ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ ສ​ປ​ຊ ແຕ່ງ​ຕັ້ງ​ ທີ່​ປຶກ​ສາພິ​ເສດ ເພື່ອ ຊ່ວຍສະ​ຫະ​ພາບອາ​ຟ​ຣິ​ກາ ໄກ​່​ເກ່ຍ ບັນ​ຫາຊູ​ດານ


ທ່ານ​ນິ​ໂກ​ລັ​ສ ເຮ​ຊອມ ເວ​ລາ​ນັ້ນ​ເປັນຮອງຫົວ​ໜ້າ ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 14 ກຸມ​ພາ 2016.
ທ່ານ​ນິ​ໂກ​ລັ​ສ ເຮ​ຊອມ ເວ​ລາ​ນັ້ນ​ເປັນຮອງຫົວ​ໜ້າ ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 14 ກຸມ​ພາ 2016.

ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ແຕ່ງ​ຕັ້ງ​ທີ່​ປຶກ​ສາ​ພິ​ເສດ ທ່ານ​ນິ​ໂກ​ລັ​ສ ເຮ​ຊອມ
ເພື່​ອ​ສະ​ໜັບ​ສະ​ໜູນການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫ​ະ​ພາບ​ອາ​ຟ​ຣິ​ກາ ໃນ​ການ​
​ຫາ​ທາງ​ໄກ່​ເກ່ຍ ຢູ່​ໃນ​ຊູດ​ານ ບ່ອນ​ທີ່​ທະ​ຫານ​ໄດ້​ຂັບ​ໄລ່​ປະ​ທາ​ນາ​ທິ​ບໍ​ດີ​ທີ່ປົກ​ຄອງ​ປະ​
ເທດ​ມາ​ເປັນ​ເວ​ລາ​ຍາ​ວ​ນານ ທ່ານ​ໂອ​ມາ​ ອາ​ລ-ບາ​ເຊຍ ອອກ​ຈາກ​ຕຳ​ແໜ່ງ​ ໃນ​ອາ​ທິດ
​ແລ້ວ​ນີ້.

ໂຄ​ສົກ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ສະ​ເຕັບ​ຟານ ດູ​ຈາຣິກ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ
​ຄານ​ວານ​ນີ້​ວ່າ “ທ່ານ​ກຳ​ລັງ​ຖືກ​ໄປ​ຊ່ວຍ ​ສະ​ຫະ​ພາບອາ​ຟ​ຣິ​ກາ ຊຶ່ງ​ພວກ​ເຮົາ​ເຂົ້າ​ໃຈ​ວ່າ
​ຈະ​ພົວ​ພັນຢູ່​ໃນການໄກ່​ເກ່ຍ​ຈຳ​ນວນ​ນຶ່ງ ລະ​ຫວ່າງ​ສະ​ພາ​ໄລ​ຍະ​ຂ້າມ​ຜ່ານ ​ຢູ່​ໃນນະ​
ຄອນ​ຄາ​ຣ໌​ທູມ ແລະ​ຫຼາຍໆພາກ​ສ່ວນຂອງ​ສັງ​ຄົມ​ຊາວ​ຊູ​ດານ.” ທ່ານ​ເຮ​ຊອມ ຈະ​ໄປ​ທີ່
​ນັ້ນ​ເພື່ອ​ໃຫ້ການ​ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ ໃນ​ທາງທີ່ທ່ານ​ສາ​ມາດ​ເຮັດ​ໄດ້.

ທ່ານ​ກ່າວ​ວ່າ ຫົວ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດທ່ານ​ແອນ​ໂຕ​ນິ​ໂອ ກິວ​ເຕ​ເຣັສ ໄດ້​
ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ​ກັບ ທ່ານ​ມຸ​ສຊາ ຟາ​ກີ ມາ​ຮາ​ມັ​ຕ ປະ​ທານ​ກຳ​ມາທິ​ການສະ​
ຫະ​ພາບອາ​ຟ​ຣິ​ກາ ແລະ​ໄດ້​ກ່າວ​ຕໍ່​ທ່ານ​ວ່າ ທ່ານ​ເຮ​ຊອມ​ຈະ​ມີ​ເວ​ລາເພື່ອ​ຊ່ວຍ​ເຂົ​າ​ເຈົ້າ.

ທ່າ​ນ​ດູ​ຈາຣິກ ກ່າວ​ວ່າ “ເລ​ຂາ​ທິ​ການ​ໃຫຍ່ ​ມີ​ຄວາມ​ໃກ້​ຊິດ​ທີ່​ສຸດ​ຕໍ່ໃນ​ການ​ເປັນພາ​ຄີ
ກັບ ສະ​ຫ​ະ​ພາບ​ອາ​ຟ​ຣິ​ກາ ແລະ​ທ່ານ​ຈະ​ທຳ​ທຸກ​ສິ່ງ​ຢ່າງ ​ທີ່​ທ່ານ​ສາ​ມາດ​ເຮັດ​ໃດ້ ​ເພື່ອ
​ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ.”

ທ່ານ​ເຮ​ຊອມ​ຫວ່າງມໍ່​ໆ​ມາ​ນີ້ແມ່ນເປັນເຈົ້າ​ໜ້າ​ທີ່​ສູງ​ສຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຢູ່​ໃນ​
ໂຊມາ​ເລຍ ແຕ່​ໄດ້​ຖືກ​ຂັບ​ໄລ່​ຫຼັງ​ຈາກເຂົ້າ​ຮັບ​ໜ້າ​ທີ່ສີ່​ເດືອນ ​ໂດຍລັດ​ຖະ​ບານ​ກາງ​
ໂຊມາ​ເລຍ ລຸນຫຼັງ​ທີ່ທ່ານ​ ໄດ້​ພະ​ຍາ​ຍາມ ​ທີ່​ຈະ​ແຊກ​ແ​ຊງເພື່ອ​ຊ່ວຍ​ຜູ້ຕາງ​ໜ້າ​ອະ​ດີດ​
ຜູ້​ນຳກຸ່ມ ອາ​ລ-ຊາ​ບັບ ຜູ້​ທີ່​ຢາກຈະ​ເຂົ້າ​ຮ່ວມ​ໃນກ​ານ​ເລືອ​ຕັ້ງ ແຕ່​ໄດ້​ຖືກ​ຫ້າມ​ ໂດຍ​
ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ໂຊ​ມາ​ເລຍ.

ທ່ານ​ມຸ​ສຊາ ຟາ​ກີ ມາ​ຮາ​ມັ​ຕ ປະ​ທານ​ກຳ​ມາທິ​ການສະ​ ຫະ​ພາບອາ​ຟ​ຣິ​ກາ .
ທ່ານ​ມຸ​ສຊາ ຟາ​ກີ ມາ​ຮາ​ມັ​ຕ ປະ​ທານ​ກຳ​ມາທິ​ການສະ​ ຫະ​ພາບອາ​ຟ​ຣິ​ກາ .

ທ່ານ​ເຮ​ຊອມ ຊຶ່ງເປັນ​ນັກ​ກົດ​ໝາຍ​ອາຟຣິ​ກາ​ໃຕ້ ​ກ່ອນ​ໜ້ານີ້ ໄດ້​ເປັນ​ທູດ​ພິ​ເສດ​ສະ​
ຫະ​ປະ​ຊາ​ຊາດໃນ​ປ​ະ​ເທດ​ຊູ​ດານ ແລະຊູ​ດານ​ໃຕ້ ແລະ​ໄດ້​ເປັນ​ຫົວ​ໜ້າ​ການ​ປະ​ຕິ​ບັດ
​ງານ​ສະ​ຫະ​ປະ​ຊາ​ຊາດ ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ສະ​ພາ​ສັນ​ຕິ​ພາບ ແລະ​ຄວາມ​ໝັ້ນ​ຄົງ​ ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ ໄດ້​ອອກ​ຖະ​ແຫຼງ
​ການ​ຢ່າງ​ແຮງສະ​ບັບ​ນຶ່ງໃນ​ວັນ​ຈັນ​ທີ່​ຜ່ານ​ມາ ປະ​ນາມ​ການ​ເຂົ້າ​ຢຶດ​ອຳ​ນາດ​ຂອງພວກ
ທະ​ຫານ​ຢູ່​ໃນ​ຊູ​ດານ ວ່າປ່ຽນ​ລັດ​ຖະ​ບານ​ແບບ​ບໍ່​ຖືກ​ຕ້ອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ
​ຮຽກ​ຮ້ອງ​ໃຫ້ພວກທະ​ຫານ​ມອບອຳ​ນາດ​ໃຫ້​ແກ່​ອຳ​ນາດ​ການ​ປົກ​ຄອງ​ໄລ​ຍະຂ້າ​ມຜ່ານ
ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພົນ​ລະ​ເຮືອນ ພາຍ​ໃນ 15 ມື້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG