ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າໃຫຍ່ ສປຊ ຕຳນິຕິຕຽນ ການຍຶດຄອງ ເຂດ West Bank ຂອງອິສຣາແອລ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu (ກາງ) ກ່າວຖະແຫລງຢູ່ ໃນກອງ
ປະຊຸມຄະນະລັດຖະບານ ປະຈຳສັບປະດາ ຢູ່ທີ່
ນະຄອນຫຼວງເຈຣູຊາແລັມ, ວັນທີ 31 ມັງກອນ 2016.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu (ກາງ) ກ່າວຖະແຫລງຢູ່ ໃນກອງ ປະຊຸມຄະນະລັດຖະບານ ປະຈຳສັບປະດາ ຢູ່ທີ່ ນະຄອນຫຼວງເຈຣູຊາແລັມ, ວັນທີ 31 ມັງກອນ 2016.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon
ໄດ້ຮຽກຮ້ອງຢ່າງໜັກແໜ້ນ ເພື່ອໃຫ້ປ່ຽນແປງສະຖານະພາບ
ໃນປະຈຸບັນ ລະຫວ່າງປະຊາຊົນ ອິສຣາແອລ ກັບປາເລສໄຕນ໌
ໂດຍກ່າວວ່າ ທ່ານເປັນຫ່ວງວ່າ ພວກເຂົາເຈົ້າຈະກ້າວໄປເຖິງ
ຈຸດທີ່ບໍ່ສາມາດຫວນກັບຄືນມາໄດ້ ເພື່ອຫາທາງແກ້ໄຂບັນຫາ
ຂອງທັງສອງຝ່າຍ.

ໃນບົດຄວາມຄິດເຫັນ ທີ່ໄດ້ຖືກເຜີຍແຜ່ໃນເວັບໄຊທ໌ ຂອງໜັງ
ສືພິມ The New York Times ວັນອາທິດວານນີ້ກ່າວວ່າ ທ່ານ
Ban ໄດ້ກ່າວວິພາກວິຈານ ການເຂົ້າຮາວີລົບກວນເຂດ West
Bank ໂດຍ ອິສຣາແອລ ແລະ ສິ່ງທີ່ທ່ານໄດ້ເອີ້ນວ່າ ນະໂຍບາຍ ການຈຳແນກທີ່ນຳໄປສູ່ການທຳລາຍບ້ານເຮືອນຂອງປະຊາຊົນ ປາເລສໄຕນ໌.

ໃນພາບຖ່າຍເມື່ອ ວັນທີ 25 ກໍລະກົດ 2014, ທະຫານກອງທັບບົກ ອິສຣາແອລ ຄົນນຶ່ງ ນຳພາບັນດານັກຂ່າວ ຊົມອຸມໂມງ ທີ່ປາກົດວ່າ ຖືກນຳໃຊ້ໂດຍ ພວກຫົວຮຸນແຮງ ປາແລັສໄຕນ໌ ເພື່ອຂ້າມຊາຍແດນເຂົ້າໄປທຳການໂຈມຕີ, ຢູ່ເຂດຊາຍແດນລະຫວ່າງ ອິສຣາແອລ-ກາຊ້າ.
ໃນພາບຖ່າຍເມື່ອ ວັນທີ 25 ກໍລະກົດ 2014, ທະຫານກອງທັບບົກ ອິສຣາແອລ ຄົນນຶ່ງ ນຳພາບັນດານັກຂ່າວ ຊົມອຸມໂມງ ທີ່ປາກົດວ່າ ຖືກນຳໃຊ້ໂດຍ ພວກຫົວຮຸນແຮງ ປາແລັສໄຕນ໌ ເພື່ອຂ້າມຊາຍແດນເຂົ້າໄປທຳການໂຈມຕີ, ຢູ່ເຂດຊາຍແດນລະຫວ່າງ ອິສຣາແອລ-ກາຊ້າ.

ທ່ານ Ban ໄດ້ຂຽນວ່າ “ການເຮັດໃຫ້ຄົນອື່ນຢູ່ພາຍໃຕ້ການຍຶດຄອງຢ່າງບໍ່ມີກຳນົດ
ແມ່ນການທຳລາຍຄວາມໝັ້ນຄົງ ແລະ ອະນາຄົດຂອງປະຊາຊົນທັງສອງຝ່າຍ
ອິສຣາແອລ ແລະ ປາເລສໄຕນ໌.”

ທ່ານກ່າວວ່າ ປະຊາຊົນ “ຈະຕໍ່ຕ້ານການຍຶດຄອງຕະຫຼອດໄປ,” ແລະ ວ່າ ການບໍ່ຫົວ
ຊາ ຕໍ່ຄວາມສູນເສຍ ຂອງປະຊາຊົນ ປາເລສໄຕນ໌ ຈະບໍ່ເຮັດໃຫ້ພວກເຂົາເຈົ້າ ຫາຍສາບ
ສູນໄປໄດ້. ນອກນັ້ນຫົວໜ້າອົງການ ສະຫະປະຊາຊາດ ຍັງກ່າວປະນາມທຸກໆ ລັດທິກໍ່
ການຮ້າຍ ແລະ ການຍຸແຍ່ໃຊ້ຄວາມຮຸນແຮງຕໍ່ພົນລະເຮືອນ ອິສຣາແອລ, ແຕ່ໄດ້ກ່າວວ່າ
ການຈັດມາດຕະການ ຮັກສາຄວາມປອດໄພ ໂດຍພວກເຂົາເຈົ້າເອງ ຈະບໍ່ເຮັດໃຫ້ການ
ໂຈມຕີ ໃນອະນາຄົດ ຍຸຕິລົງໄດ້.

XS
SM
MD
LG