ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສ​ປ​ຊ ຮຽກຮ້ອງໃຫ້ ນາໆຊາດ ຮ່ວມມື ເພື່ອເອົາຊະນະ ອັນຕະລາຍຕ່າງໆ


ທ່ານ Antonio Guterres ເລຂາທິການໃຫຍ່ ອົງການ ສປຊ ກ່າວຄຳປາໄສ ຊ້ອງໜ້າຜູ້ແທນ ໃນລະຫວ່າງໄຂກອງປະຊຸມ ຂອງ ສປຊ ເລື້ອງການເຂົ້າເມືອງ ທີ່ Marrakech ປະເທດ Morocco ວັນທີ 10 ທັນວາ 2018.
ທ່ານ Antonio Guterres ເລຂາທິການໃຫຍ່ ອົງການ ສປຊ ກ່າວຄຳປາໄສ ຊ້ອງໜ້າຜູ້ແທນ ໃນລະຫວ່າງໄຂກອງປະຊຸມ ຂອງ ສປຊ ເລື້ອງການເຂົ້າເມືອງ ທີ່ Marrakech ປະເທດ Morocco ວັນທີ 10 ທັນວາ 2018.

ໃນສານປີໃໝ່ ທີ່ທ່ານສົ່ງອອກໄປນັ້ນ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ
Antonio Guterres ໄດ້ຊຸກຍູ້ ໃຫ້ນາໆຊາດຮ່ວມມືກັນ ແກ້ໄຂບັນຫາທີ່ເປັນອັນ
ຕະລາຍຫຼາຍຢ່າງ ທັງສ້າງຄວາມແຕກແຍກກັນທີ່ປະເຊີນໜ້າມະນຸດຊາດຢູ່. Lisa
Schein ສົ່ງລາຍງານມາໃຫ້ວີໂອເອ ຈາກສູນກາງທີ່ນະຄອນເຈນີວາ ດັ່ງ ສາລີ ຈະສະເໜີລາຍລະອຽດໃນອັນດັບຕໍ່ໄປ.

ໃນຖານະເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Antonio Guterres ໄດ້ແບກຫາບພາລະອັນໜັກໜ່ວງຂອງໂລກໃສ່ບ່າຂອງເພິ່ນ. ໃນຂະນະດຽວກັນ ຜູ້

ຄົນກໍພາກັນຕັ້ງຄວາມຫວັງໄວ້ວ່າ ທ່ານຈະເປັນຫົວໜ້າ ຜູ້ສ້າງຄວາມມ່ວນຊື່ນເບີກ
ບານໃຫ້ແກ່ໂລກທັງມວນ ສ້າງຄວາມໝັ້ນໃຈໃຫ້ປະເທດທັງຫຼາຍ ໄດ້ຮັບການແກ້
ໄຂບັນຫາຕ່າງໆ.

ບໍ່ວ່າຈະເປັນປະເພດໃດກໍຕາມ ທ່ານບໍ່ໄດ້ສ້າງຄວາມຜິດຫວັງໃຫ້ແກ່ຜູ້ໃດ. ໃນດ້ານ
ນຶ່ງ ທ່ານປາດຖະໜາວ່າ ໃຫ້ໂລກທັງມວນມີຄວາມສຸກຄວາມຈະເລີນ ມີຄວາມສະ
ຫງົບ ແລະຄວາມອຸດົມຮັ່ງມີ ໃນປີໃໝ່ນີ້. ແລະໃນອີກດ້ານນຶ່ງ ທ່ານກໍໄດ້ອອກຄຳ
ເຕືອນຢ່າງແຂງຂັນ ກ່ຽວກັບວິກິດຕະການຫຼາຍຢ່າງ ລວມທັງການສ່ຽງທັງຫຼາຍແລ່
ທີ່ຂົ່ມຂູ່ຕໍ່ສະເຖຍລະພາບແລະຄວາມປອດໄພຂອງໂລກ.

ກ່ອນອື່ນທັງໝົດ ແມ່ນເລື້ອງການປ່ຽນແປງຂອງດິນຟ້າອາກາດ ຊຶ່ງທ່ານກ່າວວ່າ
ມັນເຄື່ອນໄຫວໄປໄວ ຫຼາຍກວ່າທີ່ພວກເຮົາຈະຄວບຄຸມໄດ້. ແຕ່ທ່ານ Guterres ກໍບໍ່ໄດ້ຍົກມືຂຶ້ນດ້ວຍຄວາມຜິດຫວັງ. ແທນທີ່ຈະເປັນແນວນັ້ນ ທ່ານໄດ້ໃຫ້ຂໍ້ສັງ
ເກດວ່າ ວຽກງານແມ່ນກຳລັງຄ່ອຍໆເດີນໄປຢ່າງຊ້າໆ ເພື່ອປະເຊີນໜ້າກັບໄພອັນ
ຕະລາຍດັ່ງກ່າວ. ທ່ານກ່າວວ່າ “ສະຫະປະຊາຊາດ ສາມາດນຳເອົາພວກປະເທດ
ຕ່າງໆ ເຂົ້າມາຫາກັນ ເພື່ອປະຕິບັດງານໃນໂຄງການຮ່ວມກັນ ເພື່ອນຳໃຊ້ຂໍ້ຕົກລົງ
ສັນຍາປາຣີ ເລື້ອງການປ່ຽນແປງຂອງດິນຟ້າອາກາດ. ບັດນີ້ພວກເຮົາຈຳເປັນຕ້ອງ
ໄດ້ເພີ່ມທະວີມານະຂອງພວກເຮົາ ເພື່ອຕໍ່ສູ້ກັບໄພຂົ່ມຂູ່ ທີ່ມີຢູ່. ມັນເຖິງເວລາແລ້ວ ທີ່ຈະຍາດເອົາໂອກາດອັນດີງາມອັນນີ້. ມັນເຖິງເວລາ ທີ່ຈະຢຸດເຊົາ ການປ່ຽນແປງ
ຂອງອາກາດທີ່ຄວບຄຸມບໍ່ໄດ້ ແລະການປ່ຽນແປງ ຂອງອາກາດທີ່ບໍ່ຢຸດບໍ່ເຊົານີ້.”

ທ່ານ Guterres ເຕືອນພວກພະແນກພູມີສາດການເມືອງວ່າ ການແບ່ງແຍກແມ່ນ
ຍິ່ງມີເລີກລົງໄປອີກ ເຮັດໃຫ້ຄວາມຂັດແຍ້ງກັນ ຍາກຕື່ມຂຶ້ນ ທີ່ຈະທຳການແກ້ໄຂ.
ທ່ານກ່າວວ່າ ຄວາມບໍ່ສະເໝີພາບ ແມ່ນກຳລັງມີຫຼາຍຂຶ້ນ ຈາກຄົນພຽງບໍ່ທີທໍ່ໃດຄົນ ທີ່ມີຊັບສົມບັດຫຼາຍທ່ີສຸດໃນໂລກ. ທ່ານກ່າວວ່າ ການບໍ່ມີການໂຍະຍານຜ່ອນຜັນ
ແມ່ນມີຫຼາຍຂຶ້ນເລື້ອຍໆ.

ເຖິງແມ່ນຮູບພາບຈະມີພຽງເປັນມົວໆຊື່ໆກໍຕາມ ແຕ່ທ່ານກໍຍັງມີເຫດຜົນຢູ່ ທີ່ຈະຕັ້ງ
ຄວາມຫວັງໄວ້. ທ່ານຫົວໜ້າ ສະຫະປະຊາຊາດ ໄດ້ພົບເຫັນໂອກາດ ທີ່ຈະໄດ້ຮັບ
ສັນຕິສຸກໃນເຢເມນ ແລະຊູດານໃຕ້ ຫຼາຍກວ່າໃນເວລາໃດໆ. ທ່ານກ່າວວ່າ ຂໍ້ຕົກ
ລົງທີ່ເຊັນກັນເມື່ອມໍ່ໆມານີ້ ລະຫວ່າງ ເອທິໂອເປຍກັບເອຣິເຕຣຍ ໄດ້ຜ່ອນຄາຍ
ຄວາມເຄັ່ງລົງ ລະຫວ່າງປະເທດທັງສອງນີ້.

ສິ່ງເຫຼົ່ານີ້ ກັບສິ່ງອື່ນໆທີ່ເປັນຄວາມຫວັງທັງຫຼາຍຈະສະແດງອອກມາໃຫ້ເຫັນເວລາ
ມີການຮ່ວມມືຂອງລະຫວ່າງຊາດ ເວລານັ້ນໂລກຂອງເຮົາຈະໄດ້ຮັບໄຊຊະນະ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG