ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າອົງການສະຫະປະຊາຊາດ ກຳ​ລັງ​ພິ​ຈາ​ລະ​ນາ ສ້າງ​ຕັ້ງ​ອົງ​ການ​ສິ້ງ​ຊອມ ​ດ້ານປັນ​ຍາ​ປະ​ດິດ ຂຶ້ນ​ມາ   

(​ແຟມ) ການ​ສະ​ແດງ​ຄວາມ​ເວົ້າ​ຂອງ​ປັນ​ຍາ​ປະ​ດິດ ChatGPT ຢູ່​ໜ້າ​ຈໍ​ໂທ​ລະ​ສັບ​ອັນ​ນຶ່ງ​ໃນ​ເຂດ Brooklyn ຢູ່ນະ​ຄອນ ນິວຢອກ, ວັນ​ທີ 5 ມັງ​ກອນ, 2023. ໜ້າ​ເວັບ​ໄຊ​ສົນ​ທະ​ນາ​ກັນ chatbot ທີ່​ບັນ​ຊາ​ໂດຍປັນ​ຍາ​ປະ​ດິດຍັງ​ສາ​ມາດ​ສ້າງແລະ​ບິດ​ເບືອນ​ຂໍ້​ມູນເພື່ອ​ໂຄ​ສະ​ນາ​ຊວນ​ເຊື່ອ​ໄດ້​ອີກ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ, ທ່ານແອນ​ໂຕ​ນີ ກູ​ແຕ​ເຣ​ສ ກ່າວໃນວັນຈັນ ວານນີ້ວ່າ ທ່ານຈະແຕ່ງຕັ້ງຄະນະທີ່ປຶກສາດ້ານວິທະຍາສາດໃນສອງສາມມື້ຂ້າງໜ້ານີ້ ເຊິ່ງຈະ ປະກອບມີຜູ້ຊ່ຽວຊານມາ​ຈາກພາຍນອກກ່ຽວກັບປັນຍາປະດິດ ຫລື AI ແລະກ່າວວ່າທ່ານເປີດໃຫ້ຄົນ​ສະ​ເໜີຄວາມຄິດເຫັນ​ໃນ​ການສ້າງຕັ້ງອົງການສະຫະປະຊາຊາດໃຫມ່ຂຶ້ນ ມາທີ່ຈະສຸມໃສ່ເລື້ອງ AI.

"ຂ້າພະເຈົ້າຢາກເວົ້າວ່າ ຂ້າພະເຈົ້າເຫັນ​ດີຕໍ່ຄວາມຄິດທີ່ວ່າພວກເຮົາສາມາດມີ ອົງການປັນຍາປະດິດ ໂດຍໄດ້ຮັບແຮງບັນດານໃຈຈາກສິ່ງ ທີ່ອົງການພະລັງ ງານປະລະມານູສາກົນ ຫລື IAEA ທີ່​ມີ​ຢູ່ໃນ ປັດຈຸບັນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານກູ​ແຕ​ເຣ​ສ ທີ່ກ່າວຕໍ່ອົງການສິ້ງ​ຊອມດ້ານນິວເຄລຍ ຂອງສະຫະປະຊາຊາດ.

(ພາບ​ໃນ​ແຟມ) ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ, ທ່ານແອນໂຕນີ ກູແຕເຣສກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ຂະ​ນະ​ທີ່​ຢ້ຽມ​ຢາມຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ​ຫລວງ Nairobi ຂອງ​ເຄັນ​ຢາ, ວັນ​ທີ 3 ພຶດ​ສະ​ພາ, 2023.
(ພາບ​ໃນ​ແຟມ) ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ, ທ່ານແອນໂຕນີ ກູແຕເຣສກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ຂະ​ນະ​ທີ່​ຢ້ຽມ​ຢາມຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ​ຫລວງ Nairobi ຂອງ​ເຄັນ​ຢາ, ວັນ​ທີ 3 ພຶດ​ສະ​ພາ, 2023.

ທ່ານ​ກ່າວ​ວ່າ ທ່ານ​ບໍ່​ມີ​ອຳ​ນາດ​ໃນ​ການ​ສ້າງ​ອົງ​ການ​ທີ່​ຄ້າຍ​ຄື IAEA - ນັ້ນ​ມັນ​ຂຶ້ນ​ກັບ 193 ປະ​ເທດ​ທີ່ເປັນ​ມີ​ສະ​ມາ​ຊິກ​ຂອງ​ອົງ​ການ​ດັ່ງ​ກ່າວ. ​ແຕ່​ທ່ານ​ກ່າວ​ວ່າ ໄດ້​ມີ​ການ​ສົນທະນາ​ຫາ​ລືກັນ ​ແລະ​ທ່ານເຫັນ​ວ່າ​ມັນ​ເປັນ​ການ​ພັດທະນາໄປ​ໃນ​ທາງ​ບວກ.

ທ່ານກູ​ແຕ​ເຣ​ສກ່າວຕໍ່ພວກນັກຂ່າວວ່າ "ຂໍ້ໄດ້ປຽບຂອງ IAEA ແມ່ນຫຍັງ - ມັນເປັນສະຖາບັນທີ່ແຂງແກ່ນ, ອີງໃສ່ຄວາມຮູ້". “​ແລະ​ໃນ​ຂະນະ​ດຽວ​ກັນ ​ເຖິງ​ແມ່ນວ່າຈະມີ​ຂໍ້​ຈຳກັດຢູ່​ກໍ່ຕາມ ​ແຕ່​ມັນ​ກໍ​ທຳ​ໜ້າ​ທີ່ທາງ​ດ້ານ​ລະບຽບ​ການຢູ່ໃນ​ລະ​ດັບ​ໃດນຶ່ງ. ສະນັ້ນ, ຂ້າພະເຈົ້າເຊື່ອວ່າ ນີ້ແມ່ນຮູບແບບທີ່ໜ້າສົນໃຈຫຼາຍ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG