໄສ ຢູ່ໃນກອງປະຊຸມ ຂອງ ສະພາຄວາມໝັ້ນ ສະຫະປະຊາຊາດ ໃນວັນທີ 29 ສິງຫາ 2018 ທີ່ນະຄອນນິວຢອກ

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີ ກູແຕເຣສ ໃນວັນພຸດ
ວານນີ້ໄດ້ສະແດງຄວາມເປັນຫ່ວງວ່າ ຈະມີ "ໄພຫາຍະນະທາງດ້ານມະນຸດສະທໍາ"
ຢູ່ໃນແຂວງອິດລິບ (Idlib) ຂອງຊີເຣຍ ຖ້າຫາກວ່າ ມີການປະຕິບັດການທາງທະ
ຫານຢ່າງເຕັມອັດຕາ ຢູ່ໃນທີ່ນັ້ນ.

ລັດຖະບານຂອງປະທານາທິບໍດີ ບາຊາ ອາລ-ອາຊາດ (Bashar al-Assad) ໂດຍ
ໄດ້ຮັບການສະໜັບສະໜຸນຈາກຣັດເຊຍ ເວົ້າວ່າຕົນມີແຜນທີ່ຈະກວດລ້າງພວກຫົວ
ຮຸນແຮງນຸສຣາ (Nusrah Front) ອອກໄປຈາກແຂວງດັ່ງກ່າວ. ໄດ້ມີການໂຈມຕີທາງ
ອາກາດເພີ້ມຂຶ້ນ ແລະໄດ້ຍິງຖະຫລົ່ມ ໃນເດືອນນີ້ ຊຶ່ງໄດ້ເຮັດໃຫ້ມີການຢ້ານກົວວ່າ
ຈະມີການໂຈມຕີຢ່າງເຕັມອັດຕາ ຄ້າຍຄືກັນກັບສິ່ງທີ່ເກີດຂຶ້ນໃນເມື່ອກ່ອນ ຢູ່ເມືອງ
ອາເລັບໂປ (Aleppo) ແລະຢູ່ເຂດກູຕາ ຕາເວັນອອກ (Eastern Ghouta).

"ອິດລິບ (Idlib) ແມ່ນເປັນທີ່ໝັ້ນອັນສຸດທ້າຍ ຂອງພວກກໍ່ການຮ້າຍ ທີ່ພະຍາຍາມຈະ
ທໍາການພະນັນຕໍ່ສະພາບການໃນເຂດທີ່ຫລຸດຜ່ອນການສູ້ລົບແລະເອົາພວກພົນລະ
ເຮືອນ ມາເປັນເຄື່ອງກໍາບັງ ແລະເອົາອົງການຈັດຕັ້ງທາງທະຫານ ມາກຽມພ້ອມເພື່ອ
ທໍາການເຈລະຈາກັບລັດຖະບານຊີເຣຍ ໃຫ້ຍອມຕໍ່ພວກເຂົາ," ນັນຄືຄໍາເວົ້າຂອງທ່ານ
ເຊີເກ ລາວຣອບວ໌ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ
ທີ່ກ່າວຕໍ່ອົງການຂ່າວອີຕາ ທາສ (Itar Tass) ຂອງລັດຖະບານຣັດເຊຍໃນວັນພຸດ
ວານນີ້. ທ່ານກ່າວອີກວ່າ "ສະນັ້ນ, ເມື່ອເບິ່ງຈາກທຸກມຸມແລ້ວ ສິ່ງທີ່ເປັນບັນຫາດັ່ງກ່າວ
ນີ້ຕ້ອງຖືກກໍາຈັດໃຫ້ໝົດໄປ.”

ມີປະຊາຊົນປະມານ 3 ລ້ານຄົນ ທີ່ອາໄສຢູ່ໃນແຂວງອິດລິບ ທີ່ຢູ່ທາງພາກຕາເວັນຕົກ
ສຽງເໜືອຂອງປະເທດນັ້ນ, ລວມທັງພວກອົບພະຍົບຈາກບ່ອນອື່ນ ໃນຊີເຣຍມາຫລາຍ
ກວ່າ 1 ລ້ານຄົນ. ອົງການສະຫະປະຊາຊາດເວົ້າວ່າ ປະຊາຊົນຫລາຍກວ່າ 2 ລ້ານຄົນ
ຢູ່ໃນແຂວງອິດລິບ ຕ້ອງການການຊ່ວຍເຫລືອດ້ານມະນຸດສະທໍາ ແລະວ່າ ອົງການຊ່ວຍ
ເຫລືອຕ່າງໆກໍາລັງກະກຽມເອົາສະບຽງຕ່າງໆ ເພື່ອກຽມໄວ້ສໍາລັບສະພາບການ ທີ່ເຊື່ອມ
ໂຊມລົງໄປກວ່ານີ້.

ພວກທະຫານຂອງຣັດເຊຍ ແລະຊີເຣຍຢືນຍາມຢູ່ດ່ານເຂົ້າ-ອອກເມືອງອາບູດາຮູ ທາງຕາເວັນອອກຂອງແຂວງອິດລິບ ໃນທີ 20 ສິງຫາ, 2018
ພວກທະຫານຂອງຣັດເຊຍ ແລະຊີເຣຍຢືນຍາມຢູ່ດ່ານເຂົ້າ-ອອກເມືອງອາບູດາຮູ ທາງຕາເວັນອອກຂອງແຂວງອິດລິບ ໃນທີ 20 ສິງຫາ, 2018

ໂຄສົກປະຈໍາອົງການສະຫະປະຊາຊາດ ທ່ານ ສະເຕັບເຟນ ດູຈາຣິກ (Stephane
Dujarric) ເວົ້າວ່າ "ທ່ານເລຂາທິການໃຫຍ່ ໄດ້ຮ້ອງຂໍຢ່າງຮີບດ່ວນ ໃຫ້ລັດຖະບານ
ຊີເຣຍ ແລະທຸກຝ່າຍພາກັນຢັບຢັ້ງຊັ່ງໃຈ ແລະ ໃຫ້ເອົາການປົກປ້ອງ ແກ່ພົນລະເຮືອນ
ເປັນບູລິມະສິດ. ທ່ານໄດ້ຮ້ອງຂໍໃຫ້ພວກປະເທດ ທີ່ໃຫ້ການຄ້ຳປະກັນຄວາມປອດໄພ
ແອສຕານາ (Astana) ເພີ້ມຄວາມພະຍາຍາມ ໃນການຊອກຫາການແກ້ໄຂສະພາບ ການໃນແຂວງອິດລິບຊຶ່ງເປັນເຂດທີ່ມີການຫລຸດຜ່ອນການສູ້ລົບ ເຂດສຸດທ້າຍທີ່ຍັງ
ເຫລືອຢູ່ນັ້ນ ຢ່າງສັນຕິວິທີ."

ຣັດເຊຍ, ອີຣ່ານ ແລະ ເທີກີ ເປັນປະເທດໃຫ້ການຄ້ຳປະກັນດ້ານຄວາມປອດໄພ ໃນ
ເຂດຫລຸດຜ່ອນການສູ້ລົບກັນ. ລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ ແລະ
ເທີກີ ໄດ້ພົບປະກັນໃນວັນທີ 24 ສິງຫາຜ່ານມາ ເພື່ອຫາລືກັນກ່ຽວກັບບັນຫາດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG