ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານເອນໂຕນິໂອ ກຸຍແທແຣຊ໌ ໄດ້ເຕືອນ
ໃນວັນຈັນວານນີ້ ເຖິງການປ່ຽນແປງຂອງສະພາບອາກາດ ທີ່ດຳເນີນໄປໄວກວ່າ ຄວາມພະຍາຍາມທີ່ຈະຮັບມື ແລະວ່າປະຊາຄົມນາໆຊາດ ຈຳເປັນທີ່ຈະຕ້ອງ “ຢຽບຫ້າມລໍ້” ຕໍ່ແກສເຮືອນແກ້ວ ທີ່ນຳມາຊຶ່ງສະພາບອາກາດທີ່ຮ້ອນເອົ້ານີ້.
“ຖ້າພວກເຮົາບໍ່ປ່ຽນທິດທາງ ພາຍໃນປີ 2020, ພວກເຮົາແມ່ນສ່ຽງຕໍ່ການພາດເປົ້າໝາຍ ກ່ອນທີ່ພວກເຮົາສາມາດຫຼີກລ່ຽງ ການປ່ຽນແປງຂອງສະພາບອາກາດ ທີ່ໄວກວ່າຄວາມຄາດໝາຍ ດ້ວຍຜົນກະທົບທີ່ຮ້າຍແຮງທີ່ຈະຕາມມາ ສຳລັບພວກຜູ້ຄົນ ແລະລະບົບທຳມະຊາດ ທີ່ຄ້ຳຊູພວກເຮົານັ້ນ,” ຊຶ່ງທ່ານກຸຍແທແຣຊ໌ ໄດ້ກ່າວຕໍ່ການຊຸມນຸມຂອງພວກຊາວໜຸ່ມ, ບັນດາຜູ້ນຳດ້ານທຸລະກິດ ແລະນັກການທູດອື່ນໆ ໃນສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດ.
“ພວກເຮົາແມ່ນມຸ່ງໜ້າເຮັດວຽກເຮັດການໄປຈົນສຸດຂອບ,” ຊຶ່ງທ່ານໄດ້ກ່າວໄວ້
ແລະທ່ານໄດ້ຢືນກ່າວ ໃນໂພດຽມ ທາງໜ້າຂອງປ່ອງຢ້ຽມທີ່ມີຝົນຕົກສາດໃສ່ນັ້ນ
ແລະທ່ານກໍໄດ້ກ່າວຕໍ່ໄປວ່າ “ມັນບໍ່ສາຍເກີນໄປທີ່ຈະປ່ຽນທິດທາງ ແຕ່ວ່າ
ໃນແຕ່ລະມື້ທີ່ມັນຜ່ານໄປ ໂລກຂອງເຮົາແມ່ນຮ້ອນຂຶ້ນອີກໜ້ອຍນຶ່ງ ແລະຍິ່ງເຮັດ
ໃຫ້ການບໍ່ເອົາບາດກ້າວໃດໆນັ້ນ ເພີ້ມທະວີຄູນຂຶ້ນ.”
ຫົວໜ້າອົງການສະຫະປະຊາຊາດ ໄດ້ຮຽກຮ້ອງຊ້ຳອີກ ຕໍ່ການເອົາບາດກ້າວໃນຄ່ຳຄືນຂອງກອງປະຊຸມສຸດຍອດກ່ຽວກັບການເອົາບາດກ້າວຕໍ່ການປ່ຽນແປງຂອງດິນຟ້າອາກາດ ໃນນະຄອນແຊນ ແຟຣນຊິສໂກ. ລັດຄາລີຟໍເນຍ ໄດ້ປະກາດໃນວັນຈັນວານນີ້ ເຖິງຄວາມໝັ້ນໝາຍທີ່ຈະຮັດໃຫ້ລັດຂອງຕົນ ເປັນລັດທີ່ມີໄຟຟ້າສະອາດ ພາຍໃນປີ 2045.
ກອງປະຊຸມສຸດຍອດ ດັ່ງກ່າວ ມີຈຸດປະສົງທີ່ຈະນຳເອົາບັນດາຜູ້ນຳນາໆຊາດແລະທ້ອງຖິ່ນ ຈາກຫຼາຍໆລັດ ຫຼາຍເມືອງ ຫ້າງຮ້ານທຸລະກິດຕ່າງໆ ແລະສັງຄົມພົນລະເຮືອນ ກັບບັນດາຜູ້ນຳຂອງລັດຖະບານຂອງປະເທດອື່ນໆ, ພວກນັກວິທະຍາສາດ, ພວກນັກຮຽນ ນັກສຶກສາ ແລະອົງການທີ່ບໍ່ຫາຜົນກຳໄລຕ່າງໆ ນຳ.
ທ່ານກຸຍແທແຣຊ໌ ໄດ້ກ່າວວ່າ ເປົ້າໝາຍໃນຂໍ້ຕົກລົງ ໃນປີ 2015 ທີ່ນະຄອນປາຣີ
ກ່ຽວກັບຄວາມສຳຄັນຂອງດິນຟ້າອາກາດ ນັ້ນແມ່ນ “ແມ່ນຂັ້ນຕ່ຳສຸດ” ທີ່ຈະຫຼີກລຽງ
ຜົນກະທົບທີ່ຮ້າຍແຮງຂອງການປ່ຽນແປງດິນຟ້າອາກາດ. ໃນຂໍ້ຕົກລົງດັ່ງກ່າວ ບັນດາຜູ້ນຳຂອງໂລກແມ່ນຕັ້ງໜ້າທີ່ຈະຍຸຕິອຸນຫະພູມຂອງໂລກ ກໍໃຫ້ສູງຂຶ້ນ 2 ອົງສາ ແຊລ
ຊຽສ ກວ່າລະດັບຂອງຍຸກກ່ອນໜ້າອຸດສາຫະກຳ ແລະເພື່ອຮັກສາໃຫ້ມັນໃກ້ຄຽງກັບ 1.5 ອົງສາ ໃຫ້ໄດ້ ເທົ່າທີ່ຈະເຮັດໄດ້.
“ແຕ່ພວກນັກວິທະຍາສາດ ບອກກັບພວກເຮົາວ່າ ພວກເຮົາແມ່ນກາຍເກີນຂອງເຂດແລ້ວ,” ທ່ານໄດ້ກ່າວຢ່າງລະວັງ ຮັບຮູ້ເຖິງການຕັ້ງໜ້າຕັ້ງຕານີ້ ຊຶ່ງເປັນຕົວແທນຂອງ ພຽງແຕ່ 1 ສ່ວນ 3 ຂອງຄວາມຈຳເປັນ ໃຫ້ເປັນນີ້.