ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົ​ວ​ໜ້າ ສ​ປ​ຊ ກ່າວ​ວ່າ ການ​ຂາດ​ງົບ​ປະ​ມານ ສົ່ງ​ຜົນ​ກະ​ທົບ ​ຕໍ່​ວຽກ​ງານ ຂອງ​ອົງ​ການ


ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊ​າ​ຊາດ ສະ​ໄໝ​ທີ 74, ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ. 24 ກັນ​ຍາ, 2019.
ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊ​າ​ຊາດ ສະ​ໄໝ​ທີ 74, ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ. 24 ກັນ​ຍາ, 2019.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໄດ້​ເຕືອນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ອົງ
​ການ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ “ກ​ານ​ຂາດ​ທຶນ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ທົດ​ສະ​ວັດ” ແລະ
ອາດ​ຈະ​ບໍ່​ສາ​ມາດ​ຈ່າຍ​ເງິນ​ເດືອນ​ໃຫ້​ພະ​ນັກ​ງານ​ຂອງ​ເຂົາ​ເຈົ້າ​ທຸກ​ຄົນ​ໄດ້​ໃນ​ເດືອນ​ພະ
​ຈິກ.

ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການງົບ​ປະ
​ມານ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ “ວຽກ​ງານ​ຂອງ​ພວກ​ເຮົາ ແລະ ການ​ປະ​ຕິ​ຮູບ​ຂອງ
​ພວກ​ເຮົາ​ແມ່ນ​ກຳ​ລັງ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.”

ທ່ານ ກູ​ເຕ​ເຣັ​ສ ໄດ້​ກ່າວ​ວ່າ ບັນ​ຫາ​ການ​ໄຫຼວຽນ​ຂອງ​ເງິນ​ສົດ ​ແມ່ນ​ໜັກຫຼາຍ ໂດຍ​ປາ
​ສະ​ຈາກ​ການ​ຕັດຄ່າໃຊ້​ຈ່າຍ ​ທີ່​ທ່ານ​ໄດ້​ກຳ​ນົດ​ໄວ້​ໃນ​ເດືອນ​ມັງ​ກອນ​ນັ້ນ, ອົງ​ການ​ດັ່ງ​
ກ່າວ​ຈະ​ບໍ່​ສາ​ມາດ​ທີ່​ຈະ​ຈ່າຍ ​ສຳ​ລັບ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ ເພື່ອ​ການ​ປະ​ພິ​ບາຍ​
ປະ​ຈຳ​ປີ ​ໃນ​ເດືອນ​ທີ່​ຜ່ານ​ມາ, ເຊິ່ງ​ເປັນ​ຈຸດ​ປະ​ສົງ​ຂອງ​ບັນ​ດາ​ຜູ້​ນຳ​ໂລກ.

ໃນ​ທ້າຍ​ເດືອນ​ກັນ​ຍາ​ແລ້ວນີ້, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄດ້​ຈ່າຍເງິນ​ພຽງ 70 ເປີ​ເຊັນ​
ຂອງ​ການ​ປະ​ເມີນ​ທັງ​ໝົດ​ສຳ​ລັບ​ງົບ​ປະ​ມານ​ປົກ​ກະ​ຕິ, ທຽບ​ໃສ່ 78 ເປີ​ເຊັນ​ໃນ​ເວ​ລາ​
ດຽວ​ກັນ​ຂອ​ງ​ປີ​ກາຍນີ້, ອີງ​ຕາມ​ການ​ກ່າວ​ຂອງ​ໂຄ​ສົກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ຈາກ​ສະ​ມາ​ຊິ​ກ​ຂອງ​ອົງ​ການ 193 ປະ​ເທດນັ້ນ, 129 ປະ​ເທດ​ແມ່ນ​ໄດ້​ຈ່າຍ​ເຕັມ, ລວມ​
ທັງ​ໝົດ ນຶ່ງ​ພັນ​ເກົ້າ​ຮ້ອຍ ເກົ້າ​ສິບ​ເກົ້າ​ລ້ານ​ໂດ​ລາ ຕໍ່​ງົບ​ປະ​ມານ​ປົກ​ກະ​ຕິ​ເກີນ​ພຽງສາມ
​ພັນ​ລ້ານ​ໂດ​ລາ. ປະ​ມານ ນຶ່ງພັນ​ສາມ​ຮ້ອຍ​ລ້ານ​ໂດ​ລາ​ແມ່ນ​ຍັງ​ຕິດ​ຄ້າງ​ຢູ່​ສຳ​ລັບ​ປີ
2019.

ສະ​ຫະ​ລັດ ແມ່ນ​ນຶ່ງ​ໃນ 64 ປະ​ເທດ​ ທີ່​ຍັງ​ບໍ່​ໄດ້​ຈ່າຍ​ຄ່າ​ທຳ​ນຽມ​ຂອງ​ເຂົາ​ເຈົ້າ​ເຕັມ. ເຂົາ
​ເຈົ້າ​ຍັງ​ເປັນ​ຜູ້​ປະ​ກອບ​ສ່ວນ​ທີ່ຫຼາຍ​ທີ່​ສຸດ ​ຕໍ່​ງົບ​ປະ​ມານ​ປົກ​ກະ​ຕິ​ຂອງ​ອົງ​ການ​ສະ​ຫະ​ປະ
​ຊາ​ຊາດ. ລັດ​ຖະ​ບານ ວໍ​ຊິງ​ຕັນ ເປັນ​ໜີ້​ຫຼາ​ຍກວ່າ 674 ລ້ານ​ໂດ​ລາ​ສຳ​ລັບ​ປີ 2019 ແລະ
ຄ້າງ​ຊຳ​ລະ​ຕື່ມ​ອີກ 381 ລ້ານ​ໂດ​ລາ​ຈາກ​ປີ 2018 ແລະ ກ່ອນ​ໜ້າ​ນັ້ນ, ອີງ​ຕາມ​ການ
​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG