ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ປະນາມ ການໂຈມຕີ ກຳລັງຮັກສາ ສັນຕິພາບ ສປຊ ທີ່ຄອງໂກ


ໜ່ວຍຮັກສາສັນຕິພາບ ທີ່ຮັບໃຊ້ຢູ່ກຳລັງສ້າງຄວາມທຸ່ນທ່ຽງ ອົງການສະຫະປະຊາຊາດ ໃນສາທາລະສະລັດ ປະຊາທິປະໄຕ ຄອງໂກ ຫລື MONUSCO.
ໜ່ວຍຮັກສາສັນຕິພາບ ທີ່ຮັບໃຊ້ຢູ່ກຳລັງສ້າງຄວາມທຸ່ນທ່ຽງ ອົງການສະຫະປະຊາຊາດ ໃນສາທາລະສະລັດ ປະຊາທິປະໄຕ ຄອງໂກ ຫລື MONUSCO.

ສະພາ​ຄວາ​ມໝັ້ນຄົງ​ສະຫະປະຊາ​ຊາດ ​ໄດ້​ປະນາມ “ດ້ວຍຄວາມ​ເວົ້າ​ແຮງ​ທີ່​ສຸດ” ໃນ​
ການ​ໂຈມ​ຕີ ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ຕໍ່ການ​ປະຕິ​ບັດ​ງານ​ສະຫະ​ປະຊາ​ຊາດ ​ຢູ່​ໃນສາ
ທາລະນະ​ລັດປະຊາທິປະໄຕ​ຄອງ​ໂກ ຫລືດີ​ອາຣຊີ ທີ່​ເຮັດ​ໃຫ້ ກຳລັງ​ຮັກສາ​ສັນຕິພາບ
ແທນ​ຊາ​ເນຍ 15 ຄົນແລະ​ທະຫານ​ຄອງ​ໂກ​ອີກ​ຫ້າ​ຄົນ​ເສ​ຍຊີວິດ.

ບັນດາ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ ​ໄດ້​ພົບ​ປະກັນ​ຢ່າງ​ປິດ​ລັບ ​ໃນຕອນ​ບ່າຍ​ວັນ​ສຸກ
​ວານ​ນີ້ ​ເພື່ອ​ຫາລືກ່ຽວກັບ​ການ​ໂຈມ​ຕີ ຫລັງ​ຈາກ​ໄດ້​ມີ​ການຢືນໄວ້ອາ​ໄລ​ຊົ່ວຂະນະນຶ່ງ
ໃຫ້ແກ່​ບັນດາ​ຜູ້​ເຄາະ​ຮ້າຍ.

​ນອກຈາກ​ການ​ເສຍ​ຊີວິດແລ້ວ ຍັງມີ 50 ກວ່າຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ ຢູ່​
ແຂວງ​ກີ​ວູເໜືອຂອງຄອງໂກ ບ່ອນ​ທີ່ກຸ່ມ​ກະບົດອູການ​ດາ ທີ່​ຮູ້​ກັນ​ໃນນາມ​ກຳລັງພັນ
ທະ​ມິດປະຊາທິປະ​ໄຕ ຫລືເອດີ​ແອ​ຟ ມີການເຄື່ອນ​ໄຫວຢູ່ນັ້ນ.

​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ຄົນ​ນຶ່ງ ກ່າວ​ຕໍ່​ວີ​ໂອ​ເອວ່າ ກຸຸ່ມດັ່ງກ່າວ​ສົງ​ໄສ​ວ່າເປັນຜູ້​ຢູ່​
ເບື້ອງ​ຫລັງ ​ການ​ໂຈມ​ຕີ​ໃນ​ວັນ​ພະຫັດ​ທີ່​ຜ່າ​ນມາ.

ຢູ່​ໃນ​ຖະ​ແຫຼ​ງການໃນ​ວັນ​ສຸກ​ວານ​ນີ້ ສະພາ​ຄວາມ​ໝັ້ນຄົງ​ກ່າວ​ວ່າ ຕົນ​ຂໍ​ສ​ະ​ແດງ​ຄວາມ
​ເສົ້າ​ສະຫລົດ​ໃຈເປັນ​ທີ່​ສຸດ ​ແລະ​ເຫັນ​ໃຈ​ບັນດາ​ຄອບຄົວ​ຂອງ​ຜູ້ເຄາະ​ຮ້າຍ ລັດຖະບານ
​ແທນ​ຊາ​ເນຍ ​ແລະ​ສາທາລະນະ​ລັດປະຊາທິປະໄຕ​ຄອງ​ໂກ ​ແລະ​ການ​ປະຕິບັດ​ງານ​ສະ
ຫະ​ປະຊາ​ຊາດ​ຢູ່່ໃນ​ດີ​ອາຣຊີ ທີ່​ຮູ້​ກັນ​ໃນຊື່ ​MONUSCO.

​ຖະ​ແຫລ​ງການ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ນີ້​ ເປັນການໂຈມຕີ ​ທີ່​ຮ້າຍ​ແຮງ​ທີ່​
ສຸດ​ຕໍ່​ກຳລັງຮັກ​ສາ​ສັນ​ຕິ​ພາບສະຫະປະຊາຊາດ​ໃນ​ໄລຍະບໍ່ເທົ່າໃດປີຜ່ານ ມາ​ນີ້ ແລະ
ກ່າວວ່າ ເຫດການດັ່ງກ່າວແມ່ນ “​ເຕືອນໃຫ້​ຮູ້​ເຖິງ​ການ​ເສຍສະຫຼະພິເສດ ​ໂດຍ​ບັນດາ​
ແມ່ຍິງ ແລະ​ຜູ້​ຊາຍທີ່ກ້າຫານ ​ໃນ​ແຕ່​ລະ​ວັນ.”

ຄາດວ່າ ຈະມີການຊັກທຸງ​ສະຫະ​ປະຊາ​ຊາດ​ ຂຶ້ນ​ເຄິ່ງ​ເສົາ​ໃນ​ວັນ​ຈັນ​ຈະ​ມາ​ເຖິງ​ນີ້ເພື່ອ
ໄວ້ອາ​ໄລ​ແກ່​ບັນດາ​ຜູ້​ເຄາະ​ຮ້າຍ.

ຄະນະ​ປະຕິບັດ​ງານ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີທະຫານ​ຄອງ​ໂກຢ່າງໜ້ອຍຫ້າ​ຄົນ
ໄດ້​ເສຍ​ຊີ​ວິດຢູ່ ​ຢູ່ໃນ​ການ​ສູ້​ລົບທີ່ແກ່ຍາວມມາ ລະຫວ່າງ​ກຳລັງທີ່ສົງໄສວ່າ ເປັນພາກ​ສ່ວນນຶ່ງຂອງ​ເອດີ​ແອັຟ ​ແລະ​ ​MONUSCO ​ແລະ​ກຳລັງ​ຄອງ​ໂກ.

ປະທານາທິບໍດີ​ແທນ​ຊາ​ເນຍ ທ່ານ​ຈອນ ມາ​ກູ​ຟູ​ລີ ​ໄດ້​ສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ​ກ່ຽວກັບ
​ການ​ໂຈມ​ຕີດັ່ງກ່າວ. ທ່ານ​ໄດ້ຖະ​ແຫລ​ງຕໍ່​ປະຊາຊົນໃນ​ວັນ​ສຸກ​ວານ​ນີ້ຫຼັງຈາກສະຫະປະ
ຊາຊາດໄດ້​ລາຍ​ງານ​ກ່ຽວກັບການໂຈມຕີ ​ແລະ​ນຶ່ງມື້​ກ່ອນທີ່ແທນ​ຊາເນຍ ຈະສະຫລອງ​
ວັນ​ເອກ​ກະລາດ​ຂອງ​ຕົນ.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນິໂອ ກິວເຕເຣສ ກ່າວຢູ່ກອງປະຊຸມນັກຂ່າວ ທີ ໄນໂຣບີ.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນິໂອ ກິວເຕເຣສ ກ່າວຢູ່ກອງປະຊຸມນັກຂ່າວ ທີ ໄນໂຣບີ.

ແລະ​ກະຊວງ​ຕ່າງປະ​ເທດ​ສະຫະລັດໄດ້​ກ່າວ​ວ່າ​ ເປັນ​ເລື້ອງທີ່ “ຢ້ານ​ກົວ​” ​ໃນການ​ໂຈມ​
ຕີນີ້ ຢູ່​ໃນ​ຖະ​ແຫລ​ງການ ​ທີ່ນຳອອກເຜີຍແຜ່ໂດຍ ຫ້ອງການ​ກິດຈະການອາ​ຟຣິກາ. ຖະ​
ແຫລງການ​ຍັງ​ໄດ້​ສະ​ແດງ “ຄວາມ​ເສົ້າ​ສະຫລົດ​ໃຈເປັນ​ທີ່​ສຸດ” ​ຕໍ່ຄະນະ​ປະຕິບັດ​ງານ​
ຮັກສາ​ສັນຕິພາບ ກອງທັບ​ຄອງ​ໂກ ​ແລະ​ບັນດາ​ຄອບຄົວ​ຂອງ​ຜູ້​ເສຍຊີວິດ.

ຢູ່​ທີ່​ອົງການສະຫະ​ປະຊາ​ຊາດ​ ໃນ​ວັນ​ສຸກ​ວານ​ນີ້ ສະພາ​ຄວາມ​ໝັ້ນຄົງ​ໄດ້​ຈັດພິ ທີ​ຢືນ
​ສະຫງົບ​ສະຕິອາລົມຊົ່ວຂະນະນຶ່ງເພື່ອໄວ້ອາໄລໃຫ້ແກ່​ບັນດາ​ຜູ້​ເຄາະ​ຮ້າຍ ຕິດ​ຕາມ​ດ້ວຍການປະຊຸມແບບ​ລັບ ​ວ່າ​ຈະ​ຕອບ​ໂຕ້​ຢ່າງ​ໃດຕໍ່ເຫດການນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG