ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມລັດອິສລາມ ອ້າງວ່າ ການໂຈມຕີ ແບກແດດ ນັ້ນ ເປັນການໂຈມຕີ ທີ່ຮ້າຍແຮງສຸດ ນັບແຕ່ປີ 2007 ມາ


ພວກພີນ້ອງຂອງຜູ້ເສຍຊີວິດ ຫາມຫີບສົບ ຂອງຍາດເຂົ້າເຈົ້າ
ຜູ້ທີ່ຖືກຂ້າຕາຍ ໃນການໂຈມຕີດ້ວຍລົດລະເບີດສະຫຼະຊີບ ຢູ່ໃນເມືອງ Karrada ຢ່ານການຄ້າຂອງນະຄອນຫຼວງ
ແບກແດດ, ໃນລະຫວ່າງ ການສົ່ງສະການ ໃນ ເມືອງ Najaf ຢູ່ທາງພາກໃຕ້ຂອງແບກແດດ ຂອງ ອີຣັກ, ວັນທີ 3 ກໍລະກົດ 2016.
ພວກພີນ້ອງຂອງຜູ້ເສຍຊີວິດ ຫາມຫີບສົບ ຂອງຍາດເຂົ້າເຈົ້າ ຜູ້ທີ່ຖືກຂ້າຕາຍ ໃນການໂຈມຕີດ້ວຍລົດລະເບີດສະຫຼະຊີບ ຢູ່ໃນເມືອງ Karrada ຢ່ານການຄ້າຂອງນະຄອນຫຼວງ ແບກແດດ, ໃນລະຫວ່າງ ການສົ່ງສະການ ໃນ ເມືອງ Najaf ຢູ່ທາງພາກໃຕ້ຂອງແບກແດດ ຂອງ ອີຣັກ, ວັນທີ 3 ກໍລະກົດ 2016.

ບັນດາເຈົ້າໜ້າທີ່ ອີຣັກ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ຢ່າງໜ້ອຍ 142 ຄົນ ໄດ້ ເສຍຊີວິດແລ້ວ ຈາກການໂຈມຕີດ້ວຍລົດກະບະບັນທຸກລະເບີດ ຢູ່ໃນນະຄອນ ຫຼວງຂອງປະເທດ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີນັ້ນ ໂດຍ ກ່າວວ່າ ຕົນໄດ້ແນເປົ້າໝາຍໃສ່ ຊາວຊີໄອສ ດ້ວຍການວາງລະເບີດ ໃສ່ ຍ່ານການຄ້າທີ່ເຕັມໄປດ້ວຍຜູ້ຄົນ ຢູ່ໃນເມືອງ Karrada ຂອງນະຄອນຫຼວງ ແບກແດດ. ການໂຈມຕີ ແມ່ນຮ້າຍແຮງທີ່ສຸດ ຢູ່ໃນເມືອງ ໃນປີນີ້ ແລະຍັງໄດ້ ເຮັດໃຫ້ຢ່າງໜ້ອຍ 186 ຄົນ ບາດເຈັບນຳ.

ພວກນັກດັບເພີງ ອີຣັກ ແລະ ພວກພົນລະເຮືອນ ເຕົ້າໂຮມກັນຢູ່ສະຖານທີ່ເກີດເຫດ ຫຼັງຈາກທີ່ລັດລະເບີດຂຶ້ນ ຢູ່ບໍລິເວນພານິດ ໃນຄູ້ມໜຶ່ງ ຂອງເມືອງ Karada ຂອງນະຄອນຫຼວງແບກແດດ, ປະເທດອີຣັກ, ວັນທີ 3 ກໍລະກົດ 2016.
ພວກນັກດັບເພີງ ອີຣັກ ແລະ ພວກພົນລະເຮືອນ ເຕົ້າໂຮມກັນຢູ່ສະຖານທີ່ເກີດເຫດ ຫຼັງຈາກທີ່ລັດລະເບີດຂຶ້ນ ຢູ່ບໍລິເວນພານິດ ໃນຄູ້ມໜຶ່ງ ຂອງເມືອງ Karada ຂອງນະຄອນຫຼວງແບກແດດ, ປະເທດອີຣັກ, ວັນທີ 3 ກໍລະກົດ 2016.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວວ່າ ທ່ານ “ມີຄວາມຕື່ນຕົກໃຈ ທີ່ເຫັນວ່າບໍ່ມີຄວາມບໍ່ສົນໃຈເລີຍ ຕໍ່ຊີວິດຂອງ ມວນມະນຸດ” ໂດຍພວກທີ່ຮັບຜິດຊອບ ສຳລັບການໂຈມຕີດ້ວຍລະເບີດນີ້.

ໂຄສົກຂອງທ່ານ Ban ໄດ້ກ່າວຢູ່ໃນ ຖະແຫລງການປະນາມການໂຈມຕີ ສະບັບໜຶ່ງ ວ່າ “ເລຂາທິການໃຫຍ່ ຮຽກຮ້ອງ ຕໍ່ປະຊາຊົນຂອງອີຣັກ ບໍ່ ໃຫ້ຮັບເອົາ ຄວາມພະຍາຍາມໃດໆ ທີ່ຈະຂະຫຍາຍຄວາມຢ້ານກົວອອກ ໄປ ແລະ ຈະເປັນບ່ອນທຳລາຍ ຄວາມສາມັກຄີຂອງປະເທດ.”

ໂຄສົກຂອງສະພາຄວາມໝັ້ນຄົງ ແຫ່ງຊາດ ສະຫະລັດ ທ່ານ Ned Price ໄດ້ກ່າວ ໃນວັນອາທິດວານນີ້ ວ່າ ສະຫະລັດ ຍັງພ້ອມພຽງກັບອີຣັກຢູ່ ໃນ ຄວາມພະຍາ ຍາມຮ່ວມກັນເພື່ອຈະທຳລາຍ ກຸ່ມລັດອິສລາມ.

ທ່ານ Price ກ່າວອີກວ່າ “ການໂຈມຕີເຫຼົ່ານີ້ ພຽງແຕ່ຈະເສີມຂະຫຍາຍ ຄວາມມຸ້ງໝັ້ນ ຂອງພວກເຮົາ ເພື່ອສະໜັບສະໜູນ ກອງກຳລັງຮັກສາຄວາມ ປອດໄພຂອງອີຣັກ ຂະນະທີ່ພວກເຂົາເຈົ້າສືບຕໍ່ຢຶດເອົາຄືນດິນແດນ ຈາກ ກຸ່ມ ISIL ໃນຂະນະທີ່ພວກເຮົາສືບຕໍ່ທະວີຄວາມພະຍາຍາມຂອງພວກເຮົາ ເພື່ອຖອນຮາກຖອນໂຄນ ເຄືອຂ່າຍ ແລະພວກຜູ້ນຳ ກຸ່ມກໍ່ການຮ້າຍ ISIL ອອກໄປໃຫ້ໝົດ.”

ພວກກໍ່ການຮ້າຍ ໄດ້ເຂົ້າຢຶດເອົາເນື້ອທີ່ອັນກວ້າງໃຫຍ່ທາງພາກເໜືອ ແລະ ພາກຕາເວັນຕົກ ຂອງອີຣັກ ເມື່ອສອງປີກ່ອນ. ກອງກຳລັງຂອງອີຣັກ ຕໍ່ສູ້ຢູ່ ພາກພື້ນດິນ ແລະ ການໂຈມຕີທາງອາກາດນຳພາໂດຍສະຫະລັດ ໄດ້ຢຶດຄືນ ມາໄດ້ເນື້ອທີ່ນັ້ນ ລວມທັງ ເມືອງ Fallujah ເມື່ອເດືອນແລ້ວນີ້ ແຕ່ກຸ່ມລັດ ອິສລາມ ຍັງຄວບຄຸມ ເມືອງໃຫຍ່ຈຳນວນໜຶ່ງ ເຊັ່ນເມືອງ Mosul ຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Iraq Bombings
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG