ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ ສປຊ ເດິນທາງໄປ ບູຣຸນດີ ເພື່ອຫາລື ກ່ຽວກັບ ວິກິດການ ດ້ານການເມືອງ


ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon (ຂວາ) ຖືກຕ້ອນຮັບ ຈາກຮອງປະທານາທິບໍດີ ບູຣຸນດີ ທ່ານ Gaston Sindimwso (ຊ້າຍ)
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon (ຂວາ) ຖືກຕ້ອນຮັບ ຈາກຮອງປະທານາທິບໍດີ ບູຣຸນດີ ທ່ານ Gaston Sindimwso (ຊ້າຍ)

ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon
ກຳລັງ​ຢູ່ທີ່​ປະ ​ເທດ Burundi ​ໃນ​ການ​ຢ້ຽມຢາມ​ທີ່ແນ​ໃສ່​ເພື່ອ
​ຍຸຕິວິກິດການ​ທາງ​ດ້ານເມືອງ ທີ່ເກີດ​ຂຶ້ນຢູ່​ໃນ​ປະ​ເທດດັ່ງກ່າວ​
ມາເປັນເວລາເກືອບໜຶ່ງປີແລ້ວ.

ທ່ານ Ban ​ໄດ້​ເດີນທາງໄປ​ເຖິງ​ນະຄອນຫລວງ Bujumbura
​ໃນ​ວັນ​ຈັນ​ວານ​ນີ້ ກ່ອນ​ກຳນົດ​ການ​ປະຊຸມ​ກັບ ບັນດາ​ນັກ​ການ​ເມືອງຂອງ​ປະ​ເທດ ​ແລະ​
ບັນດາ​ກຸ່ມ​ສັງຄົມ​ພົນ​ລະ​ເຮືອນ.

ການ​ຢ້ຽມຢາມ​ຂອງທ່ານ​ ມີ​ຂື້ນ​ໜຶ່ງ​ເດືອນ ຫລັງ​ຈາກຜູ້ຕາງໜ້າ ສະພາ​ຄວາມ​ໝັ້ນຄົງ
ສະຫະ​ປະຊາດ ​ໄດ້​ເດີນທາງ​ໄປ​ປະ​ເທດດັ່ງກ່າວ ​ເພື່ອກົດ​ດັນໃຫ້​ມີ​ການ​ເຈລະຈາ​ກັນ
ລະຫວ່າງປະທານາທິບໍດີ Pierre Nkurunziza ​ແລະ​ພວກ​ຝ່າ​ຍ ຄ້ານ​.

ກ່ອນ​ໜ້າການ​ຢ້ຽ​ຢາມ ສີ່​ຄົນ​ໄດ້​ຖືກ​ຂ້າ​ຕາຍ ​ໃນການ​ໂຈມຕີສອງ​ແຫ່ງດ້ວຍລູກ​ລະ​ເບີດ
​ຢູ່ໃນ​ນະຄອນຫລວງ ​ໃນ​ໄລຍະ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ.

Burundi ​ໄດ້​ຕົກ​ຢູ່​ໃນວິ​ກິດ​ການ​ຄວາມ​ຮຸນ​ແຮງ​ທາງ​ການ​ເມືອງມາ​ໄດ້​ຊົ່ວ​ໄລຍະ ນຶ່ງ​
ແລ້ວ ນັບ​ແຕ່​ເດືອນ​ເມສາປີ​ກາຍ​ນີ້ ​ເວລາທ່ານ Nkurunziza ​ໄດ້​ຊ​ອກຫາ ​ແລະ​ກໍໄດ້
ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ​ໃນອັນ​ທີ່ເບິ່ງ​ກັນ​ຢ່າງກວ້າ​ງຂວາງວ່າ ​ການ​ເຂົ້າຮັບ​ຕຳ
​ແໜ່ງສະ​ໄໝ​ທີສາມ ທີ່ບໍ່​ຖື​ກຕ້ອງຕາມກົດໝາຍ​ນັ້ນ.

ບັນດາ​ຜູ້ສັງ​ເກດ​ການຢ້ານ​ວ່າ ​ຄວາ​ມ​ຮຸນ​ແຮງ ທີ່​ໄດ້​ເຮັດ​ໃຫ້​ຫລາຍ​ກວ່າ 400 ຄົນເສຍ
​ຊີວິດ ​ແລະ​ເປັນ​ເຫດ​ໃຫ້ຫລາຍ​ກວ່າ 230,000 ຄົນ ພາກັນ​ຫລົບໜີ​ອອກຈາກ​ປະ​ເທດ
ນັ້ນ ອາ​ດຈະ​ເຮັດ​ໃຫ້​ເກີດ​ສົງຄາມ​ກາງ​ເມືອງອີກ​ຄັ້ງນຶ່ງ ຫລື ຮ້າຍແຮງໄປ​ກວ່ານັ້ນ ຢູ່ໃນ
ປະ​ເທດ​ຊົນ​ເຜົ່າ ​Htu ​ແລະ Tutsi ປະສົມ​ກັນ.

BURUNDI UN
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG