ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຢາກໃຫ້ຕັ້ງ ຄະນະ ຄວບຄຸມ ການທຳລາຍ ອາ​ວຸດ​ເຄ​ມີ ຂອງ​ຊີ​ເຣຍ (​ສະ​ໄລ​ດ໌/ວີ​ດີ​ໂອ)


​ທ່ານ​ພັນ​ກີ​ມູນ ເລ​ຂາ​ທິ​ການ​ໃຫ​ຍ່ ສ​ປ​ຊ
​ທ່ານ​ພັນ​ກີ​ມູນ ເລ​ຂາ​ທິ​ການ​ໃຫ​ຍ່ ສ​ປ​ຊ
ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຮຽກຮ້ອງ
ໃຫ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ຮ່ວມ​ກັນ​ຊຸດ​ໃໝ່ ​ເພື່ອຄວບ​ຄຸມ​ດູ​ແລ​
ການ​ທຳລາຍ​ໂຄງການ​ອາວຸດ​ເຄມີ​ຂອງ​ຊີ​ເຣຍນັ້ນ.

​ໃນ​ຈົດໝາຍ​ສະບັບ​ນຶ່ງ ​ທີ່ສົ່ງ​ໄປ​ຍັງສະພາ​ຄວາມ​ໝັ້ນຄົງ​ສະຫະ​
ປະຊາ​ຊາດ ທ່ານ​ພັນ​ກິ​ມູນ ໄດ້​ສະ​ເໜີ​ໃຫ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​
ຮ່ວມ​ປະມານ 100 ຄົນ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ອົງ
ການ​ເພື່ອ​ການ​ເກືອດ​ຫ້າມ​ການໃຊ້​ອາວຸດ​ເຄມີຫຼື OPCW. ຄະ
ນະ​ຜູ້​ແທນດັ່ງກ່າວ​ ຈະມີຫ້ອງການໃນ​ກຸງ​ດາ​ມັສກັສ ​ໂດຍ​ມີ​ຖານ​
ປະຕິບັດ​ງານ​ ແລະບ່ອນ​ຝຶກ​ຊ້ອມ ​ໃນ​ເກາະ Cyprus .

ຄະນະ​ຜູ້​ແທນ​ທີ່​ວ່າ​ນີ້ຈະຕ້ອງ​ໄດ້​ຮັບ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສະພາ​ຄວາມ​ໝັ້ນຄົງ ຊຶ່ງ​ກຳນົດ ຈະ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນເລື້ອງ​ຂໍ້​ສະ​ເໜີ​ດັ່ງກ່າວ ​ໃນ​ທ້າ​ຍສັບປະດາ​ນີ້.



​ແຜນການ​ຂອງ​ທ່ານ​ພັນ​ກິ​ມູນ​ຈະໃຫ້ພວກ​ນັກ​ຊ່ຽວຊານ​ຂອງ​ອົງການ OPCW ​ເປັນ​ຜູ້ນຳ​ພາ​ໃນ​ດ້ານ​ເທັກ​ນິກຂອງ​ການ​ປະກອບ​ພາລະກິດ​ການກວດກາ​ເບິ່ງ​ສະຖານ​ທີ່​ແຫ່ງ​ຕ່າງໆ ​
ແລະ​ຄວບ​ຄຸມດູ​ແລ​ຄວາມ​ພະຍາ​ມ​ໃນ​ການ​ທຳລາຍອາວຸດ​ເຄມີ​ຂອງ​ຊີ​ເຣຍ. ພວກ​
ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ຈະ​ປະສານ​ງານ​ກັບລັດຖະບານ​ຊີ​ເຣຍ​ແລະ​ພວກ​ຝ່າຍ​
ຄ້ານ ​ໃນ​ຂະນະ​ທີ່ເປັນຜູ້ຮັກສາ​ຄວາມ​ປອດ​ໄພສະໜັບສະໜຸນດ້ານ​ພະລາທິການ​ແລະ​
ການ​ຄົມມະ​ນາ​ຄົມ​ຕິດ​ຕໍ່​ນັ້ນ.

​ຄະນະ​ຜູ້​ແທນ​ເຫຼົ່າ​ນີ້​ຈະ​ຖືກ​ສົ່ງ​ໄປ​ປະຈຳການ​ໃນ​ເວລາ​ບໍ່​ຮອດ​ນຶ່ງ​ປີ ເພື່ອປະຕິບັດ​ຕາມ​
ແຜນການ​ທີ່​ມີ​ຫຼາຍ​ໜ້າ​ວຽກ ​ໃນ​ການ​ກຳຈັດອາວຸດ​ເຄມີ​ຂອງ​ຊີ​ເຣຍ ​ໃຫ້​ໝົດ​ໄປ​ພາຍ​ໃນ
​ກາງ​ປີ 2014 ຕາມ​ທີ່​ບົ່ງ​ໄວ້​ໃນ​ຮ່າງ​ຍັດຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ
​ເດືອນ​ແລ້ວ​ນີ້.

ບັນດາ​ນັກ​ຊ່ຽວຊານ​ຂອງ​ອົງການ OPCW ຊຶ່ງ​ໃນ​ເວລາ​ນີ້ກຳລັງ​ກຳກັບ​ດູ​ແລ​ວຽກ​ງານ​ຢູ່​ໃນ​
ຊີ​ເຣຍຢູ່​ແລ້ວ​ເພື່ອ​ທັບ​ມ້າງອຸບປະກອນ​ຜະລິດອາວຸດ​ເຄມີນັ້ນ ຊຶ່ງ​ວຽກ​ງານ​ດັ່ງກ່າວ ​ມີ​ໝາຍ
ກຳນົດ​ໃຫ້​ເສັດ​ສິ້ນ​ລົງ​ພາຍ​ໃນ​ວັນ​ທີ 1 ​ເດືອນ​ພະຈິກໜ້ານີ້.

ການ​ປະຕິບັດ​ງານ​ບັ້ນ​ສຸດ​ທ້າ​ຍແມ່ນ​ພົວພັນກັບ​ການ​ທຳລາຍ​ຄັງ​ອາວຸດ​ເຄມີຈຳນວນ 1000 ​ໂຕນ. ທ່ານ​ພັນ​ກິ​ມູນ ກ່າວ​ວ່າ ການ​ສ່ຽງ​ໃນ​ດ້ານ​ການ​ປະຕິບັດ​ງານດ້ານ​ຄວາມ​ປອດ​ໄພ
ດ້ານ​ສຸຂະພາບ​ ແລະ​ສິ່ງ​ແວດ​ລ້ອມ ​ແມ່ນ​ເຮັດ​ໃຫ້ການ​ປະຕິບັດ​ງານນີ້ຄ້າຍຄື​
ກັບ​ວ່າ ​ເວົ້າງ່າຍໆແລ້ວກໍ​ຄື ​ບໍ່​ເຄີຍ​ທົດ​ລອງ​ມາ​ກ່ອນ.

ເບິ່ງວີ​ດີ​ໂອ​ກ່ຽວ​ຂ້ອງ:

Syrian Kurdish Refugees Fear Harsh Winter in Northern Iraq
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG