ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, 11 ຕຸລາ 2026

ກຳລັງປະສົມ ໂຈມຕີ ທາງອາກາດ ຢ່າງໜັກໜ່ວງ ຢູ່ໃນ ເຢເມນ

Yemen
please wait
Embed

No media source currently available

0:00 0:01:13 0:00

ການ​ໂຈມຕີ​ທາງ​ອາກາດຢ່າງ​ໜັກ ​ໂດຍ​ກຳລັງ​ປະສົມ ພາຍໃຕ້
ການນຳພາ​ຂອງ ຊາດ​ອຸ​ດີ​ຍັງດຳ​ເນີນ​ຢູ່ຕໍ່ມາໃນ​ເຢ​ເມນ ​ໃນ​ວັນ
​ສຸກ​ວານ​ນີ້ໃນ​ຂະນະ​ທີ່ກຸ່ມກໍ່ການ ຮ້າຍ al-Qaida ​ເຂົ້າຍຶດເອົາ
ບາງເຂດ ໃນພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ກຳລັງ​ປະສົມ ພາຍໃຕ້ການນຳພາຂອງບັນດາປະເທດອາຣັບ
ທີ່ນັບຖືນິກາຍ Sunni ​ໄດ້ທຳ​ການຖີ້ມລະ​ເບີດ​ ໃສ່​ຫລາຍ​ໆເມືອງ
ຮວມທັງ​ຄະຄອນ​ຫລວງ Sanaa’s ເມືອງ Taiz ທີ່​ເປັນ​ເມືອງໃຫຍ່
​ອັນດັບ​ສອງ​ຂອງ​ປະ​ເທດ ​ແລະ​ເມືອງ​ທ່າ Aden ຢູ່​ທາງພາກ​ໃຕ້
ຂອງປະເທດ.

ກຳລັງ​ປະສົມ ​ໄດ້ແນ​ເປົ້າ​ໝາຍ​ໃສ່ພວກ​ກະບົດ Houthi ຂອງຊາວ Shi’ite ທີ່​ເຊື່ອ​ວ່າ ໄດ້
ຮັບການໜູນ​ຫລັງ​ຈາກອີຣ່ານ.

​ຢູ່ໃນ​ພິທີສະຫລອງວັນກອງທັບ​ແຫ່ງ​ຊາດອີຣ່ານ ​ໃນ​ວັນ​ເສົາ​ມື້​ນີ້ ​ປະທານ​າທິບໍດີ Hassan
Rouhani ​ໄດ້​ຕຳໜິຕິ​ຕຽນ​ຢ່າງ​ແຮງ​ຕໍ່ ຊາ​ອຸດີ ອາ​ຣາ​ເບຍ ​ໃນ​ການ ໂຈມ​ຕີ​ທາງ​ອາ​ກາດ ​ໂດຍກ່າວ​ວ່າ “​ຊາ​ອຸ​ດີ ອາຣາ​ເບຍ ​ໄດ້​ຝັງແກ່ນຂອງ​ຄວາມ​ກຽດ​ຊັງ​ໃສ່​ຫົວ​ໃຈ “ຂອງ​ປະຊາ
ກອນ​ຢູ່ໃນ​ຂົງເຂດ “​ແລະ ຊາ​ອຸດີ ອາ​ຣາ​ເບຍຈະ​ເຫັນ​ການ​ຕອບ​ໂຕ້ ​ໃນ​ບໍ່​ຊ້າກໍໄວ.”

ລັດຖະມົນຕີຕ່າງປະ​ເທດ ອີຣ່ານ ທ່ານ Hohammed Javad Zarif ​ໄດ້​ສະ​ເໜີ​ແຜນ​ສັນ
ຕິ​ພາບ​ເຢ​ເມນ ຕໍ່ ສະຫະ​ປະຊາ​ຊາດ ​ໃນ​ວັນ​ສຸກ​ວານ​ນີ້. ​ແຜນ​ດັ່ງ ກ່າວ ຮຽກຮ້ອງ​ໃຫ້​ຍຸດ
ຕິການ​ໂຈມ​ຕີຂອງ​ຕ່າງປະ​ເທດທັງໝົດ ຮື້ຟື້ນການເຈລະ ຈາພາຍໃຕ້​ການນຳພາ​ຂອງ
ເຢເມນ ​ແລະສ້າງຕັ້ງລັດຖະບານສາມັກຄີ​ຊາດ.

ຊາວອົພພະຍົບ ເຢເມນ ອູ້ມລູກຢູ່ສຸນອົບພະຍົບຊົ່ວຄາວ
ຊາວອົພພະຍົບ ເຢເມນ ອູ້ມລູກຢູ່ສຸນອົບພະຍົບຊົ່ວຄາວ

ກຸ່ມ Al Qaida ​ແມ່ນໄດ້ຮັບຜົນປະໂຫຍດ ຈາກຄວາມ​ວຸ້ນ​ວາຍຢູ່​ໃນ​ເຢ​ເມນ ​ໂດຍເສີມຂະຫຍາຍ​ທີ່​ໝັ້ນ​ຂອງ​ຕົນ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ. ​ໃນ​ວັນ​ສຸກ​ວານ​ນີ້ ພວກ​ນັກ​ລົບຂອງກຸ່ມ al-Qaida ​ໄດ້​ເຂົ້າ​ຍຶດ​ເອົາຄ້າຍ​ທະຫານ ແຫ່ງນຶ່ງ ຢູ່​ໃນ​ເມືອງ Mukalla ຊຶ່ງເປັນເມືອງເອກຂອງແຂວງ​ Hadramawt. ​ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຸ່ມ​ດັ່ງກ່າວ​ໄດ້​ຍຶດ​ເອົາ​ລົດ​ຖັງ ປືນ​ຍິງ​ຈະ​ຫລວດ ​ແລະ​ປືນ​ນ້ອຍ​.

​ ໃນ​ວັນ​ສຸກ​ວານ​ນີ້​ເຊັ່ນ​ດຽວ​ກັນ ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ​ໄດ້​ໂອ້ລົມທາງໂທລະສັບ ກັບກະສັດ Salman ​ແຫ່ງ​ຊາ​ອຸ​ດີ ອາຣາ​ເບຍ. ທຳນຽບຂາວກ່າວ​ວ່າ ຜູ້ນຳ​ທັງ​ສອງ​ເຫັນ​ດີ​ກ່ຽວກັບຄວາມຈຳເປັນໃນການ ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງຕໍ່ບັນຫາ​ເຢ​ເມນ ທີ່ໄກ່​ເກ່ຍ​ໂດຍສະຫະປະຊາ​ຊາດ.

ເຫດການ ຢູ ເຢເມນ

People salvage belongings from a government bank that was hit during an airstrike in Yemen's northwestern city of Saada, April 16, 2015.
1/4 People salvage belongings from a government bank that was hit during an airstrike in Yemen's northwestern city of Saada, April 16, 2015.
ເບິ່ງຕື່ມອີກ Show less
Destroyed vehicles are seen at a gas station after it was hit by an airstrike in Yemen's northwestern city of Saada, April 16, 2015.
2/4 Destroyed vehicles are seen at a gas station after it was hit by an airstrike in Yemen's northwestern city of Saada, April 16, 2015.
ເບິ່ງຕື່ມອີກ Show less
Shiite rebels, known as Houthis, hold their weapons in the air during a demonstration against an arms embargo imposed by the U.N. Security Council on Houthi leaders, in Sana'a, April 16, 2015.
3/4 Shiite rebels, known as Houthis, hold their weapons in the air during a demonstration against an arms embargo imposed by the U.N. Security Council on Houthi leaders, in Sana'a, April 16, 2015.
ເບິ່ງຕື່ມອີກ Show less
A Shiite rebel, known as a Houthi, chews qat leaves, an amphetamine-like stimulant, as he waits near the site of a demonstration against an arms embargo imposed by the U.N. Security Council on Houthi leaders, in Sana'a, April 16, 2015.
4/4 A Shiite rebel, known as a Houthi, chews qat leaves, an amphetamine-like stimulant, as he waits near the site of a demonstration against an arms embargo imposed by the U.N. Security Council on Houthi leaders, in Sana'a, April 16, 2015.
ເບິ່ງຕື່ມອີກ Show less
Previous slide
Next slide

​
XS
SM
MD
LG