ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban
Ki-moon ໄດ້ປະນາມ ການສັງຫານ ທະຫານຮັກສາຄວາມ
ສະຫງົບຊາວປາກີສຖານຄົນນຶ່ງ ທີ່ທໍາງານໃນກອງກໍາລັງຮັກສາ
ສັນຕິພາບຂອງອົງການສະຫະປະຊາຊາດ ຢູ່ໃນສາທາລະນະລັດ
ປະຊາທິປະໄຕຄອງໂກ ຫລື DRC.
ໃນຄໍາຖະແຫລງສະບັບນຶ່ງທີ່ນໍາອອກເປີດເຜີຍໃນແລງວັນອັງ
ຄານວານນີ້ ໂຄສົກຂອງທ່ານ Ban ເວົ້າວ່າ ພະນັກງານດັ່ງກ່າວ
ນັ້ນ ໄດ້ຖືກສັງຫານໃນລະຫວ່າງຂອງການໂຈມຕີ ໂດຍພວກກຸ່ມ
ທີ່ບໍ່ຮູ້ວ່າແມ່ນຝ່າຍໃດ ຕໍ່ຂະບວນລົດທະຫານຂອງອົງການສະຫະ
ປະຊາຊາດໃນແຂວງ Kivu ໃຕ້ ທາງພາກຕາເວັນອອກຂອງ
ຄອງໂກ ທີ່ມີຊາຍແດນຕິດກັບ ປະເທດRwanda ແລະ Burundi.
ຍັງບໍ່ມີລາຍລະອຽດ ກ່ຽວກັບເຂດທີ່ຖືກໂຈມຕີ ຫລືວ່າລັກສະນະຂອງການໂຈມຕີ.
ໜ່ວຍຮັກສາສັນຕິພາບຂອງສະຫະປະຊາຊາດ ທີ່ປະຕິບັດການຢູ່ໃນຂົງເຂດນັ້ນ
ເອີ້ນຫຍໍ້ວ່າ MONUSCO ກໍາລັງທໍາການສືບສວນສອບສວນຢູ່.
ປາກິສຖານມີທະຫານຮັກສາສັນຕິພາບ ຫຼາຍກ່ວາ 3,000 ຄົນໃນສາທາລະນະລັດ
ປະຊາທິປະໄຕຄອງໂກ ຊຶ່ງເຮັດປາກິສຖານໃຫ້ເປັນປະເທດທີ່ມີທະຫານປະກອບສ່ວນ
ຫລາຍທີ່ສຸດໃນກອງກໍາລັງ MONUSCO ທີ່ມີພະນັກງານໃນເຄື່ອງແບບ ປະມານ
19,000 ຄົນ.