ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າອົງການສະຫະປະຊາຊາດ ຮຽກຮ້ອງ ໃຫ້ ອິສຣາແອລ ແລະປາແລັສໄຕນ໌ ຢຸດຍິງ ໃນທັນທີ


ພວກທະຫານອິສຣາແອລ ເຕົ້າໂຮມກັນຢູ່ ສະຖານທີ່ຈັດຕັ້ງກຳລັງຢູ່ພາກພື້ນດິນ ໃກ້ກັລເຂດຊາຍແດນຕິດກັບເຂດ ກາຊາ (Gaza Strip), ໃນພາກໃຕ້ຂອງອິສຣາແອລ, ວັນທີ 16 ພຶດສພພາ 2021.
ພວກທະຫານອິສຣາແອລ ເຕົ້າໂຮມກັນຢູ່ ສະຖານທີ່ຈັດຕັ້ງກຳລັງຢູ່ພາກພື້ນດິນ ໃກ້ກັລເຂດຊາຍແດນຕິດກັບເຂດ ກາຊາ (Gaza Strip), ໃນພາກໃຕ້ຂອງອິສຣາແອລ, ວັນທີ 16 ພຶດສພພາ 2021.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ຮຽກຮ້ອງໃນວັນອາທິດວານນີ້ໃຫ້ “ຢຸດຍິງໃນທັນທີ” ລະຫວ່າງອິສຣາແອລ ແລະ ປາແລັສໄຕນ໌ ຫຼັງຈາກມີການສູ້ລົບກັນມາໄດ້ນຶ່ງອາທິດ ທີ່ໄດ້ສັງຫານຊາວປາແລັສໄຕນ໌ ຢ່າງໜ້ອຍ 180 ຄົນ ແລະຊາວອິສຣາແອລ 8 ຄົນ.

“ການສູ້ລົບກັນຕ້ອງຍຸຕິ. ມັນຕ້ອງຍຸຕິໃນທັນທີ” ທ່ານກູເຕເຣັສ ໄດ້ກ່າວໃນກອງປະຊຸມຂອງສະພາຄວາມໝັ້ນຄົງ ທີ່ໄດ້ຈັດຂຶ້ນທາງອອນໄລນ໌. ທ່ານໄດ້ກ່າວຕື່ມວ່າ “ພວກລູກຈະຫຼວດ ແລະລູກປືນຄົກ ຢູ່ຝ່າຍນຶ່ງ ແລະການໂຈມຕີທາງອາກາດ ແລະຍິງປືນໃຫຍ່ທະລົ່ມຢູ່ອີກຝ່າຍນຶ່ງນັ້ນ ຕ້ອງຍຸຕິ. ຂ້າພະເຈົ້າຂໍຮ້ອງຕໍ່ທຸກຝ່າຍໃຫ້ຟັງຄຳຮຽກຮ້ອງອັນນີ້.” ທ່ານໄດ້ກ່າວວ່າ ອົງການສະຫະປະຊາຊາດ ກຳລັງປະສານງານກັບທຸກຝ່າຍຢ່າງຫ້າວຫັນທີ່ຈະນຳໄປສູ່ການບັນລຸໃຫ້ຢຸດຍິງໃນທັນທີເພື່ອສິ້ນສຸດ “ວົງວຽນແຫ່ງການນອງເລືອດ ຄວາມຢ້ານກົວ ແລະການທຳລາຍທີ່ໄຮ້ສະຕິ.”

ຫົວໜ້າອົງການສະຫະປະຊາຊາດ ກ່າວໄປອີກວ່າ “ທຸກຝ່າຍຕ້ອງນັບຖືກົດໝາຍສາກົນດ້ານມະນຸດສະທຳ ແລະກົດໝາຍສາກົນດ້ານສິດທິມະນຸດ. ສະຖານະພາບດັ່ງເດີມ ຢູ່ສະຖານທີ່ສັກສິດທັງຫຼາຍຕ້ອງໃຫ້ປະຕິບັດແລະເຄົາລົບຄືເກົ່າ.”

ອົງການກອງທຶນເພື່ອເດັກຂອງສະຫະປະຊາຊາດ ຫຼື UNICEF ໄດ້ກ່າວໃນວັນອາທິດວານນີ້ວ່າ ຕະຫຼອດໄລຍະນຶ່ງອາທິດທີ່ຜ່ານມາ ມີເດັກນ້ອຍຊາວປາແລັສ ໄຕນ໌ ຢ່າງໜ້ອຍ 55 ຄົນ ແລະ ເດັກນ້ອຍ 2 ຄົນຢູ່ໃນອິສຣາແອລ ແມ່ນລວມຢູ່ໃນຈຳພວກທີ່ຖືກຂ້າຕາຍ.

ຈີນ ນໍເວ ແລະຕູນີເຊຍ ໄດ້ຮຽກຮ້ອງໃນວັນອາທິດວານນີ້ ໃຫ້ເປີດກອງປະຊຸມສະ ພາຄວາມໝັ້ນຄົງ ທີ່ບໍ່ຄອຍມີມາກ່ອນ ຊຶ່ງລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ໄດ້ເປັນປະທານກອງປະຊຸມຂອງສະພາຄັ້ງນີ້ ໃນຖານະທີ່ເປັນປະທານປະຈຳເດືອນນີ້. ສ່ວນລັດຖະມົນຕີການຕ່າງປະເທດຂອງຕູນີເຊຍ ແລະນໍເວ ກໍໄດ້ກ່າວຖະແຫລງຕໍ່ບັນດາສະມາຊິກສະພາຄວາມໝັ້ນຄົງ ແລະໃນຂະນະດຽວກັນຄູ່ຮ່ວມຕຳແໜ່ງຈາກຈໍແດນ ແລະອີຈິບ ກໍໄດ້ຂຶ້ນກ່າວຖະແຫລງເຊັ່ນດຽວກັນ.

ທູດສະຫະລັດປະຈຳອົງການສະຫະປະຊາຊາດ ທ່ານນາງ ລິນດາ ທອມມັສ-ກຣີນຟີລດ໌ ໄດ້ກ່າວວ່າ ວໍຊິງຕັນກຳລັງປະສານງານໂດຍຜ່ານຊ່ອງທາງດ້ານການທູດຢ່າງບໍ່ລົດລະເພື່ອເຮັດໃຫ້ຄວາມຮຸນແຮງທີ່ທະວີຂຶ້ນໃນປັດຈຸບັນນີ້ ຍຸຕິລົງ.

ທ່ານນາງ ໄດ້ກ່າວວ່າ ປະທານາທິບໍດີ ໂຈ ໄບເດັນ ໄດ້ໂອ້ລົມກັບ ນາຍົກລັດ ຖະມົນຕີ ເບັນຈາມິນ ເນຕັນຢາຮູ ແລະປະທານາທິບໍດີ ປາແລັສໄຕນ໌ ມາມູດ ອັບບັສ ໃນວັນເສົາທີ່ຜ່ານມານີ້. ສ່ວນລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກໍໄດ້ພົວພັນກັບບັນດາຜູ້ນຳຢູ່ໃນພາກພື້ນ ຮວມທັງບັນດາເຈົ້າໜ້າທີ່ຂອງອິສຣາແອລ ແລະປາແລັສໄຕນ໌ ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG