ເລຂາທະການໃຫຍ່ສະຫະປະຊາຊາດ ໄດ້ເຕືອນໃນວັນອັງຄານມື້ນີ້ ວ່າ ການລະບາດລະດັບໂລກຂອງໄວຣັສໂຄໂຣນາ ເປັນສາເຫດສົ່ງຜົນໃຫ້ເກີດການລົບກວນຕໍ່ການສຶກສາຢ່າງໃຫຍ່ທີ່ສຸດໃນປະຫວັດສາດ ແລະມີຄວາມສ່ຽງທີ່ຈະກໍ່ໃຫ້ເກີດ “ໄພຫາຍະນະຂອງຍຸກຄົນລຸ້ນໃໝ່” ຖ້າຫາກລັດຖະບານທັງຫຼາຍ ບໍ່ເອົາການສຶກສາເປັນບູລິມະສິດ.
ທ່ານແອນໂຕນີໂອ ກູເຕຣເຣັສ ໄດ້ກ່າວໃຫ້ຂໍ້ຄິດຜ່ານທາງວີດີໂອວ່າ “ດຽວນີ້ ພວກເຮົາປະເຊີນກັບໄພຫາຍະນະທາງຍຸກຄົນລຸ້ນໃໝ່ທີ່ອາດເປັນການສູນເສຍສັດທະຍາພາບຂອງມະນຸດນັບບໍ່ຖ້ວນ” ໂດຍເປັນບ່ອນທຳລາຍຫຼາຍທົດສະຫວັດຂອງຄວາມກ້າວໜ້າ ແລະທະວີຄວາມບໍ່ເທົ່າທຽບກັນຫຼາຍຂຶ້ນ.”
ກ່ອນທີ່ໄວຣັສດັ່ງກ່າວເລີ້ມລະບາດທະວີຄູນໄປໃນທົ່ວໂລກ ພວກນັກຮຽນອາຍຸນ້ອຍ ຫຼາຍກວ່າ 250 ລ້ານຄົນ ໄດ້ອອກຈາກໂຮກຮຽນ. ອັນນັ້ນເປັນຕົວເລກທີ່ພຸ່ງສູງຂຶ້ນກາຍພັນລ້ານພາຍໃນກາງເດືອນກໍລະກົດ ໃນຂະນະທີ່ 160 ປະເທດໄດ້ປິດໂຮງຮຽນໄວ້ ໃນການທີ່ຈະເຮັດໃຫ້ການແຜ່ລະບາດຂອງໄວຣັສນັ້ນຊ້າລົງ.
ພວກເດັກນ້ອຍແລະທາລົກທັງຫຼາຍ ຈະມີເຊື້ອໄວຣັສ ໂຄວິດ-19 ຊຶ່ງເປັນພະຍາດມາຈາກໄວຣັສໂຄໂຣນາ ແຕ່ພວກເຂົາເຈົ້າບໍ່ມີອາການໃດໆເລີຍ. ພວກເຂົາເຫຼົ່ານນີ້ ກໍມີແນວໂນ້ມທີ່ຈະປ່ວຍໂດຍມີອາການທີ່ບໍ່ເບົາ ແລະບໍ່ຕ້ອງໄດ້ເຂົ້າຮັກສາໃນໂຮງໝໍ. ເຖິງຢ່າງໃດກໍຕາມ ກໍມີຫຼາຍຄົນເສຍຊີວິດໄປແລ້ວ. ບັນດານັກວິທະຍາສາດ ຍັງໄດ້ເຕືອນວ່າ ພວກເດັກນ້ອຍ ສາມາດແຜ່ຜາຍເຊື້ອໄວຣັສໃຫ້ແກ່ພວກຜູ້ໃຫຍ່ໄດ້.
ແຕ່ໃນຂະນະທີ່ພວກເດັກນ້ອຍຢູ່ບ້ານ ບໍ່ໄປໂຮງຮຽນໃນຈຳນວນມະຫາສານ ອົງການສະຫະປະຊາຊາດເຕືອນວ່າ ຜົນກະທົບທາງດ້ານເສດຖະກິດ ຂອງໂຣກລະບາດລະດັບໂລກນີ້ ອາດໝາຍຄວາມວ່າ ພວກຄົນໜຸ່ມນ້ອຍ ເກືອບ 24 ລ້ານຄົນ ອາດປະລະການຮ່ຳຮຽນ ຫຼື ບໍ່ມີຄວາມສາມາດເຂົ້າເຖິງໂຮງຮຽນໄດ້ໃນປີໜ້າ.
“ພວກເຮົາແມ່ນຢູ່ໃນຊ່ວງເວລາທີ່ຈະກໍານົດຕໍ່ເຫດການສໍາລັບພວກເດັກນ້ອຍແລະຊາວໜຸ່ມຂອງໂລກ” ທ່ານກູເຕຣເຣັສ ໄດ້ກ່າວໄປແລະວ່າ “ການຕັດສິນຂອງບັນດາລັດຖະບານແລະຄູ່ພາຄີທັງຫຼາຍ ໃນເວລານີ້ ຈະມີຜົນທີ່ຍືນຍາວຕໍ່ພວກຊາວໜຸ່ມຫຼາຍຮ້ອຍລ້ານຄົນ ແລະຕໍ່ຄວາມຄາດໝາຍຕ່າງໆຂອງບັນດາປະເທດທີ່ກຳລັງພັດທະນາທັງຫຼາຍ ເປັນເວລາຫຼາຍທົດສະຫວັດຂ້າງໜ້າ.”