ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ ສປຊ ປະນາມ ການກີດກັນ ຕໍ່ຕ້ານ ພວກຮັກ ຮ່ວມເພດ (ວີດີໂອ/ສະໄລດ໌)


UN Chief Condemns Anti-gay Laws
please wait

No media source currently available

0:00 0:01:35 0:00
ລິງໂດຍກົງ
ທ່ານ​ບັນ​ກີ​ມູນ ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ ປະນາມ​
ການ​ຈຳແນກກີດກັນ​ຕໍ່ຕ້ານ​ພວກຮັກ​ຮ່ວມ​ເພດ​ ​ແລະ​ຮຽກຮ້ອງ​
ໃຫ້​ໝົດ​ທຸກ​ພັກ​ຝ່າຍ​ທີ່​ກຳລັງຕໍ່ສູ້​ ​ກັນ​ໃນ​ທົ່ວ​ໂລກ ​ໃຫ້​ປະຕິບັດ
​ການ​ຢຸດ​ພັກ​ຊົ່ວຄາວ​ ນຶ່ງມື້ ກ່ອນເປີດການ​ແຂ່ງຂັນ​ກີລາ​ໂອ​ລິ​ມ
ປິກລະດູໜາວຢ່າງ​ເປັນ​ທາງ​ການ​ທີ່​ເມືອງ Sochi ຂອງຣັດ​ເຊຍ​
ນັ້ນ.

ທ່ານ​ບັນ​ກີ​ມູນ ກ່າວ​ເຊັ່ນ​ນີ້​ ທີ່ເມືອງ​ຕາກ​ອາກາດ Sochi ຂອງ
ຣັດ​ເຊຍ​ໃນ​ວັນ​ພຸດ​ວານ​ນີ້ ​ຊຶ່ງເປັນການອ້າງອີງ​ໃສ່​ກົດໝາຍສະ
ບັບ​ໃໝ່ຂອງຣັດ​ເຊຍໂດຍ​ທາງ​ອ້ອມ ທີ່​ເກືອດ​ຫ້າມ​ການ ​“ໂຄ
ສະນາ​ຊວນ​ເຊື່ອ​ຂອງພວກ​ຮັກ​ຮ່ວມ​ເພດ​”
​ໃນ​ບັນດາພວກ
​ທີ່ຍັງເຍົາໄວ ໃນອັນ​ທີ່​ພວກ​ຕຳ​ໜິຕິຕຽນ​ກົດໝາຍ​ດັ່ງກ່າວ​ເວົ້າ​ວ່າ ສາມາດ​ຕີ​ຄວາມ​ໝາຍ​ໄປ
​ໄດ້ຢ່າງ​ກວ້າງຂວາງ​ເພື່ອ​ປາບ​ປາມ​ການ​ໃຫ້ການ​ສະໜັບສະໜຸນ ​ແກ່​ສິດທິ​ຂອງ​ຄົນ​ຮັກ​ຮ່ວມ
​ເພດ​ ​ໂດຍ​ທົ່ວ​ໄປ​ນັ້ນ.

ທ່ານ​ບັນ​ກີ​ມູນ ຮຽກຮ້ອງ​ໃຫ້​ປະຊາຊົນ ພາກັນອອກປາກ​ອອກສຽງ​ຂອງ​ເຂົາ​ເຈົ້າ ຕໍ່ຕ້ານ​ການ
ໂຈມ​ຕີ​ຕ່າງໆ​ ຕໍ່ພວກຜູ້ຍິງ​ຮັກ​ຮ່ວມ​ເພດ​ ພວກກະເທີຍ ພວກທີ່ຮັກ ທັງສອງເພດ ພວກປ່ຽນ
ເພດ ຫລື​ພວກທີ່ມີລັກສະນະສອງເພດ. ທ່ານ​ບັນ​ກີ​ມູນກ່າວຕື່ມ​ວ່າ ການ​ຈັບ​ກຸມ ການ​ຄຸມ​ຂັງ ​
ແລະ​ການ​ຈຳກັດ​ຮັດ​ແຄບ​ທີ່ມີລັກສະນະແບບຈຳແນກຕໍ່​ຄົນ​ຈຳພວກ​ນີ້ແລ້ວ ຄວນ​ຈະ​ໄດ້ຮັບ
ການ​ຄັດຄ້ານ.

Worldwide Protests Against Russia's Anti-Gay Law On Eve of Olympics
please wait

No media source currently available

0:00 0:03:19 0:00
ລິງໂດຍກົງ

ທ່ານ​ບັນ​ກີ​ມູນ ​ໃຫ້​ຂໍ້​ສັງ​ເກດ​ວ່າ ກົດ​ບັດໂອ​ລິ​ມປິກ ບົ່ງ​ໄວ້​ວ່າ ຄະນະ​ກຳມະການ​ກີລາ​ໂອ​ລິ​ມ
ປິກ​ລະຫວ່າງ​ຊາດ ແມ່ນຄັດຄ້ານຕໍ່​ການ​ຈຳແນກກີດກັນ​ໃນທຸກ​ຮູບແບບ ​ແລະ​ກ່າວ​ຕໍ່​ໄປ​ວ່າ ການ​ກຽດ​ຊັງ​ໃນ​ຮູບ​ແບບ​ໃດ​ກໍ​ຕາມ ຈະ​ຕ້ອງ​ບໍ່ ເກີດ​ຂຶ້ນ​ ໃນ​ສັດຕະວັດ​ທີ 21 ນີ້.”

ໃນ​ຂະນະ​ດຽວ​ກັນ​ ການ​ແຂ່ງຂັນ​ກິລາ​ບາງ​ຢ່າງ ​ໄດ້ເລີ້ມດຳ​ເນີນ​ໄປ​ແລ້ວ ໃນ​ເມືອງ Sochi
ກ່ອນ​ພິທີ​ເປີດ​ການ​ແຂ່ງຂັນ​ກີລາ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້. ຮອບ​ຄັດ​ເລືອກ​ຜູ້ທີ່​ມີ​
ຄວາມ​ສາມາດ​ໃນ​ການ​ແຂ່ງຂັນປະ​ເພດ snowboarding ​ແລ່ນສະ​ກີ ​ແບບ freeslyle ປະ​ເພດ​ຍິງ ​ແລະ​ການແລ່ນ skate ແບບເປັນທີມກຳນົດ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້.

ພວກ​ຜູ້​ຈັດການ​ແຂ່ງຂັນ​ກີລາ​ດັ່ງກ່າວ​ ພາກັນ​ຢູ່​ໃນ​ທ່າ​ຕຽມ​ພ້ອມ​ ເພື່ອ​ຮັບ​ມື​ກັບ​ການ​ໂຈມ​ຕີທີ່​ອາດ​ມີຂຶ້ນ​ ຂອງ​ພວກ​ກໍ່​ການ​ຮ້າຍ ​ທີ່​ເຊື່​ອມ​ໂຍງ​ຕໍ່​ການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ນີ້​. ບັນດາ​ເຈົ້າ​
ໜ້າ​ທີ່​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນຂອງ​ສະຫະລັດ​ກຳລັງ​ເຕືອນ​ພວກ​ສາຍ​ການບິນ​
ຕ່າງໆ​ທີ່​ບິນ​ໄປ​ຍັງຣັດ​ເຊຍ ​ໃຫ້​ພາກັນ​ລະມັດລະວັງ​ເບິ່ງ​ກ່ອງ​ຢາຖູ​ແຂ້ວ ທີ່​ອາດ​ຈະ​ບັນຈຸ​ວັດຖຸ​ຕ່າງໆ​ທີ່ເປັນລະ​ເບີດ​ໄດ້.


XS
SM
MD
LG