ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຫົວໜ້າ​ ອົງການ ​ສປ​ຊ ເວົ້າ​ວ່າ “ຂໍ້​ມູນ​ທີ່​ແທ້​ຈິງ, ບໍ່​ມີ​ການ​ບິດ​ເບືອນ" ຄວນ​ຖືກ​ນຳ​ມາໃຊ້​ ກຳ​ນົດ​ທິດ​ທາງ​ ດ້ານດິນ​ຟ້າ​ອາ​ກາດ


(ພາບ​ໃນ​ແຟ​ມ) ເລຂາທິການໃຫຍ່ຂອງອົງການ ສະຫະປະຊາຊາດ, ທ່ານແອນໂທນີໂອ ກູເຕເຣສກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ​ນະ​ຄອນ​ຫລວງ Baghdad ຂອງ​ອີ​ຣັກ, ວັນ​ທີ 1 ມີ​ນາ, 2023. ໃນ​ວັນ​ທີ 13 ມີ​ນາ ທ່ານ​ໄດ້d ຮຽກຮ້ອງໃຫ້ບັນດານັກວິທະຍາສາດ ຈັດຫາ “ຂໍ້ມູນທີ່ແທ້ຈິງ, ບໍ່ມີການບິດເບືອນ”
(ພາບ​ໃນ​ແຟ​ມ) ເລຂາທິການໃຫຍ່ຂອງອົງການ ສະຫະປະຊາຊາດ, ທ່ານແອນໂທນີໂອ ກູເຕເຣສກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ​ນະ​ຄອນ​ຫລວງ Baghdad ຂອງ​ອີ​ຣັກ, ວັນ​ທີ 1 ມີ​ນາ, 2023. ໃນ​ວັນ​ທີ 13 ມີ​ນາ ທ່ານ​ໄດ້d ຮຽກຮ້ອງໃຫ້ບັນດານັກວິທະຍາສາດ ຈັດຫາ “ຂໍ້ມູນທີ່ແທ້ຈິງ, ບໍ່ມີການບິດເບືອນ”

ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ນັກວິທະຍາສາດຈັດ​ຫາ “ຂໍ້​ມູນ​ທີ່​ແທ້​ຈິງ, ບໍ່​ມີ​ການ​ບິດ​ເບືອນ” ​ເພື່ອ​ຊຸກຍູ້​ລັດຖະບານຂອງປະ​ເທດ​ຕ່າງໆ ​ໃຫ້​ສ້າງ​ນະ​ໂຍບາຍ​ທີ່ຈະຫລຸດ​ຜ່ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດລົງ ​ກ່ອນ​ທີ່​ຂີດ ​ໝາຍເລີ້ມ​ຕົ້ນຂອງສະ​ພາບ​ໂລກ​ຮ້ອນເອົ້າ ​ຈະຖືກຮັບ​ຮອງ​ເອົາ. ຄຳ​ເຫັນ​ຂອງ​ທ່ານ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ບັນດາ​ນັກ​ຊ່ຽວຊານ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ທົ່ວ​ໂລກ ​ໄດ້​ເຕົ້າ​ໂຮມ​ກັນ​ເປັນ​ເວລາ​ນຶ່ງ​ອາທິດ​ທີ່​ເມືອງອິນ​ເທີແ​ລັກ​ເຄນ (Interlaken) ຂອງ​ເຂດ​ສາຍ​ພູອາ​ລ​ພາຍ​ນ໌ (Alpine) ​ເພື່ອ​ສະຫລຸບ​ບົດ​ລາຍ​ງານ​ສຸດ​ທ້າຍ​ຂອງ 7 ບົດ​ລາຍ​ງານ ​ທີ່ເຮັດ​ອອກມາ​ໂດຍ​ຄະນະ​ນັກ​ວິ​ທະ​ຍາ​ສາດ​ລະດັບ​ສູງ​ຂອງອົງ​ການ​ໂລກແຫ່ງນັ້ນ ນັບຕັ້ງ​ແຕ່​ຂໍ້​ຕົກລົງ​ກ່ຽວ​ກັບດິນ​ຟ້າ​ອາກາດ​ປາຣີ​ ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ປີ 2015. ໃນ​ການກ່າວ​ຜ່ານ​ທາງວີ​ດິ​ໂອ ຕໍ່​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມນັ້ນ ເລຂາທິການໃຫຍ່ຂອງອົງການ ສະຫະປະຊາຊາດ, ທ່ານແອນ​ໂທ​ນີໂອ ກູ​ເຕ​ເຣ​ສ (Antonio Guterres) ເວົ້າ​ວ່າ ບົດລາຍງານ ຫຼ້າສຸດຂອງຄະນະລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງດິນຟ້າອາກາດ ມີຂຶ້ນໃນ​ຂະ​ນະ​ທີ່ ໂລກມີຄວາມສ່ຽງທີ່ຈະກາຍຂີດຈໍາກັດຄວາມຮ້ອນໃນ​ລະ​ດັບ 1.5 ອົງສາແຊລຊຽສ ທີ່ໄດ້ຕົກລົງກັນໄວ້ ​ໃນເກືອບແປດປີກ່ອນນັ້ນ​ແລ້ວ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ (AP).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG